Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 3:11 - ພຣະຄຳພີສັກສິ

11 ພຣະເຈົ້າຢາເວ​ກ່າວ​ແກ່​ຊາມູເອນ​ວ່າ, “ມື້ໜຶ່ງ ເຮົາ​ຈະ​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຫລາຍ​ຕໍ່​ປະຊາຊົນ​ອິດສະຣາເອນ ເມື່ອ​ທຸກຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ ພວກເຂົາ​ຈະ​ຕ້ອງ​ຢ້ານກົວ​ທີ່ສຸດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 3:11
11 Jak'a apnaqawi uñst'ayäwi  

ສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈຶ່ງ​ຈະ​ນຳ​ຄວາມພິນາດ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ອານາຈັກ​ຢູດາຍ ແລະ​ຜູ້ໃດ​ທີ່​ໄດ້ຍິນ​ກ່ຽວກັບ​ການ​ນີ້​ກໍ​ຈະ​ຕົກ​ສະເງີ້.


ມະນຸດ​ໝົດ​ຫວັງ ທີ່​ຈະ​ປາບ​ມັນ​ໃຫ້​ຮູ້ຄວາມ ພໍ​ຫລຽວເຫັນ​ມັນ ກໍ​ຫງາຍ​ຫລັງ​ລົງ​ກັບ​ພື້ນ.


ມັນ​ຈະ​ກະທົບ​ພວກເຈົ້າ​ອີກ​ຫລາຍເທື່ອ ຕອນເຊົ້າ​ແລ້ວ​ຕອນເຊົ້າ​ອີກ. ພວກເຈົ້າ​ຈະ​ຕ້ອງ​ອົດທົນ​ເອົາ​ທັງ​ກາງເວັນ​ແລະ​ກາງຄືນ. ຖ້ອຍຄຳ​ໃໝ່ໆ​ຈາກ​ພຣະເຈົ້າ​ແຕ່ລະ​ເທື່ອ ຈະ​ນຳ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ຢ່າງ​ໃໝ່​ມາ​ໃຫ້


ສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ສະດຸ້ງ​ຕື່ນ​ຕົກໃຈ ດ້ວຍ​ການ​ງຶດງໍ້​ແລ້ວ​ງຶດງໍ້​ອີກ​ໂດຍ​ບໍ່ໄດ້​ຄາດຝັນ. ຄົນສະຫລາດ​ຈະ​ກາຍເປັນ​ຄົນໂງ່ ແລະ​ຄວາມ​ຫລັກແຫລມ​ທຸກຢ່າງ​ຂອງ​ພວກເຂົາ​ກໍ​ຈະ​ບໍ່ມີ​ປະໂຫຍດ.”


ແລະ​ຈົ່ງ​ກ່າວ​ວ່າ, “ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ດັ່ງກ່າວ​ນັ້ນ​ມາ​ສູ່​ບ່ອນ​ນີ້ ຊຶ່ງ​ທຸກຄົນ​ທີ່​ໄດ້ຍິນ​ແລ້ວ​ກໍ​ຈະ​ງົງ.


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຄອຍ​ເຝົ້າເບິ່ງ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ອ້ອມຮອບ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ປະຫລາດ​ໃຈ​ໃນ​ສິ່ງ​ທີ່​ພວກເຈົ້າ​ເຫັນ. ເຮົາ​ກຳລັງ​ຈະ​ເຮັດ​ໃນ​ສິ່ງ​ທີ່​ພວກເຈົ້າ​ຈະ​ບໍ່​ເຊື່ອ ເມື່ອ​ພວກເຈົ້າ​ໄດ້ຍິນ​ກ່ຽວກັບ​ເລື່ອງ​ນັ້ນ.


ມະນຸດ​ຈະ​ສະຫລົບ​ໄປ​ຍ້ອນ​ຄວາມ​ຢ້ານ ແລະ​ຄອຍ​ເບິ່ງ​ເຫດການ​ຕ່າງໆ ທີ່​ກຳລັງ​ເກີດຂຶ້ນ​ທົ່ວ​ເທິງ​ແຜ່ນດິນ​ໂລກ. ດ້ວຍວ່າ, ສິ່ງ​ທີ່​ມີ​ອຳນາດ​ໃນ​ຟ້າ​ສະຫວັນ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.


‘ຈົ່ງ​ເບິ່ງ​ເຖີດ ຄົນ​ທີ່​ມັກ​ປະໝາດ​ນິນທາ ຈົ່ງ​ປະຫລາດ​ໃຈ​ແລະ​ຈິບຫາຍ​ໄປ​ສາ​ເຖີດ ດ້ວຍວ່າ, ສິ່ງ​ທີ່​ເຮົາ​ກະທຳ​ຢູ່​ໃນວັນນີ້ ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຈະ​ບໍ່​ຍອມ ເຊື່ອຟັງ​ເປັນ​ແນ່ ເຖິງ​ແມ່ນ​ວ່າ​ມີ​ບາງຄົນ ມາ​ອະທິບາຍ​ໃຫ້​ຟັງ​ແລ້ວ​ກໍຕາມ.”’


ພຣະເຈົ້າຢາເວ​ໄດ້​ມາ​ຢືນ​ຢູ່​ໃນ​ບ່ອນ​ນັ້ນ ແລະ​ເອີ້ນ​ເໝືອນ​ດັ່ງ​ແຕ່​ກ່ອນ​ວ່າ, “ຊາມູເອນ ຊາມູເອນ​ເອີຍ!” ຊາມູເອນ​ຕອບ​ວ່າ, “ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”


ພວກ​ຟີລິດສະຕິນ​ຕໍ່ສູ້​ຢ່າງໜັກ ຈົນ​ພວກ​ອິດສະຣາເອນ​ພ່າຍແພ້​ໃນທີ່ສຸດ ແລະ​ແຕກ​ໜີໄປ​ບ້ານ​ເຮືອນ​ຂອງ​ໃຜ​ລາວ. ມີ​ການ​ເຂັ່ນຂ້າ​ເປັນ​ໝູ່​ຢ່າງໜັກ​ຄື: ທະຫານ​ອິດສະຣາເອນ​ຖືກ​ຂ້າ​ຕາຍ​ສາມສິບພັນ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka