1 ຊາມູເອນ 3:15 - ພຣະຄຳພີສັກສິ15 ຊາມູເອນນອນຫລັບໄປຈົນເຖິງມື້ເຊົ້າ ແລ້ວລາວກໍລຸກຂຶ້ນໄປໄຂປະຕູພຣະວິຫານຂອງພຣະເຈົ້າຢາເວ, ແຕ່ລາວບໍ່ກ້າບອກນິມິດນີ້ແກ່ເອລີ. Uka jalj uñjjattʼäta |
ມີຄັ້ງໜຶ່ງ ຢູ່ໃນວິຫານຂອງພຣະເຈົ້າຢາເວທີ່ເມືອງຊີໂລ ຫລັງຈາກເອນການາກັບຄອບຄົວກິນເຂົ້າແລ້ວ ນາງຮັນນາກໍໜີໄປ. ນາງທຸກໃຈຫລາຍທີ່ສຸດ. ສະນັ້ນ ນາງຈຶ່ງຮ້ອງໄຫ້ດ້ວຍຄວາມຂົມຂື່ນ ໃນຂະນະທີ່ນາງພາວັນນາອະທິຖານຕໍ່ໜ້າພຣະເຈົ້າຢາເວຢູ່. ໃນເວລາດຽວກັນນັ້ນ ປະໂຣຫິດເອລີກໍນັ່ງຢູ່ທີ່ບ່ອນຂອງເພິ່ນໃກ້ປະຕູ.