Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 28:10 - ພຣະຄຳພີສັກສິ

10 ແລ້ວ​ກະສັດ​ໂຊນ​ກໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ຕໍ່​ຍິງນັ້ນ​ວ່າ, “ຂ້ອຍ​ຂໍ​ສັນຍາ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ເຈົ້າ​ຈະ​ບໍ່​ຖືກ​ລົງໂທດ​ທີ່​ເຈົ້າ​ກະທຳ​ເຊັ່ນນີ້.”

Uka jalj uñjjattʼäta Copia luraña




1 ຊາມູເອນ 28:10
10 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກ່າວ​ເຊັ່ນ​ນັ້ນ​ເພາະ​ພຣະອົງ​ຮູ້​ວ່າ ຖ້າ​ເຈົ້າ​ກິນ​ໝາກໄມ້​ນັ້ນ​ເມື່ອໃດ ເຈົ້າ​ກໍ​ຈະ​ເປັນ​ເໝືອນ​ພຣະເຈົ້າ ເມື່ອນັ້ນ, ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ.”


ນາງ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ ເພື່ອ​ວ່າ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ ຜູ້​ທີ່​ຮັບຜິດຊອບ​ແກ້ແຄ້ນ​ຕໍ່​ການ​ຕາຍ​ຂອງ​ລູກຊາຍ​ຂ້ານ້ອຍ​ນັ້ນ ຈະ​ບໍ່​ເຮັດ​ຜິດ​ອັນ​ຮ້າຍແຮງ​ກວ່າ​ນັ້ນ ໂດຍ​ຂ້າ​ລູກຊາຍ​ຄົນ​ໜຶ່ງ​ອີກ​ຂອງ​ຂ້ານ້ອຍ.” ກະສັດ​ດາວິດ​ຕອບ​ວ່າ, “ເຮົາ​ສັນຍາ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ວ່າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ທຳຮ້າຍ​ແຕ່​ຢ່າງໃດ​ໝົດ.”


ຢ່າ​ໃຊ້​ຊື່​ຂອງເຮົາ​ໄປ​ໃນ​ທາງ​ຊົ່ວຮ້າຍ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ, ພຣະເຈົ້າຢາເວ​ຈະ​ເອົາ​ໂທດ​ກັບ​ທຸກໆ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.


ເປໂຕ​ໄດ້​ປະຕິເສດ​ອີກ​ໂດຍ​ສາບານ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຄົນ​ນັ້ນ”.


ແລ້ວ​ເພິ່ນ​ກໍ​ສາບານ​ປະຕິຍານ​ວ່າ, “ເຮົາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຂໍ​ມາ ແມ່ນແຕ່​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງເຮົາ.”


ເຮົາ​ຂໍ​ສັນຍາ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ຊ່ວຍ​ໃຫ້​ຊາດ​ອິດສະຣາເອນ​ມີ​ໄຊຊະນະ​ວ່າ ຜູ້​ທີ່​ເຮັດ​ຜິດ​ຈະ​ຕ້ອງ​ຖືກ​ຂ້າ ແມ່ນແຕ່​ໂຢນາທານ​ລູກຊາຍ​ຂອງເຮົາ​ກໍຕາມ.” ແຕ່​ບໍ່ມີ​ຜູ້ໃດ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ​ເວົ້າ​ຫຍັງ​ເລີຍ.


ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ໂຢນາທານ​ເວົ້າ​ດັ່ງນັ້ນ ເພິ່ນ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດຢູ່​ວ່າ ເພິ່ນ​ຈະ​ບໍ່​ຂ້າ​ດາວິດ.


ຍິງ​ນັ້ນ​ຖາມ​ວ່າ, “ເຈົ້າ​ຢາກ​ໃຫ້​ຂ້ອຍ​ເອີ້ນ​ເອົາ​ຜູ້ໃດ​ຂຶ້ນ​ມາ?” ເພິ່ນ​ຕອບ​ວ່າ, “ຊາມູເອນ.”


ຍິງ​ຄົນ​ນັ້ນ​ຕອບ​ວ່າ, “ເຈົ້າ​ຄົງ​ຮູ້​ດີ​ແລ້ວ​ວ່າ ກະສັດ​ໂຊນ​ໄດ້​ກະທຳ​ຢ່າງໃດ​ຕໍ່​ພວກ​ໝໍ​ມໍ​ແລະ​ໝໍ​ຜີ, ເພິ່ນ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໜີໄປ​ຈາກ​ຊາດ​ອິດສະຣາເອນ. ເຫດໃດ​ເຈົ້າ​ຈຶ່ງ​ພະຍາຍາມ​ມາ​ຫ້າງແຮ້ວ​ໃສ່​ຂ້ອຍ ແລະ​ຈະ​ໃຫ້​ຂ້ອຍ​ຖືກ​ຂ້າ​ຖິ້ມ​ຊັ້ນບໍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka