Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:9 - ພຣະຄຳພີສັກສິ

9 ແຕ່​ດາວິດ​ໄດ້ກ່າວ​ຕໍ່​ອາບີໄຊ​ວ່າ, “ເຈົ້າ​ບໍ່ຄວນ​ທຳຮ້າຍ​ເພິ່ນ​ເລີຍ ເພາະ​ຜູ້ໃດ​ທີ່​ຢຽດມື​ອອກ​ຕໍ່ສູ້​ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ​ໄວ້ ພຣະອົງ​ຈະ​ລົງ​ໂທດ​ຜູ້​ນັ້ນ​ຢ່າງ​ແນ່ນອນ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 26:9
11 Jak'a apnaqawi uñst'ayäwi  

ດາວິດ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກ້າ​ຂ້າ​ກະສັດ ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ?”


ແລ້ວ​ດາວິດ​ກໍ​ກ່າວ​ຕໍ່​ຊາຍ​ຄົນ​ນີ້​ວ່າ, “ເຈົ້າ​ນຳ​ໂທດ​ນີ້​ມາ​ສູ່​ຕົວ​ເຈົ້າ​ເອງ ເມື່ອ​ເຈົ້າ​ສາລະພາບ​ວ່າ​ເຈົ້າ​ໄດ້​ຂ້າ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ ເຈົ້າ​ກໍໄດ້​ລົງໂທດ​ເຈົ້າ​ເອງ​ສາ​ແລ້ວ.”


ແຕ່​ກະສັດ​ດາວິດ​ໄດ້​ເວົ້າ​ກັບ​ອາບີໄຊ ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ແມ່ນ​ຜູ້ໃດ​ຖາມ​ເອົາ​ຄວາມ​ຄິດ​ເຫັນ​ນຳ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເດືອດຮ້ອນ​ອີກ​ບໍ? ດຽວ​ນີ້​ເຮົາ​ເອງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ວັນ​ນີ້​ຈະ​ບໍ່ມີ​ຄົນ​ອິດສະຣາເອນ​ຜູ້ໃດ​ຖືກ​ປະຫານ​ຊີວິດ.”


“ຢ່າ​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເຈີມໄວ້ ຢ່າ​ແຕະຕ້ອງ​ບັນດາ​ຜູ້ທຳນວາຍ​ຂອງເຮົາ.”


ຂ້ານ້ອຍ​ບໍ່ໄດ້​ເວົ້າ​ຊົ່ວ​ເໝືອນ​ດັ່ງ​ຄົນອື່ນໆ​ເວົ້າ​ກັນ ຂ້ານ້ອຍ​ຖື​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ທຸກໆ​ຂໍ້ ແລະ​ບໍ່​ຢຶດ​ທາງ​ຮຸນແຮງ​ດ້ວຍ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ແລະ​ອີດູ​ແດ່​ ເພາະ​ມາ​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະອົງ. ຢູ່​ໃຕ້​ປີກ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມ​ຄຸ້ມຄອງ ຈົນກວ່າ​ລົມ​ພະຍຸ​ຮ້າຍ​ຜ່ານ​ພົ້ນ​ໄປ​ແລ້ວ.


ຖ້າ​ຂ້ານ້ອຍ​ໄດ້​ຄິດຄົດ​ຕໍ່​ຜູ້ໜຶ່ງ​ຜູ້ໃດ ຫລື​ໄດ້​ຫັກຫລັງ​ເພື່ອນ​ຄົນໃດ​ຄົນໜຶ່ງ ຫລື​ເຮັດ​ຮຸນແຮງ​ໂພດ​ຕໍ່​ສັດຕູ​ຢ່າງ​ບໍ່​ຍຸດຕິທຳ ຖ້າ​ຂ້ານ້ອຍ​ໄດ້​ເຮັດ​ໃນ​ສິ່ງ​ເຫຼົ່ານີ້


ແລ້ວ​ຊາມູເອນ​ກໍ​ເອົາ​ເຕົ້າ​ນໍ້າມັນ​ໝາກກອກເທດ​ຖອກ​ໃສ່​ຫົວ​ໂຊນ ແລະ​ຈູບ​ລາວ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້ຫົດສົງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ເຈົ້າ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງປວງ​ຂອງ​ພວກເຂົາ. ຂໍ້​ພິສູດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ເຈົ້າ ໃຫ້​ຂຶ້ນ​ເປັນ​ຜູ້​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ ແມ່ນ​ດັ່ງນີ້:


ຂ້າພະເຈົ້າ​ຢູ່​ທີ່ນີ້​ແລ້ວ ສະນັ້ນ ຖ້າ​ຂ້າພະເຈົ້າ​ເຮັດ​ຜິດ​ປະການໃດ​ປະການໜຶ່ງ ຈົ່ງ​ໃຫ້​ພວກເຈົ້າ​ຮ້ອງຟ້ອງ​ຂ້າພະເຈົ້າ​ດຽວ​ນີ້ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ທີ່​ພຣະອົງ​ໄດ້​ເລືອກ​ເອົາ. ຂ້າພະເຈົ້າ​ເຄີຍ​ໄດ້​ເອົາ​ງົວ​ແລະ​ລໍ​ຂອງ​ຜູ້ໃດ​ບໍ? ຂ້າພະເຈົ້າ​ໄດ້​ສໍ້ໂກງ​ແລະ​ກົດຂີ່​ຂົ່ມເຫັງ​ຜູ້ໃດ​ແດ່? ຂ້າພະເຈົ້າ​ໄດ້​ຮັບ​ສິນບົນ​ຈາກ​ຜູ້ໃດ​ບໍ? ຖ້າ​ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ຂ້າພະເຈົ້າ​ຍິນດີ​ຈ່າຍ​ຄືນ​ສິ່ງ​ທີ່​ຂ້າພະເຈົ້າ​ເອົາ​ໄປ​ນັ້ນ.”


ອາບີໄຊ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ, “ຄືນ​ມື້ນີ້ ພຣະເຈົ້າ​ໄດ້​ມອບ​ສັດຕູ​ຂອງທ່ານ​ໄວ້​ໃນ​ກຳມື​ຂອງທ່ານ​ແລ້ວ. ບັດນີ້​ຂໍ​ໃຫ້​ຂ້ານ້ອຍ​ເອົາ​ຫອກ​ຂອງ​ເພິ່ນ​ແທງ​ເພິ່ນ​ໃຫ້​ຊອດ​ຄາ​ພື້ນດິນ​ສາ ແທງ​ເທື່ອ​ດຽວ​ເທົ່ານັ້ນ​ແຫຼະ ບໍ່​ຈຳເປັນ​ແທງ​ຮອດ​ສອງ​ເທື່ອ​ດອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka