14 ດ້ວຍເຫດນີ້ ເຮົາຈຶ່ງໄດ້ປະກາດຢ່າງໜັກແໜ້ນຕໍ່ຄອບຄົວຂອງເອລີວ່າ ບໍ່ມີເຄື່ອງບູຊາ ຫລືການຖວາຍໃດໆ ທີ່ຈະຍົກເອົາໂທດກຳອັນຮ້າຍແຮງນີ້ອອກໄປໄດ້.”
ເພາະພຣະອົງບໍ່ໄດ້ຍິນດີໃນເຄື່ອງຖວາຍບູຊາ ແລະເຄື່ອງເຜົາບູຊາທັງຫຼາຍທີ່ຂ້ານ້ອຍຈະຖວາຍ ພຣະອົງກໍບໍ່ພໍໃຈນຳດ້ວຍ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ນັ້ນເອງ ກ່າວແກ່ຂ້າພະເຈົ້າວ່າ, “ຄວາມຊົ່ວຊ້າເຊັ່ນນີ້ຈະບໍ່ໄດ້ຮັບການຍົກໂທດຈັກເທື່ອ ຈົນກວ່າພວກເຂົາຈະຕາຍໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຖິງແມ່ນວ່າໂມເຊກັບຊາມູເອນຢືນຮ້ອງຂໍນຳເຮົາຢູ່ທີ່ນີ້; ເຮົາກໍຈະບໍ່ມີໃຈເມດຕາຕໍ່ປະຊາຊົນເຫຼົ່ານີ້ເລີຍ. ຈົ່ງໄລ່ພວກເຂົາໜີໄປ; ຈົ່ງໃຫ້ພວກເຂົາໜີພົ້ນໄປຈາກສາຍຕາຂອງເຮົາສາ.
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຢເຣມີຢາເອີຍ ຢ່າພາວັນນາອະທິຖານສຳລັບປະຊາຊົນເຫຼົ່ານີ້ເລີຍ. ຢ່າຮ້ອງໄຫ້ຫລືພາວັນນາອະທິຖານເພື່ອພວກເຂົາ; ຢ່າຂໍຮ້ອງເຮົາເພາະເຮົາຈະບໍ່ຟັງເຈົ້າ.
ນະຄອນເຢຣູຊາເລັມເອີຍ ການກະທຳອັນຜິດສິນທຳຕ່າງໆຂອງເຈົ້ານັ້ນ ໄດ້ເຮັດໃຫ້ເຈົ້າເປັນມົນທິນ. ແມ່ນວ່າເຮົາພະຍາຍາມຊຳລະເຈົ້າໃຫ້ບໍຣິສຸດກໍດີ ເຈົ້າກໍຍັງມີມົນທິນຢູ່. ເຈົ້າຈະບໍ່ສະອາດແທ້ ຈົນກວ່າເຈົ້າໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ.
ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ເຕືອນປະຊາຊົນອິດສະຣາເອນ ກ່ຽວກັບການເປັນມົນທິນຂອງພວກເຂົາ; ເພື່ອພວກເຂົາຈະບໍ່ໄດ້ເຮັດໃຫ້ຫໍເຕັນສັກສິດຂອງພຣະອົງ ທີ່ຕັ້ງຢູ່ກາງຄ້າຍດ່າງພອຍ. ຖ້າພວກເຂົາເຮັດໃຫ້ຫໍເຕັນດ່າງພອຍ ພວກເຂົາຈະຕ້ອງຖືກຂ້າ.
ຖ້າຜູ້ໃດຜູ້ໜຶ່ງເຮັດຜິດຕໍ່ຜູ້ອື່ນ ພຣະເຈົ້າປ້ອງກັນລາວໄວ້ໄດ້, ແຕ່ຜູ້ໃດຈະປ້ອງກັນຜູ້ໜຶ່ງທີ່ເຮັດຜິດຕໍ່ພຣະເຈົ້າຢາເວໄດ້?” ແຕ່ພວກເຂົາບໍ່ຟັງຄວາມພໍ່ຂອງພວກເຂົາ ເພາະພຣະເຈົ້າຢາເວໄດ້ຕັດສິນໃຈໄວ້ແລ້ວວ່າພຣະອົງຈະຂ້າພວກເຂົາ.