Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 28:1 - ພຣະຄຳພີສັກສິ

1 ຢູ່ມາ​ຄັ້ງໜຶ່ງ ພວກ​ຟີລິດສະຕິນ​ໄດ້​ຮວບຮວມ​ທະຫານ​ອອກ​ໄປ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ. ເຈົ້າ​ອາກີເຊ​ຈຶ່ງ​ກ່າວ​ຕໍ່​ດາວິດ​ວ່າ, “ເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ ເຈົ້າ​ເອງ​ກັບ​ຄົນ​ຂອງ​ເຈົ້າ​ຈະ​ຕ້ອງ​ສູ້ຮົບ​ຢູ່​ຝ່າຍ​ເຮົາ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 28:1
7 Jak'a apnaqawi uñst'ayäwi  

ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງ​ກັນ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ພວກເຂົາ​ມີ​ລົດຮົບ​ສາມສິບພັນ​ຄັນ, ທະຫານ​ມ້າ​ຫົກພັນ​ຄົນ ແລະ​ມີ​ທະຫານ​ຫລວງຫລາຍ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ທະເລ. ພວກເຂົາ​ໄດ້​ໄປ​ສູ່​ມິກມາດ​ທີ່​ທາງ​ຕາເວັນອອກ​ຂອງ​ເບັດອາເວນ ແລະ​ຕັ້ງຄ້າຍ​ຢູ່​ທີ່​ນັ້ນ.


ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງກັນ ເຂົ້າ​ສູ່​ເສິກ​ທີ່​ເມືອງ​ໂສໂກ​ໃນ​ແຂວງ​ຢູດາຍ; ພວກເຂົາ​ຕັ້ງ​ທີ່ໝັ້ນ​ຢູ່​ບ່ອນ​ໜຶ່ງ​ຊື່​ວ່າ ເອແຟັດດຳມິມ ລະຫວ່າງ​ກາງເມືອງ​ໂສໂກ​ແລະ​ເມືອງ​ອາເຊກາ.


ສ່ວນ​ເຈົ້າ​ອາກີເຊ​ກໍ​ໄວ້ເນື້ອ​ເຊື່ອໃຈ​ດາວິດ ເພິ່ນ​ຄິດ​ຢູ່ໃນ​ໃຈ​ວ່າ, “ຊາວ​ອິດສະຣາເອນ​ຄົນ​ຊາດ​ດຽວກັນ​ກຽດຊັງ​ດາວິດ​ຫລາຍ​ທີ່ສຸດ. ສະນັ້ນ ລາວ​ຈະ​ຕ້ອງ​ຮັບໃຊ້​ເຮົາ​ຕະຫລອດ​ຊີວິດ​ຂອງ​ລາວ.”


ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ຢູ່​ທີ່​ເທິງ​ພູ​ກິນໂບອາ. ໃນ​ບ່ອນ​ນັ້ນ ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ເປັນ​ຈຳນວນ​ຫລວງຫລາຍ. ສ່ວນ​ທີ່​ເຫຼືອ​ນັ້ນ​ກໍໄດ້​ປົບໜີໄປ ມີ​ທັງ​ກະສັດ​ໂຊນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ດ້ວຍ.


ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ຂ່າວ​ວ່າ ພວກ​ອິດສະຣາເອນ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ເມືອງ​ມີຊະປາ; ກະສັດ​ຊາວ​ຟີລິດສະຕິນ​ທັງ​ຫ້າ​ຄົນ​ພ້ອມ​ກັບ​ທະຫານ​ຈຳນວນ​ໜຶ່ງ ຈຶ່ງ​ຕຽມຕົວ​ອອກ​ໄປ​ໂຈມຕີ​ພວກເຂົາ. ເມື່ອ​ພວກ​ອິດສະຣາເອນ​ໄດ້ຍິນ​ຂ່າວ​ນີ້ ພວກເຂົາ​ກໍ​ເກີດ​ຢ້ານກົວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka