2 ໃນຄືນໜຶ່ງ ເອລີຜູ້ທີ່ເກືອບບໍ່ເຫັນຮຸ່ງແລ້ວ ພວມນອນຫລັບຢູ່ໃນຫ້ອງສ່ວນຕົວຂອງເພິ່ນ
ອີຊາກເຖົ້າແກ່ຫລາຍ ແລະສາຍຕາກໍມືດມົວລົງ. ເພິ່ນເອີ້ນເອຊາວລູກຊາຍກົກມາ ແລະເວົ້າວ່າ, “ລູກເອີຍ” ລາວຕອບວ່າ, “ໂດຍ ລູກກຳລັງຟັງຢູ່.”
ສາຍຕາຂອງຢາໂຄບອ່ອນລົງຫລາຍ ຍ້ອນຄວາມຊະລາແລະບໍ່ເຫັນຮຸ່ງຄັກ. ເມື່ອໂຢເຊັບນຳພວກເຂົາເຂົ້າມາ ເພິ່ນຈຶ່ງກອດແລະຈູບພວກເຂົາ.
ຢາໂຄບປະຕິເສດ ແລະເວົ້າວ່າ, “ພໍ່ຮູ້ແລ້ວລູກເອີຍ ພໍ່ຮູ້ດີ. ເຊື້ອສາຍຂອງມານາເຊກໍຈະກາຍເປັນຊົນຊາດໃຫຍ່ເໝືອນກັນ. ແຕ່ຜູ້ນ້ອງນັ້ນຈະຍິ່ງໃຫຍ່ກວ່າຜູ້ອ້າຍ ແລະເຊື້ອສາຍຂອງລາວຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່.”
ດັ່ງນັ້ນ ຜູ້ເປັນເມຍຈຶ່ງໄປຫາອາຮີຢາທີ່ເມືອງຊີໂລ. ສ່ວນອາຮີຢາກໍເຖົ້າແກ່ຫລາຍຈົນຕາບໍ່ເຫັນຮຸ່ງ.
ພວກຂ້ານ້ອຍມີຊີວິດຢູ່ພຽງແຕ່ເຈັດສິບປີ ອາດຮອດແປດສິບປີຖ້າມີເຫື່ອແຮງຢູ່ ແຕ່ຊ່ວງໄລຍະອາຍຸນັ້ນກໍພົບຄວາມລຳບາກ ແລະເຮັດໃຫ້ລະທົມທຸກໃຈ ໃນບໍ່ຊ້າຊີວິດຈະຈົບລົງແລະຕາຍໄປເທົ່ານັ້ນ.
ແລ້ວແຂນທີ່ປົກປ້ອງເຈົ້າກໍຈະສັ່ນເຊັນ ແລະຂາທີ່ດຽວນີ້ຍັງແຂງແຮງຢູ່ກໍຈະອ່ອນເພຍລົງ. ແຂ້ວທີ່ເຈົ້າໃຊ້ຫຍໍ້າອາຫານກໍຈະຍັງມີໜ້ອຍດຽວ ແລະຕາກໍຈະມົວລົງເຫັນບໍ່ແຈ້ງ.
ບັດນີ້ ເອລີກໍເຖົ້າແກ່ຫລາຍແລ້ວ ເພິ່ນໄດ້ຍິນເລື່ອງຕ່າງໆທີ່ລູກຊາຍຂອງຕົນໄດ້ເຮັດຕໍ່ຊາວອິດສະຣາເອນ ລວມທັງເລື່ອງທີ່ພວກເຂົາເປັນຊູ້ກັບພວກຜູ້ຍິງ ທີ່ມາບົວລະບັດຮັບໃຊ້ຢູ່ຕໍ່ໜ້າຫໍເຕັນບ່ອນຊຸມນຸມນັ້ນດ້ວຍ.
ໃນຂະນະນັ້ນ ເອລີມີອາຍຸເກົ້າສິບແປດປີ ແລະຕາກໍເກືອບບໍ່ເຫັນຮຸ່ງແລ້ວ).