21 ໃນເມືອງຊີໂລ ບ່ອນທີ່ພຣະເຈົ້າຢາເວໄດ້ປາກົດຕໍ່ຊາມູເອນແລະກ່າວແກ່ລາວນັ້ນ ພຣະເຈົ້າຢາເວກໍສືບຕໍ່ປາກົດແກ່ຊາມູເອນໂດຍຖ້ອຍຄຳຂອງພຣະເຈົ້າຢາເວ.
ພຣະເຈົ້າຢາເວໄດ້ປາກົດແກ່ອັບຣາມ ແລະບອກເພິ່ນວ່າ, “ນີ້ແມ່ນດິນແດນ ທີ່ເຮົາຈະມອບໃຫ້ແກ່ເຊື້ອສາຍຂອງເຈົ້າ.” ແລ້ວຢູ່ໃນບ່ອນນີ້ ອັບຣາມໄດ້ກໍ່ສ້າງແທ່ນບູຊາແທ່ນໜຶ່ງ ຖວາຍແກ່ພຣະເຈົ້າຢາເວອົງທີ່ໄດ້ປາກົດແກ່ຕົນ.
ຫລັງຈາກນັ້ນ ອັບຣາມກໍໄດ້ຍິນພຣະເຈົ້າຢາເວກ່າວແກ່ຕົນທາງນິມິດວ່າ, “ອັບຣາມເອີຍ ເຈົ້າຢ່າຢ້ານແຕ່ຢ່າງໃດເລີຍ ເຮົາແມ່ນໂລ້ຕ້ານທານທີ່ຄອຍຮັກສາເຈົ້າ ຈາກເຫຼົ່າໂພຍໄພຮ້າຍອັນຕະລາຍຕ່າງໆ ເຮົາຈະໃຫ້ບຳເໜັດເຈົ້າຢ່າງຫລວງຫລາຍ.”
ກໍມີແປດສິບຄົນມາຈາກເມືອງຊີເຄມ, ຊີໂລ ແລະຊາມາເຣຍ. ພວກເຂົາທຸກຄົນແຖໜວດ, ຈີກເຄື່ອງນຸ່ງຫົ່ມຂອງຕົນ ແລະປາດເນື້ອຕົວຕົນເອງ. ພວກເຂົານຳພືດຜົນເປັນເມັດ ແລະເຄື່ອງຫອມມາເພື່ອຈະຖວາຍໃນວິຫານຂອງພຣະເຈົ້າຢາເວ.
ຕາມຈິງແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າບໍ່ໄດ້ເຮັດສິ່ງໃດ ໂດຍບໍ່ບອກແຈ້ງໃຫ້ຮູ້ລ່ວງໜ້າ ເຖິງແຜນການຂອງພຣະອົງແກ່ຜູ້ທຳນວາຍຄືຜູ້ຮັບໃຊ້ຂອງພຣະອົງ.
ແລະພຣະເຈົ້າຢາເວໄດ້ກ່າວວ່າ, “ບັດນີ້ ຈົ່ງຟັງເຮົາກ່າວໃຫ້ດີ ເມື່ອມີຜູ້ທຳນວາຍໃນທ່າມກາງພວກເຈົ້າ ເຮົາໄດ້ປາກົດເຮົາເອງໃຫ້ແກ່ພວກເຂົາເຫັນທາງນິມິດ ແລະກ່າວແກ່ພວກເຂົາທາງຄວາມຝັນ.
ວັນນີ້ ພວກເຈົ້າກຳລັງຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໝົດທຸກຄົນຄືພວກຜູ້ນຳແລະເຈົ້າໜ້າທີ່ຜູ້ຊາຍ
ໃນອະດີດຕະການນັ້ນ ພຣະເຈົ້າຊົງກ່າວແກ່ບັນພະບຸລຸດຂອງພວກເຮົາຫລາຍເທື່ອດ້ວຍວິທີຕ່າງໆ ໂດຍທາງບັນດາຜູ້ທຳນວາຍ,
ແຕ່ໃນມື້ນີ້ ພວກເຈົ້າໄດ້ປະຖິ້ມພຣະເຈົ້າຂອງພວກເຈົ້າ ຜູ້ທີ່ຊ່ວຍເອົາພວກເຈົ້າໃຫ້ພົ້ນຈາກຄວາມລຳບາກ ຕະຫລອດທັງຄວາມຫຍຸ້ງຍາກທຸກຢ່າງ ແລະຂໍຮ້ອງເຮົາໃຫ້ແຕ່ງຕັ້ງກະສັດຄົນໜຶ່ງໃຫ້ພວກເຈົ້າ ດີແລ້ວ ຖ້າດັ່ງນັ້ນ ໃຫ້ພວກເຈົ້າເຕົ້າໂຮມກັນເປັນເຜົ່າແລະເປັນຕະກຸນຊ້ອງໜ້າພຣະເຈົ້າຢາເວ.”’
ໃນສະໄໝນັ້ນ ເວລາທີ່ຊາມູເອນກຳລັງຮັບໃຊ້ພຣະເຈົ້າຢາເວພາຍໃຕ້ການນຳພາຂອງເອລີນັ້ນ ຖ້ອຍຄຳຈາກພຣະເຈົ້າຢາເວມີໜ້ອຍຫຼາຍ ແລະບໍ່ຄ່ອຍມີນິມິດຈາກພຣະອົງເລີຍ.
ພຣະເຈົ້າຢາເວໄດ້ມາຢືນຢູ່ໃນບ່ອນນັ້ນ ແລະເອີ້ນເໝືອນດັ່ງແຕ່ກ່ອນວ່າ, “ຊາມູເອນ ຊາມູເອນເອີຍ!” ຊາມູເອນຕອບວ່າ, “ຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່ ຂໍພຣະອົງສັ່ງມາເຖີດ.”
ພຣະເຈົ້າຢາເວໄດ້ເອີ້ນຊາມູເອນ. ລາວຂານຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້.”
ມື້ນີ້ ກ່ອນໂຊນມາຮອດ ພຣະເຈົ້າຢາເວໄດ້ບອກຊາມູເອນວ່າ,