Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 3:9 - ພຣະຄຳພີສັກສິ

9 ດັ່ງນັ້ນ ເພິ່ນ​ຈຶ່ງ​ບອກ​ລາວ​ວ່າ, “ຈົ່ງ​ກັບຄືນ​ໄປ​ນອນ​ສາ ແລະ​ຖ້າ​ເພິ່ນ​ເອີ້ນ​ເຈົ້າ​ອີກ ໃຫ້​ເຈົ້າ​ຕອບ​ວ່າ, ‘ພຣະເຈົ້າຢາເວ​ເອີຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”’ ດັ່ງນັ້ນ ຊາມູເອນ​ຈຶ່ງ​ກັບຄືນ​ໄປ​ນອນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 3:9
9 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ພຣະເຈົ້າຢາເວ​ຈະ​ກ່າວ ພຣະອົງ​ຊົງ​ສັນຍາ​ໃຫ້​ຄວາມ​ສັນຕິສຸກ​ແກ່​ພວກ​ຂ້ານ້ອຍ​ນັ້ນ ຄື​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຖ້າ​ພວກ​ຂ້ານ້ອຍ​ບໍ່​ເຮັດ​ສິ່ງ​ທີ່​ໂງ່ຈ້າ​ອີກ.


ແທ້ຈິງ​ແລ້ວ ພຣະອົງ​ຕຽມພ້ອມ​ທີ່​ຈະ​ຊ່ວຍຊູ ຜູ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ພົ້ນໄພ​ໄດ້ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ຕໍ່ໄປ ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.


ພວກເຂົາ​ຕ່າງ​ກໍ​ເວົ້າ​ກັບ​ໂມເຊ​ວ່າ, “ຖ້າ​ທ່ານ​ກ່າວ​ກັບ​ພວກເຮົາ ພວກເຮົາ​ຈະ​ຍອມ​ຟັງ​ທ່ານ, ແຕ່​ຖ້າ​ພຣະເຈົ້າ​ກ່າວ​ແກ່​ພວກເຮົາ ພວກເຮົາ​ຈະ​ຕ້ອງ​ຕາຍ​ເປັນ​ແນ່.”


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ເຮົາ​ຈະ​ໃຊ້​ຜູ້ໃດ​ໄປ? ຜູ້ໃດ​ຈະ​ເປັນ​ຜູ້ນຳ​ຖ້ອຍຄຳ​ຂອງເຮົາ​ໄປ​ກ່າວ​ຕາງ​ເຮົາ?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້ ໂຜດ​ໃຊ້​ຂ້ານ້ອຍ​ໄປ​ເຖີດ.”


ເພິ່ນ​ກ່າວ​ວ່າ, “ພຣະເຈົ້າ​ຮັກ​ເຈົ້າ. ດັ່ງນັ້ນ ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ເຈົ້າ​ອຸກໃຈ​ຫລື​ຢ້ານກົວ​ເລີຍ.” ເມື່ອ​ເພິ່ນ​ໄດ້​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ຮູ້ສຶກ​ມີ​ແຮງ​ຂຶ້ນ ແລະ​ເວົ້າ​ວ່າ, “ນາຍ​ເອີຍ ຈົ່ງ​ບອກ​ສິ່ງ​ທີ່​ທ່ານ​ຈະ​ຕ້ອງ​ກ່າວ​ນັ້ນ​ສູ່​ຂ້ານ້ອຍ​ຟັງ​ແດ່. ທ່ານ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ມີ​ແຮງ​ຂຶ້ນ​ແດ່​ແລ້ວ.”


ເຈົ້າ​ຈົ່ງ​ລຸກ​ຂຶ້ນ ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ.”


ຊາຍ​ຜູ້ນັ້ນ​ໄດ້​ຕອບ​ວ່າ, “ເຮົາ​ບໍ່​ເປັນ​ຝ່າຍ​ໃດ​ໝົດ ເຮົາ​ມາ​ນີ້​ໃນ​ຖານະ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ.” ໂຢຊວຍ​ຈຶ່ງ​ກົ້ມຂາບ​ລົງ​ພື້ນດິນ ແລະ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ທ່ານ​ຢາກ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?”


ພຣະເຈົ້າຢາເວ​ໄດ້​ມາ​ຢືນ​ຢູ່​ໃນ​ບ່ອນ​ນັ້ນ ແລະ​ເອີ້ນ​ເໝືອນ​ດັ່ງ​ແຕ່​ກ່ອນ​ວ່າ, “ຊາມູເອນ ຊາມູເອນ​ເອີຍ!” ຊາມູເອນ​ຕອບ​ວ່າ, “ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”


ພຣະເຈົ້າຢາເວ​ເອີ້ນ​ຊາມູເອນ​ອີກ​ເປັນ​ຄັ້ງ​ທີ​ສາມ; ລາວ​ຈຶ່ງ​ລຸກ​ຂຶ້ນ​ໄປ​ຫາ​ເອລີ ແລະ​ຖາມ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແລ້ວ​ເອລີ​ກໍ​ເຂົ້າໃຈ​ວ່າ​ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ເອີ້ນ​ເດັກຊາຍ​ຄົນ​ນີ້


Jiwasaru arktasipxañani:

Anuncios ukanaka


Anuncios ukanaka