1 ຊາມູເອນ 3:17 - ພຣະຄຳພີສັກສິ17 ເອລີຈຶ່ງຖາມວ່າ, “ພຣະອົງໄດ້ບອກເຈົ້າຫຍັງແດ່? ຢ່າປິດບັງພໍ່ເລີຍ. ຖ້າບໍ່ບອກພໍ່ໃນສິ່ງທີ່ພຣະອົງກ່າວແກ່ເຈົ້າ ພຣະເຈົ້າຈະລົງໂທດເຈົ້າຢ່າງຮ້າຍແຮງ.” Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສາບານກັບດາວິດວ່າ ພຣະອົງຈະເອົາອານາຈັກໄປຈາກກະສັດໂຊນ ແລະເຊື້ອສາຍຂອງເພິ່ນ; ແລ້ວພຣະອົງກໍຈະໃຫ້ດາວິດຂຶ້ນເປັນກະສັດປົກຄອງຊາວອິດສະຣາເອນແລະຊາວຢູດາ ຕັ້ງແຕ່ເມືອງດານທາງພາກເໜືອ ຈົນເຖິງເບເອນເຊບາທາງພາກໃຕ້. ຖ້າຂ້ອຍບໍ່ເຮັດສິ່ງນີ້ໃຫ້ກາຍເປັນຈິງ ກໍຂໍພຣະເຈົ້າລົງໂທດຂ້ອຍໃຫ້ເຖິງຕາຍເຖີດ.”
ແລ້ວດານີເອນ (ຜູ້ມີຊື່ໜຶ່ງອີກວ່າເບັນເຕຊັດຊາເຣ) ກໍອຸກໃຈຈົນເວົ້າຢ່າງໃດບໍ່ໄດ້. ກະສັດໄດ້ກ່າວຕໍ່ລາວວ່າ, “ເບັນເຕຊັດຊາເຣເອີຍ ຢ່າໃຫ້ຄວາມຝັນ ແລະສິ່ງທີ່ຈະເກີດຂຶ້ນນັ້ນ ເຮັດໃຫ້ເຈົ້າຕົກໃຈເລີຍ.” ເບັນເຕຊັດຊາເຣໄດ້ຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຢາກໃຫ້ຄວາມຝັນ ແລະຄຳແກ້ຄວາມຝັນນັ້ນຕົກຖືກພວກສັດຕູຂອງທ່ານ ແທນທີ່ຈະຕົກຖືກທ່ານເອງ.