Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:6 - ພຣະຄຳພີສັກສິ

6 ແລ້ວ​ດາວິດ​ກໍ​ຖາມ​ອາຮີເມເຫຼັກ​ຄົນ​ຮິດຕີ ແລະ​ອາບີໄຊ​ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ວ່າ, “ແມ່ນ​ຜູ້ໃດ​ຈະ​ໄປ​ທີ່​ຄ້າຍ​ຂອງ​ກະສັດ​ໂຊນ​ນຳ​ຂ້ອຍ​ແດ່?” ອາບີໄຊ​ຕອບ​ວາ, “ຂ້ານ້ອຍ​ຈະ​ໄປ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 26:6
22 Jak'a apnaqawi uñst'ayäwi  

ລູກຊາຍກົກ​ຂອງ​ການາອານ​ຊື່​ວ່າ ຊີໂດນ ແລະ​ຜູ້​ຕໍ່ມາ​ຊື່​ວ່າ ເຫັດ. ສອງ​ຄົນ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນີ້​ຕໍ່ໆ​ມາ.


ຮິດຕີ, ເປຣີຊີ, ເຣຟາອີມ,


ອັບຣາຮາມ​ປະ​ຊາກສົບ​ເມຍ​ຂອງຕົນ​ໄວ້ ແລະ​ໄປ​ເວົ້າ​ກັບ​ຊາວ​ຮິດຕີ​ວ່າ,


ເມື່ອ​ເອຊາວ​ອາຍຸ​ໄດ້ 40 ປີ; ເພິ່ນ​ແຕ່ງງານ​ກັບ​ລູກສາວ​ຂອງ​ຊາວ​ຮິດຕີ​ສອງ​ຄົນ​ຄື: ນາງ​ຢູດິດ​ລູກສາວ​ຂອງ​ເບເອຣີ ແລະ​ນາງ​ບາເສມາດ​ລູກສາວ​ຂອງ​ເອໂລນ.


ພວກເຈົ້າ​ບໍ່​ຈື່​ບໍ​ວ່າ ອາບີເມເຫຼັກ​ລູກຊາຍ​ຂອງ​ກີເດໂອນ​ໄດ້​ຖືກ​ຂ້າ​ຢ່າງໃດ? ແມ່ນ​ຍິງ​ຜູ້ໜຶ່ງ​ໃນ​ເມືອງ​ເທເບັດ​ທີ່​ໄດ້​ໂຍນ​ຫີນ​ໂມ້ແປ້ງ​ລົງ​ຈາກ​ກຳແພງ​ເມືອງ ຖືກ​ອາບີເມເຫຼັກ​ຈົນ​ຕາຍ. ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃກ້​ກຳແພງ​ເມືອງ​ແທ້?’ ຖ້າ​ກະສັດ​ຖາມ​ເຈົ້າ​ດັ່ງນີ້ ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ, ‘ອູຣິຢາ ນາຍ​ທະຫານ​ຂອງທ່ານ​ກໍ​ຖືກ​ຂ້າ​ເໝືອນກັນ.”’


ແລ້ວ​ພວກເຂົາ​ກໍໄດ້​ຍິງ​ທະນູ​ຈາກ​ກຳແພງ​ມາ​ໃສ່​ພວກ​ຂ້ານ້ອຍ. ນາຍ​ທະຫານ​ບາງຄົນ​ຂອງທ່ານ​ໄດ້​ຖືກ​ຂ້າ; ອູຣິຢາ​ນາຍ​ທະຫານ​ຂອງທ່ານ​ກໍ​ຖືກ​ຂ້າ​ເໝືອນກັນ.”


ຝ່າຍ​ກະສັດ​ດາວິດ​ກໍ​ສົ່ງຂ່າວ​ໄປ​ບອກ​ໂຢອາບ​ວ່າ, “ໃຫ້​ທ່ານ​ສົ່ງ​ອູຣິຢາ​ຄົນ​ຮິດຕີ ມາ​ຫາ​ເຮົາ.” ດັ່ງນັ້ນ ໂຢອາບ​ຈຶ່ງ​ສົ່ງ​ອູຣິຢາ​ມາ​ຫາ​ກະສັດ​ດາວິດ.


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ເຮັດ​ສິ່ງ​ຊົ່ວຊ້າ​ຢ່າງ​ນີ້? ເຈົ້າ​ໄດ້​ໃຫ້​ອູຣິຢາ​ຖືກ​ຂ້າ​ໃນ​ສະໜາມຮົບ; ເຈົ້າ​ປ່ອຍ​ໃຫ້​ຊາວ​ອຳໂມນ​ຂ້າ​ລາວ ແລ້ວ​ເຈົ້າ​ກໍ​ເອົາ​ເມຍ​ຂອງ​ລາວ.


ເພິ່ນ​ຮ້ອງ​ສັ່ງ​ໂຢອາບ, ອາບີໄຊ ແລະ​ອິດໄຕ​ວ່າ, “ເພື່ອ​ເຫັນ​ແກ່​ເຮົາ ຢ່າ​ໄດ້​ທຳຮ້າຍ​ຊາຍໜຸ່ມ​ອັບຊາໂລມ​ເດີ.” ທະຫານ​ທຸກ​ກົມ​ກອງ​ກໍ​ໄດ້​ຍິນ​ຄຳສັ່ງ ທີ່​ກະສັດ​ດາວິດ​ສັ່ງ​ແກ່​ພວກ​ນາຍ​ຂອງຕົນ.


ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ​ຂອງ​ກະສັດ​ດາວິດ​ໄດ້​ໄປ​ພົບ​ພວກເຂົາ​ທີ່​ສະນໍ້າ​ກີເບໂອນ ບ່ອນ​ທີ່​ຕ່າງ​ຝ່າຍ​ຕ່າງ​ກໍ​ຕັ້ງ​ທ່າ​ຢູ່​ຟາກ​ສະນໍ້າ​ແຕ່ລະ​ເບື້ອງ.


ລູກຊາຍ​ສາມ​ຄົນ​ຂອງ​ນາງ​ເຊຣູອີຢາ: ໂຢອາບ, ອາບີໄຊ ແລະ​ອາສາເຮນ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ. ສ່ວນ​ອາສາເຮນ​ຜູ້​ແລ່ນ​ໄວ​ເໝືອນ​ຟານ​ປ່າ​ນັ້ນ


ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ເປັນ​ຫົວໜ້າ​ຂອງ ທະຫານ​ເອກ​ສາມສິບ​ຄົນ. ລາວ​ໃຊ້​ຫອກ​ເປັນ​ອາວຸດ​ສູ້ຮົບ​ສັດຕູ​ສາມຮ້ອຍ​ຄົນ ແລະ​ຂ້າ​ໄດ້​ທັງໝົດ. ສະນັ້ນ ລາວ​ຈຶ່ງ​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ຈຳນວນ ທະຫານ​ເອກ​ສາມສິບ​ຄົນ.


ເອລີເຟເລດ ລູກຊາຍ​ອາຮາສະໄບ ຊາວ​ມາອາກາ; ເອລີອາມ ລູກຊາຍ​ຂອງ​ອາຮີໂຕເຟນ ຊາວ​ກີໂລ.


ອູຣິຢາ ຊາວ​ຮິດຕີ. ທະຫານ​ທັງໝົດ​ທີ່​ມີ​ຊື່ສຽງ​ນັ້ນ​ມີ​ສາມສິບເຈັດ​ຄົນ.


ສ່ວນ​ລົດຮົບ​ທີ່​ໄດ້​ນຳ​ເຂົ້າ​ມາ​ແຕ່​ປະເທດ​ເອຢິບ​ນັ້ນ ຄັນ​ລະ​ຫົກຮ້ອຍ​ຫລຽນ​ເງິນ ແລະ​ມ້າ​ໂຕ​ລະ​ໜຶ່ງຮ້ອຍ​ຫ້າສິບ​ຫລຽນ​ເງິນ. ຕົວແທນ​ເຫຼົ່ານີ້​ຍັງ​ໄດ້​ສົ່ງ​ມ້າ ແລະ​ລົດຮົບ​ເຂົ້າ​ໄປ​ຂາຍ​ໃຫ້​ກະສັດ​ຂອງ​ຊາວ​ຮິດຕີ​ແລະ​ຂອງ​ຊາວ​ຊີເຣຍ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບັນດານ​ໃຫ້​ຊາວ​ຊີເຣຍ​ໄດ້ຍິນ​ສິ່ງ​ໜຶ່ງ ດັ່ງ​ສຽງ​ກອງທັບ​ໃຫຍ່ ທີ່​ມີ​ທັງ​ມ້າ​ແລະ​ລົດຮົບ ແລະ​ຊາວ​ຊີເຣຍ​ຈຶ່ງ​ຄິດ​ວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຈ້າງ​ກະສັດ​ຂອງ​ຊາວ​ຮິດຕີ ແລະ​ກະສັດ​ແຫ່ງ​ເອຢິບ​ໃຫ້​ຍົກທັບ​ມາ​ໂຈມຕີ​ພວກຕົນ.


ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ພຣະອົງ​ຈະ​ຂັບໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ ເຊັ່ນ: ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ຮີວີ, ຊາວ​ເປຣີຊີ, ຊາວ​ກີກາຊີ, ຊາວ​ອາໂມ ແລະ​ຊາວ​ເຢບຸດ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ສະຖິດ​ໃນ​ທ່າມກາງ​ພວກເຈົ້າ;


ສະນັ້ນ ດາວິດ​ກັບ​ອາບີໄຊ​ຈຶ່ງ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ກະສັດ​ໂຊນ​ໃນ​ຄືນ​ນັ້ນ ແລະ​ພົບ​ວ່າ​ເພິ່ນ​ກຳລັງ​ນອນ​ຢູ່​ໃນ​ກາງຄ້າຍ ໂດຍ​ມີ​ຫອກ​ສຽບ​ໄວ້​ກັບ​ພື້ນດິນ​ໃກ້​ທີ່​ຫົວ​ຂອງ​ເພິ່ນ. ສ່ວນ​ອັບເນ​ແລະ​ທະຫານ​ກໍ​ນອນ​ອ້ອມ​ເພິ່ນ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka