Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 3:13 - ພຣະຄຳພີສັກສິ

13 ເຮົາ​ໄດ້​ບອກ​ລາວ​ແລ້ວ​ວ່າ ເຮົາ​ຈະ​ລົງໂທດ​ຄອບຄົວ​ຂອງ​ລາວ​ຕະຫລອດໄປ ເພາະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ກ່າວ​ຄຳ​ຊົ່ວຊ້າ​ຕໍ່ສູ້​ເຮົາ. ສ່ວນ​ເອລີ​ເອງ​ກໍ​ຮູ້ຈັກ​ວ່າ​ພວກເຂົາ​ເວົ້າ​ດັ່ງນັ້ນ ແຕ່​ລາວ​ບໍ່ໄດ້​ຫ້າມ​ພວກເຂົາ.

Uka jalj uñjjattʼäta Copia luraña




1 ຊາມູເອນ 3:13
17 Jak'a apnaqawi uñst'ayäwi  

ເຈົ້າ​ກໍ​ຮູ້​ດີ​ເຖິງ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ກະສັດ​ດາວິດ​ພໍ່​ຂອງເຮົາ. ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ທີ່​ເຈົ້າ​ໄດ້​ເຮັດ​ດັ່ງນີ້.


ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຈົ່ງ​ລົງໂທດ​ພວກເຂົາ​ເຖີດ ສຳລັບ​ພວກ​ຂ້ານ້ອຍ​ນັ້ນ​ເຮັດ​ຫຍັງ​ບໍ່ໄດ້​ແລ້ວ​ກັບ​ກອງທັບ​ອັນ​ໃຫຍ່ໂຕ ຊຶ່ງ​ກຳລັງ​ມາ​ໂຈມຕີ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ບໍ່​ຮູ້ຈັກ​ຈະ​ເຮັດ​ຢ່າງໃດ ໄດ້​ແຕ່​ຂໍ​ເພິ່ງ​ພຣະອົງ​ໃຫ້​ຊ່ວຍເຫລືອ​ເທົ່ານັ້ນ.”


ຈົ່ງ​ແອບສອນ​ລູກ​ຂອງເຈົ້າ​ເມື່ອ​ເຂົາ​ຍັງ​ໜຸ່ມ ຖ້າບໍ່​ດັ່ງນັ້ນ ກໍ​ເທົ່າ​ກັບ​ເປັນ​ການ​ສົ່ງເສີມ​ເຂົາ​ໃຫ້​ທຳລາຍ​ຕົນເອງ.


ການ​ແອບສອນ​ແລະ​ການວາງ​ລະບຽບ​ນັ້ນ​ເປັນ​ການດີ​ສຳລັບ​ເດັກ ຖ້າ​ລູກ​ເຮັດ​ຕາມໃຈ​ຕົນເອງ ແມ່​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.


ແລະ​ເຈົ້າ​ຮູ້​ວ່າ ເຈົ້າເອງ​ກໍ​ເຄີຍ​ໄດ້​ປ້ອຍດ່າ​ຄົນອື່ນ​ຕັ້ງ​ຫລາຍເທື່ອ.


ແຕ່​ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກຳລັງ​ບອກ​ຊາວ​ອິດສະຣາເອນ​ວ່າ, ເຮົາ​ຈະ​ຕັດສິນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ. ຈົ່ງ​ຫັນໜີ​ຈາກ​ການ​ຊົ່ວຊ້າ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ນັ້ນ​ສາ ແລະ​ຢ່າ​ປ່ອຍ​ໃຫ້​ການບາບ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ​ທຳລາຍ​ພວກເຈົ້າ.


ຊາດ​ອິດສະຣາເອນ​ເອີຍ ຈຸດຈົບ​ໄດ້​ມາເຖິງ​ແລ້ວ. ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ ເພາະ​ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຕອບແທນ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ເຈົ້າ​ໄດ້​ປະພຶດ.


“ບັນດາ​ຊົນຊາດ​ຕ້ອງ​ຕຽມ​ມາ​ສູ່​ຮ່ອມພູ​ຕັດສິນ ບ່ອນ​ທີ່​ເຮົາ​ຈະ​ນັ່ງ​ຕັດສິນ​ທຸກ​ຊົນຊາດ​ອ້ອມແອ້ມ.


“ຜູ້​ທີ່​ຮັກ​ພໍ່​ແມ່​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ, ຜູ້​ທີ່​ຮັກ​ລູກຊາຍ​ຫລື​ລູກສາວ​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ເຊື່ອຟັງ​ຜູ້​ຕັດສິນ​ຄວາມ ຫລື​ປະໂຣຫິດ​ຜູ້​ປະຕິບັດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ໃຫ້​ປະຫານ​ຜູ້ນັ້ນ​ເສຍ ເພື່ອ​ພວກເຈົ້າ​ຈະ​ໄດ້​ກຳຈັດ​ຄວາມ​ຊົ່ວຮ້າຍ​ໃຫ້​ໝົດສິ້ນ​ໄປ​ຈາກ​ຊາດ​ອິດສະຣາເອນ.


“ຖ້າ​ວ່າ​ຜູ້ໜຶ່ງ​ມີ​ລູກຊາຍ​ທີ່​ດື້ດ້ານ​ແລະ​ບໍ່​ຢູ່​ໃນ​ຄຳ​ໂອວາດ ຄື​ລູກຊາຍ​ທີ່​ບໍ່​ຟັງ​ຄວາມ​ພໍ່​ແມ່​ຂອງ​ຕົນ ເຖິງ​ແມ່ນ​ວ່າ​ພໍ່​ແມ່​ໄດ້​ລົງໂທດ​ລາວ​ແລ້ວ​ກໍຕາມ.


ຖ້າ​ໃຈ​ຂອງ​ພວກເຮົາ​ກ່າວໂທດ​ໃສ່​ພວກເຮົາ​ເອງ ພວກເຮົາ​ກໍ​ຮູ້​ວ່າ​ພຣະເຈົ້າ​ໃຫຍ່​ກວ່າ​ໃຈ​ຂອງ​ພວກເຮົາ ແລະ​ພຣະອົງ​ກໍ​ຊົງ​ຮູ້​ທຸກໆ​ສິ່ງ.


ພວກ​ລູກຊາຍ​ຂອງ​ເອລີ​ເປັນ​ຄົນ​ຂີ້ໂກງ; ພວກເຂົາ​ບໍ່​ເອົາໃຈໃສ່​ນັບຖື​ພຣະເຈົ້າຢາເວ


ບາບ​ຂອງ​ພວກ​ລູກຊາຍ​ຂອງ​ເອລີ​ນີ້​ໜັກ​ທີ່ສຸດ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ເພາະ​ພວກເຂົາ​ໝິ່ນປະໝາດ​ເຄື່ອງ​ບູຊາ​ທີ່​ໄດ້​ຖືກ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka