1 ຊາມູເອນ 27:8 - ພຣະຄຳພີສັກສິ8 ໃນສະໄໝນັ້ນ ດາວິດກັບທະຫານຂອງເພິ່ນກໍໄດ້ໂຈມຕີຊາວເກຊູ, ຊາວກີຣິຊີ ແລະຊາວອາມາເຫຼັກ ຊຶ່ງເປັນພວກທີ່ຢູ່ໃນດິນແດນນັ້ນດົນນານມາແລ້ວ. ເພິ່ນໄດ້ຫລອນໂຈມຕີດິນແດນຂອງພວກເຂົາ ໄປຈົນເຖິງເມືອງຊູເຣແລະລົງໄປເຖິງດິນແດນປະເທດເອຢິບ. Uka jalj uñjjattʼäta |
ອັບຊາໂລມຕອບວ່າ, “ກໍເພາະເຈົ້າບໍ່ຍອມມາ ເມື່ອຂ້ອຍສົ່ງຄົນໄປເອີ້ນເຈົ້າ. ຂ້ອຍຢາກໃຫ້ເຈົ້າໄປຫາກະສັດ ແລະຖາມເພິ່ນໃຫ້ຂ້ອຍວ່າ, ‘ເຫດໃດຂ້ອຍຈຶ່ງຈາກເມືອງເກຊູມາຢູ່ທີ່ນີ້? ຖ້າຂ້ອຍຢູ່ພຸ້ນຄົງຈະເປັນການດີກວ່າ.’ ດຽວນີ້ ຂ້ອຍຢາກໃຫ້ເຈົ້າຫາທາງໃຫ້ຂ້ອຍໄດ້ເຂົ້າໄປພົບກະສັດ ແລະຖ້າຂ້ອຍເປັນຄົນຜິດກໍໃຫ້ເພິ່ນຂ້າຂ້ອຍເສຍ.”
ດັ່ງນັ້ນ ເຈົ້າອາກີເຊຈຶ່ງຮ້ອງດາວິດມາ ແລະບອກວ່າ, “ຂ້ອຍສາບານໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ເຈົ້າໄດ້ສະແດງຄວາມຈົງຮັກພັກດີຕໍ່ຂ້ອຍ ແລະຂ້ອຍກໍພໍໃຈໃຫ້ເຈົ້າອອກໄປຕໍ່ສູ້ໃນສະໜາມຮົບນຳຂ້ອຍ. ນັບຕັ້ງແຕ່ມື້ທີ່ເຈົ້າໄດ້ມາຫາຂ້ອຍ ຂ້ອຍກໍບໍ່ເຫັນຄວາມຜິດໃນຕົວຂອງເຈົ້າແຕ່ຢ່າງໃດເລີຍ, ແຕ່ກະສັດຄົນອື່ນບໍ່ເຫັນດີໃນຕົວເຈົ້າ.