10 ພຣະເຈົ້າຢາເວໄດ້ມາຢືນຢູ່ໃນບ່ອນນັ້ນ ແລະເອີ້ນເໝືອນດັ່ງແຕ່ກ່ອນວ່າ, “ຊາມູເອນ ຊາມູເອນເອີຍ!” ຊາມູເອນຕອບວ່າ, “ຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່ ຂໍພຣະອົງສັ່ງມາເຖີດ.”
ຊາຍຜູ້ນັ້ນໄດ້ຕອບວ່າ, “ເຮົາບໍ່ເປັນຝ່າຍໃດໝົດ ເຮົາມານີ້ໃນຖານະເປັນຜູ້ບັນຊາການກອງທັບຂອງພຣະເຈົ້າຢາເວ.” ໂຢຊວຍຈຶ່ງກົ້ມຂາບລົງພື້ນດິນ ແລະຖາມວ່າ, “ທ່ານເອີຍ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງທ່ານ ທ່ານຢາກຈະໃຫ້ຂ້ານ້ອຍເຮັດຫຍັງ?”
ແລະດຽວນີ້ພວກເຈົ້າກໍມີກະສັດໂຊນເປັນຜູ້ນຳພາ. ສຳລັບຂ້າພະເຈົ້າເອງນັ້ນເຖົ້າແກ່ແລະຜົມກໍຫງອກຫລາຍແລ້ວ ແລະພວກລູກຊາຍຂອງຂ້າພະເຈົ້າກໍຍັງຢູ່ນຳພວກເຈົ້າ. ຂ້າພະເຈົ້າເປັນຜູ້ນຳຂອງພວກເຈົ້າແຕ່ຍັງໜຸ່ມຈົນເຖິງດຽວນີ້.
ພຣະເຈົ້າຢາເວກ່າວແກ່ຊາມູເອນວ່າ, “ມື້ໜຶ່ງ ເຮົາຈະເຮັດສິ່ງອັນໜ້າຢ້ານກົວຫລາຍຕໍ່ປະຊາຊົນອິດສະຣາເອນ ເມື່ອທຸກຄົນໄດ້ຍິນເຖິງເລື່ອງນີ້ແລ້ວ ພວກເຂົາຈະຕ້ອງຢ້ານກົວທີ່ສຸດ.
ຊາມູເອນນອນຫລັບໄປຈົນເຖິງມື້ເຊົ້າ ແລ້ວລາວກໍລຸກຂຶ້ນໄປໄຂປະຕູພຣະວິຫານຂອງພຣະເຈົ້າຢາເວ, ແຕ່ລາວບໍ່ກ້າບອກນິມິດນີ້ແກ່ເອລີ.
ໃນເມືອງຊີໂລ ບ່ອນທີ່ພຣະເຈົ້າຢາເວໄດ້ປາກົດຕໍ່ຊາມູເອນແລະກ່າວແກ່ລາວນັ້ນ ພຣະເຈົ້າຢາເວກໍສືບຕໍ່ປາກົດແກ່ຊາມູເອນໂດຍຖ້ອຍຄຳຂອງພຣະເຈົ້າຢາເວ.
ພຣະເຈົ້າຢາເວເອີ້ນຊາມູເອນອີກເປັນຄັ້ງທີສາມ; ລາວຈຶ່ງລຸກຂຶ້ນໄປຫາເອລີ ແລະຖາມວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ.” ແລ້ວເອລີກໍເຂົ້າໃຈວ່າແມ່ນພຣະເຈົ້າຢາເວທີ່ເປັນຜູ້ເອີ້ນເດັກຊາຍຄົນນີ້
ດັ່ງນັ້ນ ເພິ່ນຈຶ່ງບອກລາວວ່າ, “ຈົ່ງກັບຄືນໄປນອນສາ ແລະຖ້າເພິ່ນເອີ້ນເຈົ້າອີກ ໃຫ້ເຈົ້າຕອບວ່າ, ‘ພຣະເຈົ້າຢາເວເອີຍ ຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່ ຂໍພຣະອົງສັ່ງມາເຖີດ.”’ ດັ່ງນັ້ນ ຊາມູເອນຈຶ່ງກັບຄືນໄປນອນ.