Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 3:12 - ພຣະຄຳພີສັກສິ

12 ໃນ​ມື້ນັ້ນ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ຕໍ່​ຄອບຄົວ​ເອລີ ຕັ້ງແຕ່​ຕົ້ນ​ຈົນ​ຈົບ.

Uka jalj uñjjattʼäta Copia luraña




1 ຊາມູເອນ 3:12
11 Jak'a apnaqawi uñst'ayäwi  

ທຸກຄົນ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຊັກ​ດາບ​ອອກ ແລະ​ຈະ​ບໍ່​ເອົາ​ເຂົ້າ​ຝັກ​ອີກ.’


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.


ຟ້າ​ແລະ​ດິນ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ຖື​ຮັກສາ​ຄຳສັນຍາ​ທຸກ​ຂໍ້ ທີ່​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ​ສັນໃດ ພຣະອົງ​ກໍ​ຈະ​ນຳ​ການ​ຂົ່ມຂູ່​ທຸກຢ່າງ​ມາ​ສູ່​ພວກເຈົ້າ​ສັນນັ້ນ ຈົນກວ່າ​ພຣະອົງ​ຈະ​ທຳລາຍ​ພວກເຈົ້າ​ເສຍ​ຈາກ​ດິນແດນ​ອັນ​ສວຍງາມ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.


ຝ່າຍ​ຊາວ​ອິດສະຣາເອນ​ກໍ​ຕໍ່ສູ້​ເຈົ້າ​ຢາບິນ​ແຮງ​ຂຶ້ນ ຈົນ​ໃນ​ທີ່ສຸດ​ພວກເຂົາ​ໄດ້​ຂ້າ​ເພິ່ນ​ເສຍ.


ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ ແລະ​ໂຮຟະນີ​ກັບ​ຟີເນຮາ​ລູກຊາຍ​ສອງ​ຄົນ​ຂອງ​ເອລີ​ກໍ​ຖືກ​ຂ້າ​ດ້ວຍ.


ຄົນນຳຂ່າວ​ໄດ້​ຕອບ​ວ່າ, “ພວກ​ອິດສະຣາເອນ​ຕ່າງ​ກໍ​ແລ່ນ​ປົບໜີ​ຈາກ​ພວກ​ຟີລິດສະຕິນ ມັນ​ເປັນ​ການ​ພ່າຍແພ້​ທີ່​ເຈັບແສບ​ທີ່ສຸດ​ສຳລັບ​ພວກເຮົາ. ນອກຈາກນີ້ ໂຮຟະນີ​ກັບ​ຟີເນຮາ​ລູກຊາຍ​ທັງສອງ​ຂອງທ່ານ​ກໍ​ຖືກ​ຂ້າ ແລະ​ຫີບ​ຂອງ​ພຣະເຈົ້າ​ກໍ​ຖືກ​ຢຶດ​ໄປ​ດ້ວຍ.”


ນາງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຄາບົດ ໂດຍ​ອະທິບາຍ​ວ່າ, “ສະຫງ່າຣາສີ​ໄດ້​ໄປ​ຈາກ​ຊາດ​ອິດສະຣາເອນ” ອັນ​ເປັນ​ການ​ອ້າງ​ເຖິງ​ຫີບ​ຂອງ​ພຣະເຈົ້າ​ທີ່​ໄດ້​ຖືກ​ຢຶດ​ໄປ​ນັ້ນ ແລະ​ການ​ຕາຍ​ຂອງ​ພໍ່ປູ່​ພ້ອມ​ທັງ​ຜົວ​ຂອງ​ນາງ.


ນາງ​ເວົ້າ​ວ່າ, “ສະຫງ່າຣາສີ​ໄດ້​ຈາກ​ຊາດ​ອິດສະຣາເອນ​ໄປ​ແລ້ວ ເພາະ​ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka