3 ແລະໄດ້ຕັ້ງຄ້າຍຢູ່ໃກ້ກັບຖະໜົນຕາມເທິງພູຮາກີລາ. ຝ່າຍດາວິດນັ້ນຍັງຢູ່ໃນຖິ່ນແຫ້ງແລ້ງກັນດານ. ເມື່ອໄດ້ຍິນວ່າກະສັດໂຊນມາຊອກຫາຕົນອີກ
ຂ້າແດ່ພຣະເຈົ້າ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຈິດວິນຍານຂອງຂ້ານ້ອຍຫິວກະຫາຍຫາພຣະອົງ ດັ່ງດິນແຫ້ງແລ້ງທີ່ຂາດນໍ້າລໍ່ລ້ຽງສັນໃດ ເນື້ອໜັງຂອງຂ້ານ້ອຍກໍຫິວກະຫາຍຫາພຣະອົງສັນນັ້ນ.
ດາວິດຮູ້ດີວ່າ ກະສັດໂຊນໄດ້ອອກຕາມຫາເພື່ອຈະຂ້າຕົນ. ດາວິດໄດ້ອາໄສຢູ່ທີ່ເມືອງໂຮເຣັດໃນຖິ່ນແຫ້ງແລ້ງກັນດານ ໃກ້ກັບເມືອງຊີເຟ.
ມີຊາວເມືອງຊີເຟບາງຄົນໄດ້ໄປຫາກະສັດໂຊນຢູ່ທີ່ເມືອງກີເບອາ ແລະບອກເພິ່ນວ່າ, “ດາວິດກຳລັງລີ້ຢູ່ໃນເຂດແດນຂອງພວກຂ້ານ້ອຍທີ່ໂຮເຣັດຕາມເທິງພູຮາກີລາ ທາງພາກໃຕ້ຂອງຖິ່ນແຫ້ງແລ້ງກັນດານຢູດາຍ.
ກະສັດໂຊນໄດ້ເຂົ້າໄປຖ່າຍຢູ່ໃນຖໍ້າແຫ່ງໜຶ່ງ ໃກ້ໆກັບຄອກແກະທີ່ຢູ່ແປະແຄມທາງ. ພໍດີຢູ່ໃນຖໍ້ານັ້ນມີດາວິດກັບພວກຄົນຂອງລາວລີ້ຢູ່.
ຄົນຊາວເມືອງຊີເຟໄດ້ມາຫາກະສັດໂຊນທີ່ເມືອງກີເບອາ ແລະບອກເພິ່ນວ່າ, “ດາວິດກຳລັງລີ້ຢູ່ທີ່ເທິງພູຮາກີລາ ທາງທິດຕາເວັນອອກຂອງເຢຊີໂມນ.”
ເພິ່ນຈຶ່ງສົ່ງນັກສືບສອດແນມອອກໄປແລະສືບຮູ້ວ່າ ກະສັດໂຊນໄດ້ມາຮອດບ່ອນນັ້ນແທ້.