Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:24 - ພຣະຄຳພີສັກສິ

24 ເໝືອນກັນ​ກັບ​ທີ່​ຂ້ານ້ອຍ​ໄດ້​ໄວ້​ຊີວິດ​ຂອງທ່ານ​ແລ້ວ​ໃນ​ມື້ນີ້ ຂໍ​ພຣະເຈົ້າຢາເວ​ກະທຳ​ຕໍ່​ຂ້ານ້ອຍ​ເຊັ່ນດຽວ​ກັນ​ເຖີດ ແລະ​ຂໍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ດ້ວຍ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 26:24
17 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ເທວະດາ​ຕົນ​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ດ້ວຍ ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ​ທັງ​ອີຊາກ​ແລະ​ອັບຣາຮາມ ດຳລົງ​ຄົງ​ຢູ່​ນຳ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ໃຫ້​ພວກເຂົາ​ຈົ່ງ​ມີ​ລູກຫລານ​ຢ່າງ​ຫຼວງຫລາຍ ທັງ​ມີ​ເຊື້ອສາຍ​ມາກມາຍ​ຫລາຍ​ລົ້ນ ແດ່ທ້ອນ.”


ແຕ່​ກະສັດ​ດາວິດ​ຕອບ​ລູກຊາຍ​ຂອງ​ຣິມໂມນ​ໄທ​ເມືອງ​ເບເອໂຣດ ຄື​ເຣກາບ​ແລະ​ບາອານາ​ອ້າຍ​ຂອງ​ລາວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ຊົງ​ໄຖ່​ຊີວິດ​ຂອງເຮົາ​ໃຫ້​ພົ້ນ​ອັນຕະລາຍ​ນາໆ​ປະການ


ພຣະອົງ​ເປັນ​ຜູ້​ປົກປ້ອງ ແລະ​ຜູ້​ຄຸ້ມຄອງ​ຂ້ານ້ອຍ ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເປັນ​ທີ່​ກຳບັງ​ດ້ວຍ. ຂ້ານ້ອຍ​ປອດໄພ​ໄດ້​ໂດຍ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ປາບ​ຊົນຊາດ​ທັງຫລາຍ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮັກ​ພຣະອົງ ພຣະອົງ​ເປັນ​ຜູ້​ປ້ອງກັນ​ຂອງ​ຂ້ານ້ອຍ.


ພຣະອົງ​ໂຜດ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ເຮັດ​ຕາມ​ພຣະຄຸນ ພຣະອົງ​ສຳແດງ​ຄວາມ​ສັດຊື່​ຕໍ່​ຜູ້​ທີ່​ສັດຊື່.


ພຣະອົງ​ຊ່ວຍ​ເອົາ​ຂ້ານ້ອຍ​ໃຫ້​ພົ້ນ ຈາກ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ແລ້ວ. ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ມີໄຊ​ເໜືອ​ສັດຕູ ທັງ​ຮັກສາ​ຂ້ານ້ອຍ​ຈາກ​ຄົນ​ທີ່​ໂຫດຮ້າຍ.


ພຣະອົງ​ສະຫງວນ​ເພິ່ນ​ໄວ້​ເປັນ​ຢ່າງດີ​ ແມ່ນແຕ່​ກະດູກ​ເພິ່ນ​ຊີກ​ໜຶ່ງ​ກໍ​ຈະ​ບໍ່​ຖືກ​ຫັກ​ຖິ້ມ.


ພຣະອົງ​ໄດ້​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງໝົດ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຫັນ​ສັດຕູ​ຂອງ​ຂ້ານ້ອຍ​ພ່າຍແພ້.


ຜູ້ໃດ​ມີ​ໃຈ​ກະລຸນາ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ ພຣະ​ກະລຸນາ​ຕອບ


ດ້ວຍວ່າ, ເຈົ້າ​ຈະ​ຕັດສິນ​ຄົນອື່ນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຈະ​ຕັດສິນ​ເຈົ້າ​ຢ່າງ​ນັ້ນ ແລະ​ເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.


ທ່ານ​ທັງສອງ​ໄດ້​ໜູນໃຈ​ລູກສິດ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ກ່າວ​ວ່າ, “ເຮົາ​ທັງຫລາຍ​ຕ້ອງ​ຜ່ານ​ຜ່າ​ຄວາມ​ທຸກ​ລຳບາກ​ຫລາຍ​ປະການ ເພື່ອ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ພຣະເຈົ້າ.”


ເພື່ອ​ພຣະເຈົ້າ​ຈະ​ຊ່ວຍ​ໃຫ້​ພວກເຮົາ​ພົ້ນ​ຈາກ​ຄົນຊົ່ວຊ້າ ແລະ​ຄົນ​ໂຫດຮ້າຍ ດ້ວຍວ່າ ບໍ່ແມ່ນ​ທຸກຄົນ​ທີ່​ເຊື່ອ.


ຂ້າພະເຈົ້າ​ໄດ້​ຕອບ​ຜູ້ນັ້ນ​ວ່າ, “ທ່ານເອີຍ, ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.” ຜູ້ນັ້ນ​ຈຶ່ງ​ບອກ​ຂ້າພະເຈົ້າ​ວ່າ, “ຄົນ​ເຫຼົ່ານີ້ ແມ່ນ​ພວກ​ທີ່​ໄດ້​ຜ່ານ​ການ​ຖືກ​ຂົ່ມເຫັງ​ຢ່າງ​ໜັກ ພວກເຂົາ​ໄດ້​ຊຳລະ​ເສື້ອລ່າມ​ຂອງ​ພວກເຂົາ​ໃຫ້​ຂາວ​ສະອາດ ດ້ວຍ​ເລືອດ​ຂອງ​ພຣະ​ເມສານ້ອຍ.


ພວກ​ຟີລິດສະຕິນ​ໄດ້​ຍົກທັບ​ມາ​ຕໍ່ສູ້ ແຕ່​ໃນ​ການ​ສູ້ຮົບ​ທຸກ​ເທື່ອ ດາວິດ​ຕີ​ຊະນະ​ຂ້າເສິກ​ໄດ້​ຢ່າງ​ມີ​ປະສິດ​ທິພາບ​ຫລາຍກວ່າ​ນາຍ​ທະຫານ​ຄົນອື່ນໆ​ຂອງ​ກະສັດ​ໂຊນ. ຜົນ​ກໍ​ຄື​ດາວິດ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ຫລາຍ.


ເມື່ອ​ດາວິດ​ເວົ້າ​ສຸດ​ແລ້ວ ກະສັດ​ໂຊນ​ກໍ​ກ່າວ​ວ່າ, “ດາວິດ ລູກ​ຂອງ​ພໍ່ ແມ່ນ​ເຈົ້າ​ແທ້​ບໍ?” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka