16 ເອລີຈຶ່ງເອີ້ນຫາລາວວ່າ, “ຊາມູເອນ ລູກເອີຍ.” ຊາມູເອນຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.
ເທວະດາຂອງພຣະເຈົ້າໄດ້ກ່າວແກ່ອ້າຍທາງຄວາມຝັນວ່າ, ‘ຢາໂຄບເອີຍ’ ອ້າຍຕອບວ່າ, ‘ຂ້ານ້ອຍຢູ່ທີ່ນີ້.’
ຢາໂຄບ ຈຶ່ງເວົ້າກັບໂຢເຊັບວ່າ, “ພໍ່ຢາກໃຫ້ເຈົ້າໄປຫາພວກອ້າຍຂອງເຈົ້າ ທີ່ກຳລັງລ້ຽງສັດຢູ່ທີ່ຊີເຄມ.” ໂຢເຊັບຕອບວ່າ, “ລູກພ້ອມທີ່ຈະໄປ.”
ແລ້ວໂບອາດກໍເວົ້າກັບນາງຣຸດວ່າ, “ຂ້ອຍຂໍແນະນຳເຈົ້າບາງຢ່າງ. ຢ່າສູ່ໄປເກັບເອົາຮວງເຂົ້າຢູ່ບ່ອນອື່ນ ໃຫ້ເຈົ້າເຮັດວຽກກັບພວກຜູ້ຍິງຢູ່ທີ່ນີ້.
ແລະດຽວນີ້ພວກເຈົ້າກໍມີກະສັດໂຊນເປັນຜູ້ນຳພາ. ສຳລັບຂ້າພະເຈົ້າເອງນັ້ນເຖົ້າແກ່ແລະຜົມກໍຫງອກຫລາຍແລ້ວ ແລະພວກລູກຊາຍຂອງຂ້າພະເຈົ້າກໍຍັງຢູ່ນຳພວກເຈົ້າ. ຂ້າພະເຈົ້າເປັນຜູ້ນຳຂອງພວກເຈົ້າແຕ່ຍັງໜຸ່ມຈົນເຖິງດຽວນີ້.
ຊາມູເອນນອນຫລັບໄປຈົນເຖິງມື້ເຊົ້າ ແລ້ວລາວກໍລຸກຂຶ້ນໄປໄຂປະຕູພຣະວິຫານຂອງພຣະເຈົ້າຢາເວ, ແຕ່ລາວບໍ່ກ້າບອກນິມິດນີ້ແກ່ເອລີ.
ເອລີຈຶ່ງຖາມວ່າ, “ພຣະອົງໄດ້ບອກເຈົ້າຫຍັງແດ່? ຢ່າປິດບັງພໍ່ເລີຍ. ຖ້າບໍ່ບອກພໍ່ໃນສິ່ງທີ່ພຣະອົງກ່າວແກ່ເຈົ້າ ພຣະເຈົ້າຈະລົງໂທດເຈົ້າຢ່າງຮ້າຍແຮງ.”