Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 27:9 - ພຣະຄຳພີສັກສິ

9 ດາວິດ​ໄດ້​ຂ້າ​ທັງ​ຊາຍ​ແລະ​ຍິງ ແລະ​ຢຶດເອົາ​ແກະ, ງົວ, ອູດ, ລໍ, ຕະຫລອດ​ທັງ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ດ້ວຍ ແລ້ວ​ເພິ່ນ​ກໍ​ກັບຄືນ​ມາ​ຫາ​ເຈົ້າ​ອາກີເຊ.

Uka jalj uñjjattʼäta Copia luraña




1 ຊາມູເອນ 27:9
9 Jak'a apnaqawi uñst'ayäwi  

ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ພົບ​ຮາກາ​ໃກ້​ບໍ່​ນໍ້າ​ແຫ່ງ​ໜຶ່ງ ຢູ່​ໃນ​ທະເລຊາຍ​ທາງ​ໄປ​ເມືອງ​ຊູເຣ


ເຊື້ອສາຍ​ຂອງ​ອິດຊະມາເອນ​ອາໄສ​ຢູ່​ໃນ​ດິນແດນ ລະຫວ່າງ​ເມືອງ​ຮາວີລາ​ແລະ​ຊູເຣ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ປະເທດ​ເອຢິບ ຕາມ​ທາງ​ໄປ​ສູ່​ປະເທດ​ອັດຊີເຣຍ. ພວກເຂົາ​ອາໄສ​ຢູ່​ຕ່າງຫາກ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ.


ພ້ອມ​ທັງ​ມີ​ແກະ​ເຈັດພັນ​ໂຕ, ອູດ​ສາມພັນ​ໂຕ, ງົວ​ໜຶ່ງພັນ​ໂຕ ແລະ​ລໍ​ຫ້າຮ້ອຍ​ໂຕ. ເພິ່ນ​ຍັງ​ມີ​ຄົນຮັບໃຊ້​ຈຳນວນ​ຫລວງຫລາຍ ແລະ​ທັງ​ເປັນ​ຄົນ​ຮັ່ງມີ​ທີ່ສຸດ​ຢູ່​ທາງ​ພາກ​ຕາເວັນອອກ.


ແລ້ວ​ໂມເຊ​ກໍໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ຈາກ​ທະເລແດງ ມຸ້ງໜ້າ​ເຂົ້າ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ຊູເຣ. ພວກເຂົາ​ຍ່າງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຖິງ​ສາມ​ມື້ ແຕ່​ບໍ່​ພົບ​ນໍ້າ.


ພວກເຂົາ​ໄດ້​ໃຊ້​ດາບ​ຂ້າ​ທັງ​ຍິງ​ແລະ​ຊາຍ ຜູ້ໜຸ່ມ​ແລະ​ຜູ້ເຖົ້າ, ຕະຫລອດ​ທັງ​ຝູງງົວ, ຝູງແກະ ແລະ​ຝູງ​ລໍ​ດ້ວຍ.


ຈົ່ງ​ໄປ​ໂຈມຕີ​ຊາວ​ອາມາເຫຼັກ ແລະ​ທຳລາຍ​ທຸກຢ່າງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ​ໃຫ້​ໝົດ. ຢ່າ​ໃຫ້​ສິ່ງໃດສິ່ງໜຶ່ງ​ເຫຼືອ​ຢູ່​ເລີຍ. ຈົ່ງ​ຂ້າ​ຜູ້ຊາຍ​ຜູ້ຍິງ, ແອນ້ອຍ​ທີ່​ຫາ​ກໍ​ເກີດ​ໃໝ່​ກັບ​ເດັກນ້ອຍ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງງົວ, ຝູງແກະ, ຝູງ​ອູດ ແລະ​ຝູງ​ລໍ​ດ້ວຍ.”’


ກະສັດ​ໂຊນ​ໄດ້​ເອົາ​ຊະນະ​ຊາວ​ອາມາເຫຼັກ​ໂດຍ​ສູ້ຮົບ​ກັນ​ຕະຫລອດ​ທາງ ແຕ່​ເມືອງ​ຮາວີລາ​ຈົນເຖິງ​ເມືອງ​ຊູເຣ​ທີ່​ທາງທິດ​ຕາເວັນອອກ​ຂອງ​ເອຢິບ;


ເພິ່ນ​ຈັບ​ເຈົ້າ​ອາກາ​ກະສັດ​ແຫ່ງ​ອາມາເຫຼັກ​ໄດ້​ທັງ​ເປັນ ແລະ​ໄດ້​ຂ້າ​ປະຊາຊົນ​ທັງໝົດ​ຖິ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka