Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 3:3 - ພຣະຄຳພີສັກສິ

3 ສ່ວນ ຊາມູເອນ​ນັ້ນ​ນອນ​ຢູ່​ທີ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ໄວ້​ຫີບ​ຂອງ​ພຣະເຈົ້າ. ກ່ອນ​ຮຸ່ງ​ເຊົ້າ​ເມື່ອ​ຕະກຽງ​ຍັງ​ໄຕ້​ຢູ່

Uka jalj uñjjattʼäta Copia luraña




1 ຊາມູເອນ 3:3
10 Jak'a apnaqawi uñst'ayäwi  

ທຸກ​ເຊົ້າ​ແລະ​ທຸກ​ແລງ ພວກເຂົາ​ໄດ້​ຖວາຍ​ເຄື່ອງຫອມ ແລະ​ຂ້າ​ສັດ​ເຜົາ​ທັງ​ໂຕ​ບູຊາ​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຖວາຍ​ເຂົ້າຈີ່​ທີ່​ເທິງ​ໂຕະ ຊຶ່ງ​ຖືກ​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ​ຕາມ​ພິທີ ແລະ​ທຸກ​ແລງ​ພວກເຂົາ​ໄດ້​ໄຕ້​ຕະກຽງ​ເທິງ​ຫລັກ​ຮອງ​ຕະກຽງ​ທີ່​ເຮັດ​ດ້ວຍ​ຄຳ. ພວກເຮົາ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້, ແຕ່​ພວກທ່ານ​ໄດ້​ປະຖິ້ມ​ພຣະອົງ.


ຂ້ານ້ອຍ​ຂໍ​ຈາກ​ພຣະເຈົ້າຢາເວ​ພຽງແຕ່​ສິ່ງດຽວ ແມ່ນ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຂ້ານ້ອຍ​ຢາກ​ໄດ້ ຄື: ໃຫ້​ຂ້ານ້ອຍ​ໄດ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕະຫລອດໄປ ເພື່ອ​ຈະ​ເບິ່ງ​ຄວາມງາມ​ຂອງ​ພຣະເຈົ້າຢາເວ ແລະ​ເພື່ອ​ຈະ​ພິຈາລະນາ​ຮຽນຮູ້​ໃນ​ພຣະວິຫານ​ຂອງ​ພຣະອົງ.


ສຽງ​ຂອງ​ພຣະເຈົ້າຢາເວ​ນັ້ນ​ສັ່ນ​ຕົ້ນໂອກ​ທັງຫລາຍ ແລະ​ເຮັດ​ໃຫ້​ໃບໄມ້​ຫລົ່ນ​ລົງ​ສູ່​ພື້ນ ໃນ​ຂະນະທີ່​ທຸກຄົນ​ຮ້ອງ​ໃນ​ພຣະວິຫານ​ຂອງ​ພຣະອົງ​ວ່າ, “ສະຫງ່າຣາສີ.”


ແຕ່​ເພາະ​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ຂ້ານ້ອຍ​ຈຶ່ງ​ສາມາດ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ພຣະອົງ​ໄດ້ ຂ້ານ້ອຍ​ນະມັດສະການ​ໃນ​ທີ່​ສັກສິດ​ຂອງ​ພຣະອົງ ແລະ​ກົ້ມຂາບ​ພຣະອົງ​ດ້ວຍ​ຄວາມ​ຢຳເກງ​ຍິ່ງ.


ຈົ່ງ​ເຮັດ​ຕີນ​ຮອງ​ຕະກຽງ​ດ້ວຍ​ຄຳສົດ; ຕີນ​ແລະ​ລຳ​ໂຕ​ຂອງ​ຫລັກ​ຕະກຽງ​ນັ້ນ ໃຫ້​ຕີ​ເປັນ​ຮູບ​ດອກໄມ້​ມີ​ທັງ​ດອກ​ຈູມ​ດອກບານ ແລະ​ກີບ​ດອກໄມ້​ໃຫ້​ຕິດ​ເປັນ​ເນື້ອ​ດຽວກັນ​ກັບ​ຕີນ​ຮອງ​ຂອງ​ຕະກຽງ.


ເປນິນນາ​ຄູ່ແຂ່ງ​ຂອງ​ນາງ​ໄດ້​ເຮັດ​ໃຫ້​ນາງ​ເຈັບໃຈ​ແລະ​ອັບອາຍ​ຢູ່​ເລື້ອຍ​ມາ ຍ້ອນ​ພຣະເຈົ້າຢາເວ​ບໍ່​ໃຫ້​ນາງ​ຮັນນາ​ມີ​ລູກ.


ມີ​ຄັ້ງໜຶ່ງ ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ ຫລັງຈາກ​ເອນການາ​ກັບ​ຄອບຄົວ​ກິນ​ເຂົ້າ​ແລ້ວ ນາງ​ຮັນນາ​ກໍ​ໜີໄປ. ນາງ​ທຸກໃຈ​ຫລາຍ​ທີ່ສຸດ. ສະນັ້ນ ນາງ​ຈຶ່ງ​ຮ້ອງໄຫ້​ດ້ວຍ​ຄວາມ​ຂົມຂື່ນ ໃນ​ຂະນະທີ່​ນາງ​ພາວັນນາ​ອະທິຖານ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢູ່. ໃນ​ເວລາ​ດຽວກັນ​ນັ້ນ ປະໂຣຫິດ​ເອລີ​ກໍ​ນັ່ງ​ຢູ່​ທີ່​ບ່ອນ​ຂອງ​ເພິ່ນ​ໃກ້​ປະຕູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka