Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 27:5 - ພຣະຄຳພີສັກສິ

5 ດາວິດ​ໄດ້​ເວົ້າ​ກັບ​ເຈົ້າ​ອາກີເຊ​ວ່າ, “ຖ້າ​ທ່ານ​ເມດຕາ​ຂ້ານ້ອຍ ຂໍ​ໃຫ້​ທ່ານ​ເອົາ​ເມືອງ​ໜຶ່ງ​ນ້ອຍໆ​ໃຫ້​ຂ້ານ້ອຍ​ອາໄສ​ຢູ່. ທ່ານເອີຍ ທ່ານ​ບໍ່​ຈຳເປັນ​ໃຫ້​ຂ້ານ້ອຍ​ຕ້ອງ​ອາໄສ​ຢູ່​ນຳ​ທ່ານ​ໃນ​ເມືອງເອກ​ນີ້​ດອກ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 27:5
4 Jak'a apnaqawi uñst'ayäwi  

ໃຫ້​ພວກເຈົ້າ​ຕອບ​ວ່າ, ພວກເຈົ້າ​ລ້ຽງ​ສັດ​ເປັນ​ອາຊີບ​ເໝືອນ​ດັ່ງ​ບັນ​ພະບຸລຸດ​ຂອງ​ພວກເຮົາ. ໂດຍ​ວິທີ​ນີ້​ກະສັດ​ກໍ​ຈະ​ອະນຸຍາດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້.” ໂຢເຊັບ​ແນະນຳ​ເຊັ່ນນີ້ ເພາະ​ຊາວ​ເອຢິບ​ບໍ່​ມັກ​ພວກ​ລ້ຽງແກະ.


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ວ່າ​ດາວິດ​ໜີໄປ​ຢູ່​ເມືອງ​ກາດ​ແລ້ວ ເພິ່ນ​ຈຶ່ງ​ເຊົາ​ຕາມລ່າ​ຫາ​ດາວິດ.


ດັ່ງນັ້ນ ເຈົ້າ​ອາກີເຊ​ຈຶ່ງ​ມອບ​ເມືອງ​ຊິກລັກ​ໃຫ້​ແກ່​ດາວິດ. ດ້ວຍເຫດນີ້​ເອງ ເມືອງ​ຊິກລັກ​ຈຶ່ງ​ຕົກ​ເປັນ​ຂອງ​ກະສັດ​ແຫ່ງ​ຢູດາຍ ນັບ​ຕັ້ງແຕ່​ເວລາ​ນັ້ນ​ເປັນ​ຕົ້ນມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka