Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:8 - ພຣະຄຳພີສັກສິ

8 ອາບີໄຊ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ, “ຄືນ​ມື້ນີ້ ພຣະເຈົ້າ​ໄດ້​ມອບ​ສັດຕູ​ຂອງທ່ານ​ໄວ້​ໃນ​ກຳມື​ຂອງທ່ານ​ແລ້ວ. ບັດນີ້​ຂໍ​ໃຫ້​ຂ້ານ້ອຍ​ເອົາ​ຫອກ​ຂອງ​ເພິ່ນ​ແທງ​ເພິ່ນ​ໃຫ້​ຊອດ​ຄາ​ພື້ນດິນ​ສາ ແທງ​ເທື່ອ​ດຽວ​ເທົ່ານັ້ນ​ແຫຼະ ບໍ່​ຈຳເປັນ​ແທງ​ຮອດ​ສອງ​ເທື່ອ​ດອກ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 26:8
16 Jak'a apnaqawi uñst'ayäwi  

ອາບີໄຊ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ເປັນຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ໝາ​ໂຕ​ນີ້​ດ່າ​ທ່ານ​ຢູ່​ຢ່າງ​ນີ້? ໃຫ້​ຂ້ານ້ອຍ​ອອກ​ໄປ​ຕັດ​ຫົວ​ມັນ​ຖິ້ມ​ສາ.”


ພຣະອົງ​ບໍ່ໄດ້​ມອບ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ ແຕ່​ໃຫ້​ຂ້ານ້ອຍ​ມີ​ອິດສະຫລະ​ໄປ​ທີ່​ໃດ​ກໍໄດ້.


ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ກໍ​ເວົ້າ​ຕໍ່​ເພິ່ນ​ເປັນ​ທາງ​ລັບ​ທີ່​ມີຊະປາ​ວ່າ, “ຈົ່ງ​ໃຫ້​ຂ້ານ້ອຍ​ໄປ​ສັງຫານ​ອິດຊະມາເອນ​ສາ ແລະ​ຈະ​ບໍ່ມີ​ຄົນ​ຮູ້ວ່າ​ແມ່ນ​ຜູ້ໃດ​ເປັນ​ຄົນ​ຂ້າ. ເປັນຫຍັງ​ຈຶ່ງ​ຈະ​ປ່ອຍ​ໃຫ້​ລາວ​ມາ​ລອບ​ສັງຫານ​ທ່ານ? ການກະທຳ​ເຊັ່ນນັ້ນ​ກໍ​ຈະ​ເປັນ​ເຫດ​ໃຫ້​ຊາວຢິວ​ທັງໝົດ ທີ່​ມາ​ເຕົ້າໂຮມ​ກັນ​ຢູ່​ນຳ​ທ່ານ​ນັ້ນ​ຕ້ອງ​ຖືກ​ກະຈັດ​ກະຈາຍ​ໄປ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ຢ່າງ​ໃຫຍ່ຫລວງ ມາ​ສູ່​ປະຊາຊົນ​ທຸກໆຄົນ​ທີ່​ຍັງເຫລືອ​ຢູ່​ໃນ​ຢູດາຍ.”


ພວກເຈົ້າ​ວາງແຜນ​ຮ້າຍ​ຕໍ່ສູ້​ພຣະເຈົ້າຢາເວ​ຢູ່​ບໍ? ພຣະອົງ​ຈະ​ທຳລາຍ​ຖິ້ມ​ໝົດ​ໂດຍ​ຄັດຄ້ານ​ອີກ​ບໍ່ໄດ້.


ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ມະນຸດ​ທຸກຄົນ ເປັນ​ຊະເລີຍ​ແຫ່ງ​ຄວາມ​ບໍ່​ເຊື່ອຟັງ ເພື່ອ​ວ່າ​ພຣະ​ເມດຕາ​ຈະ​ໄດ້​ເປັນ​ທີ່​ສຳແດງ​ແກ່​ເຂົາ​ທຸກຄົນ.


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຂົາ​ມີ​ສັນຕິສຸກ​ທົ່ວ​ດິນແດນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ບໍ່ມີ​ສັດຕູ​ໃດໆ​ທີ່​ສາມາດ​ຕໍ່ຕ້ານ​ພວກເຂົາ​ໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ມອບ​ພວກ​ສັດຕູ​ທັງໝົດ​ໃຫ້​ຢູ່​ໃນ​ກຳມື​ຂອງ​ພວກເຂົາ.


ດັ່ງນັ້ນ ເຜົ່າ​ຊີເມໂອນ ແລະ​ເຜົ່າ​ຢູດາ​ຈຶ່ງ​ອອກ​ໄປ​ສູ້ຮົບ​ນຳກັນ. ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຂົາ​ຊະນະ​ພວກ​ການາອານ ແລະ​ພວກ​ເປຣີຊີ​ໂດຍ​ໄດ້​ຂ້າ​ສິບພັນ​ຄົນ ທີ່​ເບເຊັກ.


ດາວິດ​ໄດ້​ລີ້​ຢູ່​ທີ່​ແຖບ​ເນີນພູ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃກ້​ກັບ​ເມືອງ​ຊີເຟ. ຝ່າຍ​ກະສັດ​ໂຊນ​ນັ້ນ​ກໍ​ພະຍາຍາມ​ຊອກ​ຫາ​ດາວິດ​ຢູ່​ເລື້ອຍໆ; ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ມອບ​ລາວ​ໃຫ້​ກະສັດ​ໂຊນ.


ພວກ​ທະຫານ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ, “ນີ້​ແມ່ນ​ໂອກາດ​ຂອງທ່ານ​ແລ້ວ ພຣະເຈົ້າຢາເວ​ໄດ້​ມອບ​ສັດຕູ​ຂອງທ່ານ​ໄວ້​ຢູ່​ໃນ​ກຳມື​ຂອງທ່ານ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ບັດນີ້ ຈົ່ງ​ເຮັດ​ກັບ​ສັດຕູ​ຂອງທ່ານ​ຕາມ​ທີ່​ຕ້ອງການ​ສາ.” ດາວິດ​ຈຶ່ງ​ຄານ​ອອກ​ມາ​ຕັດ​ສົ້ນ​ເສື້ອລ່າມ​ຂອງ​ກະສັດ​ໂຊນ ໂດຍ​ທີ່​ເພິ່ນ​ບໍ່​ຮູ້​ຕົວ,


ແຕ່​ພໍ​ດາວິດ​ເຮັດ​ເຊັ່ນນັ້ນ ຫົວໃຈ​ຂອງ​ເພິ່ນ​ກໍ​ເຕັ້ນ​ສຸດແຮງ


ພຣະເຈົ້າຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ຜູ້​ທີ່​ສັດຊື່​ແລະ​ທ່ຽງທຳ ມື້ນີ້ ພຣະອົງ​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ​ແລ້ວ, ແຕ່​ຂ້ານ້ອຍ​ບໍ່ໄດ້​ທຳຮ້າຍ​ທ່ານ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ.


ສະນັ້ນ ດາວິດ​ກັບ​ອາບີໄຊ​ຈຶ່ງ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ກະສັດ​ໂຊນ​ໃນ​ຄືນ​ນັ້ນ ແລະ​ພົບ​ວ່າ​ເພິ່ນ​ກຳລັງ​ນອນ​ຢູ່​ໃນ​ກາງຄ້າຍ ໂດຍ​ມີ​ຫອກ​ສຽບ​ໄວ້​ກັບ​ພື້ນດິນ​ໃກ້​ທີ່​ຫົວ​ຂອງ​ເພິ່ນ. ສ່ວນ​ອັບເນ​ແລະ​ທະຫານ​ກໍ​ນອນ​ອ້ອມ​ເພິ່ນ​ຢູ່.


ແຕ່​ດາວິດ​ໄດ້ກ່າວ​ຕໍ່​ອາບີໄຊ​ວ່າ, “ເຈົ້າ​ບໍ່ຄວນ​ທຳຮ້າຍ​ເພິ່ນ​ເລີຍ ເພາະ​ຜູ້ໃດ​ທີ່​ຢຽດມື​ອອກ​ຕໍ່ສູ້​ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ​ໄວ້ ພຣະອົງ​ຈະ​ລົງ​ໂທດ​ຜູ້​ນັ້ນ​ຢ່າງ​ແນ່ນອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka