18 ດັ່ງນັ້ນ ຊາມູເອນຈຶ່ງບອກເພິ່ນທຸກຢ່າງໂດຍບໍ່ໄດ້ປິດບັງຫຍັງໝົດ. ເອລີໄດ້ເວົ້າວ່າ, “ພຣະອົງເປັນພຣະເຈົ້າຢາເວ; ພຣະອົງຈະກະທຳທຸກຢ່າງຕາມທີ່ພຣະອົງເຫັນວ່າດີທີ່ສຸດ.”
ແນ່ນອນທີ່ສຸດ ພຣະອົງຈະບໍ່ຂ້າຄົນຊອບທຳພ້ອມກັບຄົນອະທຳ ເປັນໄປບໍ່ໄດ້ ພຣະອົງຈະບໍ່ເຮັດເຊັ່ນນັ້ນ. ຖ້າພຣະອົງເຮັດ ຄົນຊອບທຳກໍຈະຖືກລົງໂທດ ເຊັ່ນດຽວກັນກັບຄົນອະທຳ ເປັນໄປບໍ່ໄດ້. ຜູ້ພິພາກສາໂລກຕ້ອງເຮັດທຸກສິ່ງຢ່າງຍຸດຕິທຳ.”
ຈົ່ງເຂັ້ມແຂງແລະກ້າຫານ ຂໍໃຫ້ພວກເຮົາສູ້ຮົບຢ່າງເດັດດ່ຽວເພື່ອປະຊາຊົນຂອງພວກເຮົາ ແລະເພື່ອບັນດາເມືອງຕ່າງໆຂອງພຣະເຈົ້າ ແລະຂໍໃຫ້ພຣະເຈົ້າຢາເວດຳເນີນການ ຕາມທີ່ພຣະອົງເຫັນຊອບເຖີດ.”
ແຕ່ຖ້າພຣະອົງບໍ່ພໍໃຈນຳເຮົາ ກໍຂໍໃຫ້ພຣະອົງເຮັດຕໍ່ເຮົາຕາມທີ່ພຣະອົງຕ້ອງການເຖີດ.”
ກະສັດເຮເຊກີຢາເຂົ້າໃຈເລື່ອງນີ້ໃນຄວາມໝາຍທີ່ວ່າ ຄວາມສະຫງົບສຸກກັບຄວາມປອດໄພຈະມີຢູ່ຕະຫລອດຊົ່ວຊີວິດຂອງເພິ່ນ; ດັ່ງນັ້ນ ເພິ່ນຈຶ່ງຕອບເອຊາຢາວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວທີ່ທ່ານໄດ້ບອກກັບຂ້າພະເຈົ້ານີ້ດີຫລາຍ.”
ຈົ່ງເຂັ້ມແຂງແລະກ້າຫານ ໃຫ້ພວກເຮົາສູ້ຮົບຢ່າງເດັດດ່ຽວເພື່ອປະຊາຊົນຂອງພວກເຮົາ ແລະເພື່ອຫົວເມືອງຕ່າງໆຂອງພຣະເຈົ້າ. ຂໍໃຫ້ພຣະເຈົ້າຢາເວກະທຳການຂອງພຣະອົງດ້ວຍເທີ້ນ.”
ເພິ່ນເວົ້າວ່າ, “ຂ້ານ້ອຍໄດ້ອອກມາຈາກທ້ອງແມ່ດ້ວຍຕົວເປົ່າ ແລະຂ້ານ້ອຍກໍຈະຈາກໂລກໄປດ້ວຍຕົວເປົ່າ. ພຣະເຈົ້າຢາເວໄດ້ໂຜດໃຫ້ ແລະພຣະເຈົ້າຢາເວໄດ້ເອົາຄືນໄປ. ຂໍໃຫ້ພຣະນາມຂອງພຣະເຈົ້າຢາເວເປັນທີ່ຍ້ອງຍໍສັນລະເສີນເທີ້ນ.”
ໂຢບຕອບວ່າ, “ເຈົ້າຢ່າເວົ້າແບບບໍ່ມີຄວາມຄິດຢ່າງນີ້ແມ ເມື່ອພຣະເຈົ້າໃຫ້ຂອງດີແກ່ເຮົາ ເຮົາກໍຮັບເອົາໄວ້. ເມື່ອພຣະອົງໃຫ້ຄວາມລຳບາກແກ່ເຮົາ ເຮົາຈະຈົ່ມທຸກໄດ້ຢ່າງໃດ?” ເຖິງແມ່ນໄດ້ຮັບຄວາມທົນທຸກທັງໝົດນີ້ກໍຕາມ ແຕ່ໂຢບກໍບໍ່ໄດ້ເວົ້າຫຍັງຕໍ່ສູ້ພຣະເຈົ້າເລີຍ.
ຂ້ານ້ອຍຈະມິດງຽບແລະຈະບໍ່ເວົ້າຫຍັງຈັກຄຳ ເພາະວ່າພຣະອົງໃຫ້ເຮັດຢູ່ຢ່າງນີ້.
ດັ່ງນັ້ນ ພຣະເຈົ້າຢາເວໄດ້ລົງມາໃນເມກຢືນຢູ່ກັບໂມເຊໃນທີ່ນັ້ນ. ພຣະອົງປະກາດນາມຊື່ອັນສັກສິດຂອງພຣະອົງວ່າ ພຣະເຈົ້າຢາເວ.
ກະສັດເຮເຊກີຢາໄດ້ເຂົ້າໃຈເລື່ອງນີ້ໂດຍຕີຄວາມໝາຍເອົາວ່າ ໃນຣາຊການຂອງເພິ່ນນັ້ນຈະມີຄວາມສະຫງົບສຸກ ແລະມີຄວາມໝັ້ນຄົງດີ; ສະນັ້ນ ເພິ່ນຈຶ່ງຕອບເອຊາຢາວ່າ, “ຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ໃຫ້ເຈົ້າ ນຳມາບອກເຮົານັ້ນດີຫລາຍ.”
ແລ້ວຂ້າພະເຈົ້າກໍບອກຖ້ອຍຄຳນີ້ ໃຫ້ແກ່ກະສັດເຊເດກີຢາຢູ່ໃນນະຄອນເຢຣູຊາເລັມ
ໃນໂອກາດອື່ນອີກ ກະສັດເຊເດກີຢາໄດ້ນຳຂ້າພະເຈົ້າມາພົບເພິ່ນ ທີ່ທາງປະຕູເຂົ້າພຣະວິຫານຂອງພຣະເຈົ້າຢາເວປ່ອງທີສາມ; ເພິ່ນເວົ້າວ່າ, “ເຮົາຈະຂໍຖາມເຈົ້າຈັກຂໍ້ໜຶ່ງ ແລະເຮົາຢາກໃຫ້ເຈົ້າເວົ້າຄວາມຈິງທັງໝົດສູ່ເຮົາຟັງ.”
ຂ້າພະເຈົ້າຈຶ່ງຕອບວ່າ, “ຖ້າດັ່ງນັ້ນ ກໍດີແລ້ວ; ຂ້ອຍຈະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຕາມທີ່ພວກເຈົ້າໄດ້ຂໍຮ້ອງມາ, ແລະເມື່ອພຣະເຈົ້າຢາເວກ່າວສິ່ງໃດສິ່ງໜຶ່ງແລ້ວ ຂ້ອຍຈະບອກພວກເຈົ້າ. ຂ້ອຍຈະບໍ່ປິດບັງສິ່ງໃດໆຕໍ່ພວກເຈົ້າເລີຍ.”
ເມື່ອຖືກລົງໂທດຍ້ອນບາບທີ່ພວກເຮົາໄດ້ກະທຳ ເປັນຫຍັງພວກເຮົາຈຶ່ງມັກຈົ່ມຮ້າຍ?
ແລ້ວໂມເຊໄດ້ກ່າວແກ່ອາໂຣນວ່າ, “ພຣະເຈົ້າຢາເວໄດ້ປະກາດໄວ້ດັ່ງນີ້: ‘ທຸກຄົນທີ່ຮັບໃຊ້ເຮົາຕ້ອງຢຳເກງຄວາມບໍຣິສຸດຂອງເຮົາ; ເຮົາຈະໃຫ້ປະຊາຊົນຂອງເຮົາເຫັນສະຫງ່າຣາສີຂອງເຮົາ.”’ ສ່ວນອາໂຣນກໍໄດ້ແຕ່ຕົກສະເງີ້ຈົນປາກບໍ່ອອກ.
ດ້ວຍເຫດນັ້ນ ພວກເຈົ້າຈົ່ງຖ່ອມໃຈລົງ ຢູ່ໃຕ້ພຣະຫັດອັນຊົງຣິດຂອງພຣະເຈົ້າ ເພື່ອພຣະອົງຈະຊົງຍົກພວກເຈົ້າຂຶ້ນ ເມື່ອເຖິງເວລາອັນຄວນ.
ແຕ່ປະຊາຊົນອິດສະຣາເອນຍັງຮ້ອງຂໍຕໍ່ພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍໄດ້ເຮັດບາບແລ້ວ ຈົ່ງເຮັດກັບພວກຂ້ານ້ອຍຕາມທີ່ພຣະອົງເຫັນສົມຄວນເທີ້ນ, ແຕ່ສຳລັບວັນນີ້ ໂຜດຊ່ວຍພວກຂ້ານ້ອຍດ້ວຍເຖີດ.”