Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 28:4 - ພຣະຄຳພີສັກສິ

4 ພວກ​ຟີລິດສະຕິນ​ໄດ້​ເຕົ້າໂຮມ​ກຳລັງ​ກັນ ແລະ​ຕັ້ງ​ຄ້າຍ​ຢູ່​ໃກ້​ກັບ​ເມືອງ​ຊູເນມ. ສ່ວນ​ກະສັດ​ໂຊນ​ນັ້ນ​ໄດ້​ເຕົ້າໂຮມ​ເອົາ​ຊາວ​ອິດສະຣາເອນ ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ.

Uka jalj uñjjattʼäta Copia luraña




1 ຊາມູເອນ 28:4
9 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.


ລາວ​ຕອບ​ວ່າ, “ບັງເອີນ​ຂ້ານ້ອຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ ແລະ​ຂ້ານ້ອຍ​ໄດ້​ເຫັນ​ກະສັດ​ໂຊນ​ຢືນ​ຄໍ້າ​ຫອກ​ຂອງຕົນ​ຢູ່ ແລະ​ລົດຮົບ​ກັບ​ທະຫານ​ມ້າ​ຂອງ​ສັດຕູ​ກໍ​ແລ່ນ​ເຂົ້າ​ມາ​ໃກ້​ຕົວ​ເພິ່ນ.


ເພິ່ນ​ຈຶ່ງ​ໄປ​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ຈາກ​ຊາວ​ຢາເບັດ​ກີເລອາດ. (ຊາວ​ຢາເບັດ​ໄດ້​ລັກ​ເອົາ​ຊາກສົບ​ຈາກ​ສີ່​ແຍກ​ກາງ​ເມືອງ​ເບັດ​ຊານ ບ່ອນ​ທີ່​ຊາວ​ຟີລິດສະຕິນ​ແຂວນ​ຊາກສົບ​ໄວ້ ໃນ​ມື້​ທີ່​ກະສັດ​ໂຊນ​ຖືກ​ຂ້າ​ຢູ່​ທີ່​ເທິງ​ພູ​ກິນໂບອາ.)


ແລ້ວ​ການ​ຊອກຫາ​ຍິງສາວ​ບໍຣິສຸດ​ທີ່​ສວຍງາມ​ທົ່ວ​ທັງ​ປະເທດ​ອິດສະຣາເອນ ກໍໄດ້​ມີ​ຂຶ້ນ. ພວກເຂົາ​ໄດ້​ພົບ​ນາງ​ອາບີຊາກ​ຍິງສາວ​ຊາວ​ຊູເນມ ແລະ​ໄດ້​ພາ​ນາງ​ເຂົ້າ​ມາ​ຫາ​ກະສັດ.


ມື້ໜຶ່ງ ເອລີຊາ​ໄດ້​ໄປ​ທີ່​ເມືອງ​ຊູເນມ ບ່ອນ​ທີ່​ຍິງ​ຊາວ​ຊູເນມ​ຜູ້​ຮັ່ງມີ​ຄົນ​ໜຶ່ງ​ອາໄສ​ຢູ່. ນາງ​ໄດ້​ເຊີນ​ເອລີຊາ​ໄປ​ຮັບປະທານ​ອາຫານ​ນຳ ແລະ​ຕັ້ງແຕ່​ນັ້ນ​ມາ ເອລີຊາ​ກໍ​ຮັບປະທານ​ອາຫານ​ທີ່​ເຮືອນ​ນາງ​ທຸກ​ເທື່ອ ທີ່​ເພິ່ນ​ໄປ​ເມືອງ​ຊູເນມ.


ເຂດແດນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ຢິດຊະເຣນ, ເກສຸນໂລດ, ຊູເນມ,


ເມື່ອ​ກະສັດ​ໂຊນ​ເຫັນ​ກອງທັບ​ຂອງ​ພວກ​ຟີລິດສະຕິນ ເພິ່ນ​ກໍ​ຢ້ານກົວ​ຈົນ​ຕົວສັ່ນ.


ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ຢູ່​ທີ່​ເທິງ​ພູ​ກິນໂບອາ. ໃນ​ບ່ອນ​ນັ້ນ ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ເປັນ​ຈຳນວນ​ຫລວງຫລາຍ. ສ່ວນ​ທີ່​ເຫຼືອ​ນັ້ນ​ກໍໄດ້​ປົບໜີໄປ ມີ​ທັງ​ກະສັດ​ໂຊນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ດ້ວຍ.


ວັນ​ຕໍ່ມາ ຫລັງຈາກ​ການ​ສູ້ຮົບ​ຢຸດຕິລົງ​ແລ້ວ ພວກ​ຟີລິດສະຕິນ​ຈຶ່ງ​ໄປ​ຫາ​ປົດ​ເອົາ​ເຄື່ອງ​ຂອງ​ຄົນ​ທີ່​ຕາຍໄປ​ແລ້ວ. ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ ພ້ອມ​ກັບ​ຊາກສົບ​ຂອງ​ລູກຊາຍ​ທັງ​ສາມ​ຂອງ​ເພິ່ນ​ທີ່​ເທິງ​ພູ​ກິນໂບອາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka