1 ໃນສະໄໝນັ້ນ ເວລາທີ່ຊາມູເອນກຳລັງຮັບໃຊ້ພຣະເຈົ້າຢາເວພາຍໃຕ້ການນຳພາຂອງເອລີນັ້ນ ຖ້ອຍຄຳຈາກພຣະເຈົ້າຢາເວມີໜ້ອຍຫຼາຍ ແລະບໍ່ຄ່ອຍມີນິມິດຈາກພຣະອົງເລີຍ.
ພວກຂ້ານ້ອຍບໍ່ເຫັນໝາຍສຳຄັນທັງຫຼາຍຕໍ່ໄປ ບໍ່ມີຜູ້ທຳນວາຍຈັກຄົນທີ່ຫລົງເຫລືອຢູ່ໃນທ່າມກາງພວກຂ້ານ້ອຍ ແລະບໍ່ມີໃຜຮູ້ວ່າຍັງດົນປານໃດ.
ຊົນຊາດໃດທີ່ບໍ່ມີນິມິດ ຊົນຊາດນັ້ນກໍຈະຈິບຫາຍ, ແຕ່ຄວາມສຸກເປັນຂອງຄົນທີ່ຖືຮັກສາກົດບັນຍັດຂອງພຣະເຈົ້າ.
ຄົນທີ່ລອດຊີວິດຈະຫາຍາກກວ່າຫາຄຳ.
ໄພພິບັດຈະມາເຖິງພວກເຈົ້າບໍ່ຂາດສາຍ ແລະຂ່າວຮ້າຍກໍຈະມາເຖິງພວກເຈົ້າດັ່ງສາຍນໍ້າ. ພວກເຈົ້າຈະຮ້ອງຂໍໃຫ້ບັນດາຜູ້ທຳນວາຍບອກເຖິງເຫດການທີ່ຈະເກີດຂຶ້ນລ່ວງໜ້າສູ່ພວກເຈົ້າຟັງ. ບັນດາປະໂຣຫິດຈະບໍ່ມີຫຍັງສັ່ງສອນປະຊາຊົນ ແລະບັນດາເຖົ້າແກ່ກໍຈະບໍ່ໃຫ້ຄຳແນະນຳຫຍັງ.
ແລ້ວເອນການາກໍກັບຄືນເມືອເຮືອນຂອງຕົນທີ່ຣາມາ, ແຕ່ເດັກຊາຍຊາມູເອນໄດ້ອາໄສຢູ່ທີ່ເມືອງຊີໂລ ເພື່ອຮັບໃຊ້ພຣະເຈົ້າຢາເວນຳປະໂຣຫິດເອລີ.
ໃນຂະນະດຽວກັນນັ້ນ ເດັກຊາຍຊາມູເອນກໍສືບຕໍ່ບົວລະບັດຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວ ໂດຍນຸ່ງເສື້ອຄຸມຜ້າປ່ານເອໂຟດ.
ເຮົາຈະເລືອກເອົາປະໂຣຫິດຜູ້ໜຶ່ງທີ່ສັດຊື່ຕໍ່ເຮົາ ແລະເຮົາຈະໃຫ້ລາວເຮັດທຸກໆສິ່ງທີ່ເຮົາຕ້ອງການ; ເຮົາຈະໃຫ້ລາວມີເຊື້ອສາຍເປັນຜູ້ບົວລະບັດຮັບໃຊ້ເຮົາຕະຫລອດໄປ ຢູ່ຕໍ່ໜ້າກະສັດທີ່ເຮົາເລືອກເອົາ.
ບໍ່ວ່າຜູ້ໃດກໍຕາມໃນເຊື້ອສາຍຂອງເຈົ້າທີ່ຍັງມີຊີວິດຢູ່ ລາວຈະຕ້ອງໄປຂໍເງິນກັບອາຫານນຳປະໂຣຫິດຜູ້ນັ້ນ ແລະຮ້ອງຂໍຮັບໃຊ້ບັນດາປະໂຣຫິດເພື່ອຈະໄດ້ມີຢູ່ມີກິນ.”’
ຊາມູເອນນອນຫລັບໄປຈົນເຖິງມື້ເຊົ້າ ແລ້ວລາວກໍລຸກຂຶ້ນໄປໄຂປະຕູພຣະວິຫານຂອງພຣະເຈົ້າຢາເວ, ແຕ່ລາວບໍ່ກ້າບອກນິມິດນີ້ແກ່ເອລີ.
ໃນເມືອງຊີໂລ ບ່ອນທີ່ພຣະເຈົ້າຢາເວໄດ້ປາກົດຕໍ່ຊາມູເອນແລະກ່າວແກ່ລາວນັ້ນ ພຣະເຈົ້າຢາເວກໍສືບຕໍ່ປາກົດແກ່ຊາມູເອນໂດຍຖ້ອຍຄຳຂອງພຣະເຈົ້າຢາເວ.