Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 28:3 - ພຣະຄຳພີສັກສິ

3 ມາບັດນີ້ ຊາມູເອນ​ກໍໄດ້​ຕາຍໄປ​ແລ້ວ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ ແລະ​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານ​ເມືອງ​ຂອງ​ເພິ່ນ​ເອງ. ໃນ​ສະໄໝ​ນັ້ນ ກະສັດ​ໂຊນ​ໄດ້​ຂັບໄລ່​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ທັງຫຼາຍ​ໃຫ້​ອອກ​ໄປ​ຈາກ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 28:3
12 Jak'a apnaqawi uñst'ayäwi  

ແຕ່​ຖ້າ​ພໍ່​ຂອງ​ຍິງ​ນັ້ນ​ບໍ່​ຍິນ​ຍອມ​ໃຫ້​ນາງ​ແຕ່ງງານ​ກັບ​ຊາຍ​ນັ້ນ ລາວ​ຕ້ອງ​ເສຍ​ເງິນ​ເທົ່າ​ກັບ​ຄ່າ​ດອງ ຕາມ​ທຳນຽມ​ສູ່​ຂໍ​ຍິງ​ສາວ​ບໍຣິສຸດ.


ຢ່າ​ໄວ້​ຊີວິດ​ຍິງ​ທີ່​ໃຊ້​ເວດມົນ​ຄາຖາ.


ຢ່າ​ໄປ​ຂໍ​ຄຳແນະນຳ​ຈາກ​ໝໍ​ຜີ ທີ່​ປຸກ​ວິນຍານ​ຄົນ​ຕາຍ​ຂຶ້ນ​ມາ​ປຶກສາ; ຖ້າ​ພວກເຈົ້າ​ຂືນ​ເຮັດ ພວກເຈົ້າ​ກໍ​ເປັນມົນທິນ​ຕາມ​ກົດບັນຍັດ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


“ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ປຸກ​ວິນຍານ​ຂອງ​ຄົນ​ຕາຍ​ຂຶ້ນ​ມາ​ປຶກສາ ກໍ​ຈະ​ຖືກ​ແກວ່ງ​ດ້ວຍ​ກ້ອນຫີນ​ໃຫ້​ເຖິງ​ຕາຍ; ຄົນ​ໃດ​ທີ່​ເຮັດ​ສິ່ງ​ນັ້ນ ແມ່ນ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ຕົນເອງ.”


ຖ້າ​ຜູ້ໃດ​ໄປ​ຂໍ​ຄຳແນະນຳ​ຈາກ​ໝໍ​ຜີ ທີ່​ປຸກ​ວິນຍານ​ຄົນຕາຍ​ຂຶ້ນ​ມາ​ປຶກສາ ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ຜູ້ນັ້ນ​ທັງ​ຈະ​ບໍ່​ຖື​ລາວ​ວ່າ ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ການ​ກະບົດ​ຕໍ່ສູ້​ພຣະອົງ​ເປັນ​ການ​ຊົ່ວຊ້າ​ເທົ່າ​ກັບ​ການ​ໃຊ້​ເວດມົນ​ຄາຖາ ແລະ​ຄວາມ​ອວດດີ​ກໍ​ເປັນ​ບາບ​ເທົ່າ​ກັບ​ການ​ຂາບໄຫວ້​ຮູບເຄົາຣົບ. ຍ້ອນ​ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ປະຖິ້ມ​ເຈົ້າ ແລະ​ບໍ່​ໃຫ້​ເຈົ້າ​ເປັນ​ກະສັດ​ອີກ​ຕໍ່ໄປ.”


ເມື່ອ​ຊາມູເອນ​ຕາຍໄປ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ. ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານເມືອງ​ຂອງ​ເພິ່ນ​ເອງ. ຫລັງຈາກ​ນັ້ນ ດາວິດ​ໄດ້​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


ຍິງ​ຄົນ​ນັ້ນ​ຕອບ​ວ່າ, “ເຈົ້າ​ຄົງ​ຮູ້​ດີ​ແລ້ວ​ວ່າ ກະສັດ​ໂຊນ​ໄດ້​ກະທຳ​ຢ່າງໃດ​ຕໍ່​ພວກ​ໝໍ​ມໍ​ແລະ​ໝໍ​ຜີ, ເພິ່ນ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໜີໄປ​ຈາກ​ຊາດ​ອິດສະຣາເອນ. ເຫດໃດ​ເຈົ້າ​ຈຶ່ງ​ພະຍາຍາມ​ມາ​ຫ້າງແຮ້ວ​ໃສ່​ຂ້ອຍ ແລະ​ຈະ​ໃຫ້​ຂ້ອຍ​ຖືກ​ຂ້າ​ຖິ້ມ​ຊັ້ນບໍ?”


ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ເມືອ​ເຮືອນ​ຂອງ​ເພິ່ນ​ທີ່​ເມືອງ​ຣາມາ ບ່ອນ​ທີ່​ເພິ່ນ​ຮັບໃຊ້​ເປັນ​ຜູ້​ຕັດສິນ​ຄວາມ​ຄືກັນ. ຢູ່​ໃນ​ເມືອງ​ຣາມາ​ນີ້ ເພິ່ນ​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka