12 ສ່ວນເຈົ້າອາກີເຊກໍໄວ້ເນື້ອເຊື່ອໃຈດາວິດ ເພິ່ນຄິດຢູ່ໃນໃຈວ່າ, “ຊາວອິດສະຣາເອນຄົນຊາດດຽວກັນກຽດຊັງດາວິດຫລາຍທີ່ສຸດ. ສະນັ້ນ ລາວຈະຕ້ອງຮັບໃຊ້ເຮົາຕະຫລອດຊີວິດຂອງລາວ.”
ຢາໂຄບຈຶ່ງເວົ້າກັບຊີເມໂອນແລະເລວີວ່າ, “ພວກເຈົ້າກໍ່ເລື່ອງເດືອດຮ້ອນມາໃຫ້ຂ້ອຍແລ້ວ; ບັດນີ້ ຊາວການາອານ, ຊາວເປຣີຊີ ແລະປະຊາຊົນທຸກຄົນໃນດິນແດນນີ້ຈະກຽດຊັງຂ້ອຍ. ຖ້າປະຊາຊົນເຫຼົ່ານີ້ພ້ອມໃຈກັນມາໂຈມຕີ ຄອບຄົວພວກເຮົາກໍຈະຖືກທຳລາຍຖິ້ມໝົດ ເພາະຄົນຂອງພວກເຮົາມີບໍ່ຫລາຍ.”
ຊາວອຳໂມນຮູ້ຕົວວ່າພວກຕົນໄດ້ສ້າງສັດຕູກັບກະສັດດາວິດ. ດັ່ງນັ້ນ ພວກເຂົາຈຶ່ງໄປຈ້າງເອົາທະຫານຊີເຣຍ ຊາວພັນຄົນ ຈາກເມືອງເບັດເຣໂຮບ ແລະເມືອງໂຊບາ ສິບສອງພັນຄົນ ຈາກເມືອງໂຕບ ແລະກະສັດແຫ່ງມາອາກາພ້ອມກັບທະຫານໜຶ່ງພັນຄົນ.
ພວກເຂົາຈຶ່ງເວົ້າຕໍ່ໂມເຊ ແລະອາໂຣນວ່າ, “ພຣະເຈົ້າຢາເວຮູ້ເຫັນສິ່ງທີ່ພວກເຈົ້າເຮັດ ແລະພຣະອົງຈະລົງໂທດພວກເຈົ້າ ທີ່ກໍ່ເຫດໃຫ້ກະສັດຟາໂຣ ແລະຂ້າຣາຊການຂອງເພິ່ນກຽດຊັງພວກເຮົາ. ພວກເຈົ້າເຮັດເຊັ່ນນີ້ກໍເທົ່າກັບວ່າເອົາດາບໃຫ້ພວກເຂົາຂ້າພວກເຮົາຖິ້ມ.”
ເມື່ອຊາວອິດສະຣາເອນທັງໝົດໄດ້ຍິນຂ່າວວ່າ, ກະສັດໂຊນໄດ້ຂ້າຜູ້ບັນຊາການທະຫານຟີລິດສະຕິນ ແລະຊາວຟີລິດສະຕິນກໍກຽດຊັງພວກຕົນ. ສະນັ້ນ ພວກເຂົາຈຶ່ງຕອບສະໜອງຄຳຮຽກຮ້ອງ ເພື່ອເຂົ້າໄປສົມທົບກັບກະສັດໂຊນທີ່ເມືອງກິນການ.
ດາວິດໄດ້ຂ້າທຸກໆຄົນ ທັງຊາຍແລະຍິງ ເພື່ອບໍ່ໃຫ້ມີຜູ້ໃດກັບຄືນມາເມືອງກາດ ເພື່ອລາຍງານເຖິງເຫດການທີ່ເພິ່ນກັບຄົນຂອງເພິ່ນໄດ້ກະທຳ. ຕະຫລອດເວລາທີ່ດາວິດຢູ່ໃນຟີລິດສະຕິນນີ້ ເພິ່ນໄດ້ປະຕິບັດເຊັ່ນນີ້ສະເໝີ.
ຢູ່ມາຄັ້ງໜຶ່ງ ພວກຟີລິດສະຕິນໄດ້ຮວບຮວມທະຫານອອກໄປຕໍ່ສູ້ກັບພວກອິດສະຣາເອນ. ເຈົ້າອາກີເຊຈຶ່ງກ່າວຕໍ່ດາວິດວ່າ, “ເຈົ້າຕ້ອງເຂົ້າໃຈວ່າ ເຈົ້າເອງກັບຄົນຂອງເຈົ້າຈະຕ້ອງສູ້ຮົບຢູ່ຝ່າຍເຮົາ.”