1 ຊາມູເອນ 29:3 - ພຣະຄຳພີສັກສິ3 ເມື່ອແມ່ທັບຂອງພວກຟີລິດສະຕິນຫລຽວເຫັນພວກເຂົາຈຶ່ງຖາມວ່າ, “ພວກເຮັບເຣີເຫຼົ່ານີ້ມາເຮັດຫຍັງຢູ່ໃນທີ່ນີ້?” ເຈົ້າອາກີເຊຕອບວ່າ, “ຜູ້ນີ້ແມ່ນດາວິດຜູ້ຮັບໃຊ້ຂອງໂຊນ ກະສັດຂອງຊາດອິດສະຣາເອນ. ລາວຢູ່ນຳເຮົາມານານພໍສົມຄວນແລ້ວ. ນັບຕັ້ງແຕ່ມື້ທີ່ລາວໄດ້ມາຢູ່ນຳເຮົາ ລາວບໍ່ໄດ້ເຮັດຜິດຫຍັງໃຫ້ເຮົາເຫັນເລີຍ.” Uka jalj uñjjattʼäta |
ທະຫານບາງຄົນຈາກເຜົ່າມານາເຊໄດ້ໄປເຂົ້າກັບຝ່າຍດາວິດ ເມື່ອເພິ່ນຍົກທັບໄປກັບພວກຟີລິດສະຕິນເພື່ອສູ້ຮົບກະສັດໂຊນ. ທີ່ຈິງແລ້ວເພິ່ນບໍ່ໄດ້ຊ່ວຍພວກຟີລິດສະຕິນ ເພາະກະສັດຂອງພວກຟີລິດສະຕິນຢ້ານວ່າດາວິດຈະຫັກຫລັງພວກຕົນ ແລະເຂົ້າຝ່າຍໂຊນ ນາຍເກົ່າຂອງລາວ; ດັ່ງນັ້ນ ພວກເຂົາຈຶ່ງສົ່ງເພິ່ນກັບຄືນເມືອຊິກລັກ.
ດັ່ງນັ້ນ ເຈົ້າອາກີເຊຈຶ່ງຮ້ອງດາວິດມາ ແລະບອກວ່າ, “ຂ້ອຍສາບານໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ເຈົ້າໄດ້ສະແດງຄວາມຈົງຮັກພັກດີຕໍ່ຂ້ອຍ ແລະຂ້ອຍກໍພໍໃຈໃຫ້ເຈົ້າອອກໄປຕໍ່ສູ້ໃນສະໜາມຮົບນຳຂ້ອຍ. ນັບຕັ້ງແຕ່ມື້ທີ່ເຈົ້າໄດ້ມາຫາຂ້ອຍ ຂ້ອຍກໍບໍ່ເຫັນຄວາມຜິດໃນຕົວຂອງເຈົ້າແຕ່ຢ່າງໃດເລີຍ, ແຕ່ກະສັດຄົນອື່ນບໍ່ເຫັນດີໃນຕົວເຈົ້າ.