Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:25 - ພຣະຄຳພີສັກສິ

25 ກະສັດ​ໂຊນ​ກ່າວ​ແກ່​ດາວິດ​ວ່າ, “ລູກຊາຍ​ຂອງ​ພໍ່​ເອີຍ ຂໍ​ໃຫ້​ພຣະເຈົ້າ​ອວຍພອນ​ເຈົ້າ​ເຖີດ ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ.” ແລ້ວ​ດາວິດ​ກໍ​ຈາກ​ໄປ​ຕາມ​ທາງ​ຂອງຕົນ ສ່ວນ​ກະສັດ​ໂຊນ​ກໍ​ກັບເມືອ​ວັງ​ຂອງຕົນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 26:25
10 Jak'a apnaqawi uñst'ayäwi  

ຊາຍ​ນັ້ນ​ເວົ້າ​ວ່າ, “ຊື່​ຂອງ​ເຈົ້າ​ຈະ​ບໍ່ແມ່ນ​ຢາໂຄບ​ອີກ​ຕໍ່ໄປ. ເຈົ້າ​ໄດ້​ຕໍ່ສູ້​ກັບ​ພຣະເຈົ້າ ແລະ​ມະນຸດ ແລະ​ເຈົ້າ​ຊະນະ; ສະນັ້ນ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.”


ມັນ​ເປັນ​ຄຳເວົ້າ​ອັນ​ມ່ວນ​ຫູ, ແຕ່​ຢ່າ​ສູ່​ເຊື່ອ​ລາວ​ເວົ້າ ເພາະ​ຄວາມ​ກຽດຊັງ​ຄອງໃຈ​ລາວ​ຢູ່.


ແຕ່​ບໍ່ມີ​ອາວຸດ​ໃດໆ​ທີ່​ທຳຮ້າຍ​ເຈົ້າ​ໄດ້​ເລີຍ ເຈົ້າ​ຈະ​ມີ​ຄຳຕອບ​ແກ່​ທຸກຄົນ​ທີ່​ຟ້ອງ​ເຈົ້າ. ເຮົາ​ຈະ​ປ້ອງກັນ​ຜູ້ຮັບໃຊ້​ຂອງເຮົາ​ໃຫ້​ມີໄຊ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຄື​ລາວ​ໄດ້​ຕໍ່ສູ້​ກັບ​ເທວະດາ​ຈົນ​ຊະນະ. ລາວ​ໄດ້​ຮ້ອງໄຫ້​ແລະ​ຂໍ​ພອນ. ທີ່​ເບັດເອນ ພຣະເຈົ້າ​ໄດ້​ລົງ​ມາ​ຫາ​ຢາໂຄບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ຢູ່​ທີ່​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ລາວ.


ຜູ້ໃດ​ຈະ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະຄຣິດ​ໄດ້? ຄວາມ​ທຸກ​ລຳບາກ ຫລື​ຄວາມ​ທໍລະມານ​ຈິດໃຈ ຫລື​ການ​ຂົ່ມເຫັງ ຫລື​ການ​ອຶດຢາກ ຫລື​ການ​ເປືອຍກາຍ ຫລື​ການ​ອັນຕະລາຍ ຫລື​ການ​ຖືກ​ຄົມ​ດາບ


ແຕ່​ໃນ​ເຫດການ​ທັງປວງ​ເຫຼົ່ານີ້ ພວກເຮົາ​ກໍ​ມີ​ໄຊຊະນະ​ຢ່າງ​ເຫລືອລົ້ນ ໂດຍ​ທາງ​ພຣະອົງ​ຜູ້​ຊົງ​ຮັກ​ພວກເຮົາ​ທັງຫລາຍ​ນັ້ນ.


ຄົນ​ທີ່​ຈັບ​ສັດຕູ​ຂອງຕົນ​ໄດ້ ແລ້ວ​ປ່ອຍ​ໃຫ້​ໄປ​ຢ່າງ​ປອດໄພ​ຈະ​ມີ​ບໍ? ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ຂ້ອຍ​ໃນ​ມື້ນີ້​ເທີ້ນ


ບັດນີ້ ຂ້ອຍ​ຮູ້​ຢ່າງ​ຄັກແນ່​ແລ້ວ​ວ່າ ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ອານາຈັກ​ຈະ​ຄົງ​ຢູ່​ສືບ​ຕໍ່ໄປ​ພາຍໃຕ້​ການ​ປົກຄອງ​ຂອງ​ເຈົ້າ.


ດາວິດ​ໄດ້​ສັນຍາ​ວ່າ​ຕົນ​ຈະ​ປະຕິບັດ​ຕາມ​ຄຳສັນຍາ​ນັ້ນ. ແລ້ວ​ກະສັດ​ໂຊນ​ກໍ​ກັບຄືນ​ເມືອ​ວັງ​ຂອງ​ເພິ່ນ ສ່ວນ​ດາວິດ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ກໍ​ກັບຄືນ​ສູ່​ບ່ອນ​ຫລົບລີ້​ຂອງ​ພວກຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka