Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 28:5 - ພຣະຄຳພີສັກສິ

5 ເມື່ອ​ກະສັດ​ໂຊນ​ເຫັນ​ກອງທັບ​ຂອງ​ພວກ​ຟີລິດສະຕິນ ເພິ່ນ​ກໍ​ຢ້ານກົວ​ຈົນ​ຕົວສັ່ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 28:5
11 Jak'a apnaqawi uñst'ayäwi  

ສຽງ​ແຫ່ງ​ຄວາມຢ້ານ​ຈະ​ຮ້ອງ​ແຜດ​ໃສ່​ຫູ​ເຂົາ ຄົນ​ຂີ້ລັກ​ຈະ​ໂຈມຕີ ເມື່ອ​ຕົນ​ຄິດ​ວ່າ​ປອດໄພ​ແລ້ວ.


ອ້ອມຮອບ​ຕົວ​ລາວ​ນັ້ນ ຄວາມຢ້ານ​ໃຫຍ່​ລໍຄອຍ ມັນ​ຕິດຕາມ​ລາວ​ໄປ​ໃນ​ທຸກໆ​ບາດ​ກ້າວ.


ພວກເຂົາ​ໄດ້​ຖືກ​ທຳລາຍ​ຖິ້ມ​ໃນ​ຊົ່ວອຶດ​ຫັນໃຈດຽວ ພວກເຂົາ​ໄດ້​ລົງ​ໄປ​ສູ່​ຈຸດຈົບ​ອັນ​ໜ້າຢ້ານ.


ສິ່ງໃດ​ຄົນຊົ່ວ​ຄິດ​ຢ້ານ ມັນ​ຈະ​ມາ​ເຖິງ​ພວກເຂົາ, ແຕ່​ສິ່ງໃດ​ທີ່​ຄົນ​ຊອບທຳ​ປາຖະໜາ​ກໍ​ຈະ​ຊົງ​ປະທານ​ໃຫ້.


ເມື່ອ​ກະສັດ​ແຫ່ງ​ຢູດາຍ​ຮູ້​ຂ່າວ​ວ່າ ກອງທັບ​ແຫ່ງ​ຊີເຣຍ​ໄດ້​ຕັ້ງ​ຢູ່​ເຂດແດນ​ອິດສະຣາເອນ​ແລ້ວ ເພິ່ນ​ພ້ອມ​ທັງ​ປະຊາຊົນ​ກໍ​ເກີດ​ຢ້ານກົວ ຈົນ​ຕົວ​ສັ່ນເຊັນ​ດັ່ງ​ຕົ້ນໄມ້​ຖືກ​ລົມ​ພັດ​ແຮງ.


ເພິ່ນ​ຈຶ່ງ​ໜ້າຊີດ ແລະ​ຢ້ານຫລາຍ​ຈົນ​ຂາ​ສັ່ນ.


ພວກ​ຟີລິດສະຕິນ​ໄດ້​ເຕົ້າໂຮມ​ກຳລັງ​ກັນ ແລະ​ຕັ້ງ​ຄ້າຍ​ຢູ່​ໃກ້​ກັບ​ເມືອງ​ຊູເນມ. ສ່ວນ​ກະສັດ​ໂຊນ​ນັ້ນ​ໄດ້​ເຕົ້າໂຮມ​ເອົາ​ຊາວ​ອິດສະຣາເອນ ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ.


ສະນັ້ນ ເພິ່ນ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ, ແຕ່​ພຣະເຈົ້າຢາເວ​ບໍ່​ຕອບ​ເພິ່ນ​ຢ່າງໃດ​ໝົດ ບໍ່​ວ່າ​ທາງ​ຄວາມຝັນ ຫລື​ທາງ​ອຸຣິມ​ແລະ​ທຸມມິມ ຫລື​ທາງ​ຜູ້ທຳນວາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka