4 ພຣະເຈົ້າຢາເວໄດ້ເອີ້ນຊາມູເອນ. ລາວຂານຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້.”
ຕໍ່ມາ ພຣະເຈົ້າໄດ້ລອງໃຈອັບຣາຮາມ; ພຣະອົງເອີ້ນເພິ່ນວ່າ, “ອັບຣາຮາມເອີຍ” ແລະອັບຣາຮາມກໍຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
ແຕ່ໃນທັນໃດນັ້ນ ເທວະດາຂອງພຣະເຈົ້າຢາເວໄດ້ເອີ້ນມາແຕ່ສະຫວັນວ່າ, “ອັບຣາຮາມ ອັບຣາຮາມເອີຍ!” ເພິ່ນຈຶ່ງຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
ທັງໂມເຊແລະອາໂຣນຕ່າງກໍເປັນປະໂຣຫິດ ແລະຊາມູເອນກໍໄດ້ເປັນຜູ້ໜຶ່ງທີ່ພາວັນນາອະທິຖານຕໍ່ນາມຊື່ຂອງພຣະອົງ, ຕ່າງກໍໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍຊູ ຝ່າຍພຣະອົງກໍໄດ້ຕອບພວກເພິ່ນ.
ເມື່ອພຣະເຈົ້າຢາເວເຫັນໂມເຊຍ່າງເຂົ້າມາໃກ້, ພຣະອົງຈຶ່ງກ່າວອອກມາຈາກພຸ່ມໄມ້ນັ້ນວ່າ, “ໂມເຊ ໂມເຊເອີຍ.” ໂມເຊຈຶ່ງຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
ແລ້ວຂ້າພະເຈົ້າກໍໄດ້ຍິນອົງພຣະຜູ້ເປັນເຈົ້າຖາມວ່າ, “ເຮົາຈະໃຊ້ຜູ້ໃດໄປ? ຜູ້ໃດຈະເປັນຜູ້ນຳຖ້ອຍຄຳຂອງເຮົາໄປກ່າວຕາງເຮົາ?” ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້ ໂຜດໃຊ້ຂ້ານ້ອຍໄປເຖີດ.”
ລາວລົ້ມລົງພື້ນດິນ ແລະໄດ້ຍິນສຽງໜຶ່ງກ່າວແກ່ຕົນວ່າ, “ໂຊໂລ ໂຊໂລເອີຍ ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?”
ແລະພຣະເຈົ້າໄດ້ຊົງຕັ້ງບາງຄົນໄວ້ໃນຄຣິສຕະຈັກຄື: ໜຶ່ງແມ່ນອັກຄະສາວົກ ສອງແມ່ນຜູ້ປະກາດພຣະທຳ ສາມແມ່ນອາຈານ ແລ້ວຕໍ່ຈາກນັ້ນກໍມີຜູ້ເຮັດການອິດທິຣິດຕ່າງໆ ຜູ້ມີອຳນາດໃຫ້ດີພະຍາດໂຣຄາ ຜູ້ອຸປະຖຳ ຜູ້ປົກຄອງ ແລະຜູ້ເວົ້າພາສາແປກໆ.
ແລ້ວລາວກໍແລ່ນໄປຫາເອລີ ແລະເວົ້າວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ.” ແຕ່ເອລີຕອບວ່າ, “ຂ້ອຍບໍ່ໄດ້ເອີ້ນເຈົ້າ ຈົ່ງກັບຄືນໄປນອນສາ.” ສະນັ້ນ ຊາມູເອນຈຶ່ງກັບຄືນໄປນອນ.