Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:5 - ພຣະຄຳພີສັກສິ

5 ດາວິດ​ຈຶ່ງ​ອອກ​ໄປ​ບ່ອນ​ທີ່​ກະສັດ​ໂຊນ​ໄດ້​ຕັ້ງ​ຄ້າຍ​ຢູ່​ນັ້ນ​ທັນທີ ແລະ​ໄດ້​ພົບ​ບ່ອນ​ອັນ​ແນ່ນອນ​ທີ່​ກະສັດ​ໂຊນ​ກັບ​ອັບເນ​ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ທະຫານ​ຂອງ​ກະສັດ​ໂຊນ​ກຳລັງ​ນອນ​ພັກຜ່ອນ​ຢູ່. ກະສັດ​ໂຊນ​ນອນ​ຢູ່​ກາງຄ້າຍ ໂດຍ​ມີ​ທະຫານ​ຕັ້ງ​ຄ້າຍ​ອ້ອມຮອບ​ເພິ່ນ​ໄວ້.

Uka jalj uñjjattʼäta Copia luraña




1 ຊາມູເອນ 26:5
10 Jak'a apnaqawi uñst'ayäwi  

ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ເນຣະ​ເປັນ​ພໍ່​ຂອງ​ກີເຊ ແລະ​ກີເຊ​ເປັນ​ພໍ່​ຂອງ​ໂຊນ. ໂຊນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ​ເອຊະບາອານ.


ເຊົ້າ​ມື້​ໃໝ່​ມາ ດາວິດ​ກໍ​ລຸກ​ແຕ່​ເຊົ້າໆ. ລາວ​ຝາກ​ຝູງແກະ​ໄວ້​ນຳ​ຄົນອື່ນ ແລະ​ນຳ​ເອົາ​ອາຫານ​ໄປ​ບ່ອນ​ທີ່​ເຢຊີ​ພໍ່​ຂອງຕົນ​ໄດ້​ບອກ. ລາວ​ໄປ​ຮອດ​ຄ້າຍ​ພໍດີ​ກັບ​ເວລາ​ທີ່​ພວກ​ອິດສະຣາເອນ​ພວມ​ລຽນ​ແຖວ​ອອກ​ໄປ​ສູ່​ສະໜາມຮົບ ແລະ​ທັງ​ມີ​ສຽງ​ຮ້ອງ​ສັ່ງ​ອອກ​ໄປ​ຕີ​ເສິກ.


ເມື່ອ​ກະສັດ​ໂຊນ​ເຫັນ​ດາວິດ​ອອກ​ໄປ​ຕໍ່ສູ້​ກັບ​ໂກລີອາດ​ນັ້ນ ເພິ່ນ​ຈຶ່ງ​ຖາມ​ອັບເນ​ຜູ້​ບັນຊາການ​ທະຫານ​ຂອງຕົນ​ວ່າ, “ອັບເນ ບ່າວນ້ອຍ​ຄົນນີ້​ແມ່ນ​ລູກ​ຂອງ​ຜູ້ໃດ?” ອັບເນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ບໍ່​ຮູ້ຈັກ.”


ເພິ່ນ​ຈຶ່ງ​ສົ່ງ​ນັກສືບ​ສອດແນມ​ອອກ​ໄປ​ແລະ​ສືບຮູ້​ວ່າ ກະສັດ​ໂຊນ​ໄດ້​ມາ​ຮອດ​ບ່ອນ​ນັ້ນ​ແທ້.


ຍັງ​ມີ​ຊາຍ​ຮັ່ງມີ​ແລະ​ຊື່ສຽງ​ດີ​ຄົນ​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ​ຊື່​ວ່າ ກີເຊ ລາວ​ເປັນ​ລູກຊາຍ​ຂອງ​ອາບີເອນ​ແລະ​ຫລານຊາຍ​ຂອງ​ເຊໂຣເຣ ຄົນ​ຢູ່​ໃນ​ຄອບຄົວ​ຂອງ​ເບໂກຣັດ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕະກຸນ​ອາຟີຢາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka