Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:19 - ພຣະຄຳພີສັກສິ

19 ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 26:19
32 Jak'a apnaqawi uñst'ayäwi  

ຢູດາ​ໄດ້​ເຂົ້າ​ໄປ​ຫາ​ໂຢເຊັບ ແລະ​ຂໍຮ້ອງ​ວ່າ, “ທ່ານເອີຍ ກະລຸນາ​ໃຫ້​ຂ້ານ້ອຍ​ໄດ້​ເວົ້າ​ກັບ​ທ່ານ​ຢ່າງ​ກົງໄປ​ກົງມາ​ແດ່ທ້ອນ. ຢ່າ​ຟ້າວ​ຮ້າຍ​ໃຫ້​ຂ້ານ້ອຍ​ເລີຍ; ທ່ານເອງ​ກໍ​ເປັນ​ດັ່ງ​ກະສັດ.


ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ຂ້ານ້ອຍ​ຄິດ​ວ່າ​ທ່ານ​ຈະ​ຟັງ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ກຳລັງ​ພະຍາຍາມ​ຂ້າ​ລູກຊາຍ​ຂອງ​ຂ້ານ້ອຍ ແລະ​ລວມທັງ​ຂ້ານ້ອຍ​ດ້ວຍ ທັງ​ຈະ​ກຳຈັດ​ພວກ​ຂ້ານ້ອຍ​ໃຫ້​ໝົດ​ໄປ​ເສຍ​ຈາກ​ດິນແດນ ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ.


ກະສັດ​ກ່າວ​ຕໍ່​ອາບີໄຊ​ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ບໍ່ແມ່ນ​ເລື່ອງ​ຂອງ​ພວກເຈົ້າ ຖ້າ​ຄຳ​ປ້ອຍດ່າ​ນັ້ນ​ເປັນ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ບອກ​ລາວ ຜູ້ໃດ​ແດ່​ມີ​ສິດ​ຖາມ​ວ່າ, ‘ເປັນຫຍັງ​ລາວ​ຈຶ່ງ​ດ່າ​ເຮົາ?”’


ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ອາບີໄຊ​ກັບ​ພວກ​ຂ້າຣາຊການ​ທຸກຄົນ​ວ່າ, “ລູກຊາຍ​ຂອງເຮົາ​ເອງ​ພະຍາຍາມ​ຈະ​ຂ້າ​ເຮົາ​ຢູ່; ສະນັ້ນ ເປັນຫຍັງ​ຈຶ່ງ​ປະຫລາດ​ໃຈ​ກັບ​ຄົນ​ເບັນຢາມິນ​ຜູ້​ນີ້? ປ່ອຍ​ໃຫ້​ລາວ​ດ່າ​ເຮົາ​ຢູ່​ຢ່າງ​ນັ້ນ​ແຫຼະ ແລະ​ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ​ເລີຍ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ລາວ​ເຮັດ​ຢ່າງ​ນັ້ນ.


ເມືອງ​ຂອງ​ພວກ​ຂ້ານ້ອຍ​ເປັນ​ເມືອງ​ໃຫຍ່, ເປັນ​ເມືອງ​ທີ່​ສະຫງົບສຸກ ແລະ​ເປັນ​ເມືອງ​ທີ່​ທ່ຽງທຳ​ໃນ​ຊາດ​ອິດສະຣາເອນ. ເຫດໃດ​ທ່ານ​ຈຶ່ງ​ທຳລາຍ​ມັນ? ທ່ານ​ຢາກ​ທຳລາຍ ຫລື​ມ້າງເພ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ຊັ້ນບໍ?”


ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ຊາວ​ກີເບໂອນ​ມາ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຢາກ​ແກ້​ຄວາມຜິດ​ທີ່​ໄດ້​ເຮັດ​ຕໍ່​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ. ເຮົາ​ຄວນ​ຈະ​ເຮັດ​ຫຍັງ​ແດ່​ສຳລັບ​ພວກເຈົ້າ?”


ຢູ່ມາ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຊາດ​ອິດສະຣາເອນ ຈຶ່ງ​ໃຫ້​ກະສັດ​ດາວິດ​ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກເຂົາ. ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ຕໍ່​ກະສັດ​ດາວິດ​ວ່າ, “ຈົ່ງ​ໄປ​ນັບ​ເບິ່ງ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ.”


ພຣະເຈົ້າຢາເວ​ຖາມ​ວ່າ, ‘ດ້ວຍວິທິ​ໃດ?’ ວິນຍານ​ດວງນັ້ນ​ໄດ້​ຕອບ​ຄືນ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ເຮັດ​ໃຫ້​ພວກ​ຜູ້ທຳນວາຍ​ເວົ້າຕົວະ.’ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ຈົ່ງ​ໄປ​ຫລອກລວງ​ລາວ​ສາ ເຈົ້າ​ຈະ​ສຳເລັດ.”’


ມານຊາຕານ​ຢາກ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ປະຊາຊົນ​ອິດສະຣາເອນ. ດັ່ງນັ້ນ ມັນ​ຈຶ່ງ​ໄດ້​ເຮັດ​ໃຫ້​ກະສັດ​ດາວິດ​ຕັດສິນໃຈ​ນັບ​ຈຳນວນ​ປະຊາຊົນ.


ການ​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ​ກໍ​ຊົ່ວ​ເທົ່າ​ກັບ​ຢູ່​ນຳ ຊາວ​ເມເຊັກ​ຫລື​ນຳ​ປະຊາຊົນ​ແຫ່ງ​ເກດາ​ນັ້ນ.


ຂໍ​ພຣະອົງ​ໂຜດ​ໃຫ້​ຕາມ​ທີ່​ທ່ານ​ປາຖະໜາ ແລະ​ນຳພາ​ແຜນການ​ທຸກຢ່າງ​ໃຫ້​ສຳເລັດ.


ຢ່າ​ຕິຕຽນ​ຄົນ​ຮັບໃຊ້​ຕໍ່ໜ້າ​ນາຍ​ຂອງ​ລາວ​ຈັກເທື່ອ ເຈົ້າ​ຈະ​ຖືກ​ດ່າ​ແລະ​ເຈັບຊໍ້າ​ໃຈ​ຍ້ອນ.


ເຈົ້າ​ຈະ​ເຫັນ​ສິ່ງນີ້ ແລະ​ເຕັມ​ດ້ວຍ​ຄວາມ​ປິຕິ​ຍິນດີ ຈະ​ທັງ​ສັ່ນເຊັນ​ດ້ວຍ​ຄວາມ​ຕື່ນເຕັ້ນ. ຊັບສົມບັດ​ນາໆຊາດ​ຈະ​ຖືກ​ນຳ​ມາ​ຈາກ​ທີ່​ຫ່າງໄກ​ຂອງ​ທະເລ ຊັບສົມບັດ​ຂອງ​ພວກເຂົາ​ຈະ​ມາ​ຫາ​ເຈົ້າ.


ເຮົາ​ຈະ​ປ່ຽນ​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ດ້ວຍ. ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ.


ທີ່ດິນ​ຂອງ​ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ຍັງ​ຄົງ​ຢູ່​ໃນ​ເຜົ່າ​ຂອງຕົນ.


ແລະ​ຊັບສິນ​ກໍ​ຈະ​ບໍ່​ຕົກ​ເປັນ​ຂອງ​ຄົນ​ໃນ​ເຜົ່າອື່ນ. ແຕ່ລະເຜົ່າ​ຈະ​ສືບຕໍ່​ເປັນ​ກຳມະສິດ​ຊັບສິນ​ທີ່ດິນ​ໃນ​ເຜົ່າ​ຂອງຕົນເອງ.”


ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເປັນທຸກໃຈ ເພາະ​ອາຫານ​ທີ່​ເຈົ້າ​ກິນ, ເຈົ້າ​ກໍ​ບໍ່ໄດ້​ເຮັດ​ດ້ວຍ​ຄວາມຮັກ​ເສຍ​ແລ້ວ ຢ່າ​ໃຫ້​ອາຫານ​ທີ່​ເຈົ້າ​ກິນ​ນັ້ນ ເປັນ​ເຫດ​ເຮັດ​ໃຫ້​ຄົນ​ທີ່​ພຣະຄຣິດ​ໄດ້​ສິ້ນພຣະຊົນ​ແທນ​ແລ້ວ ຕ້ອງ​ຈິບຫາຍ​ໄປ.


ສ່ວນ​ຄົນ​ເຫຼົ່ານັ້ນ ທີ່​ກໍ່ກວນ​ຄວາມ​ວຸ້ນວາຍ​ຕໍ່​ພວກເຈົ້າ ໃຫ້​ເຂົາ​ຕອນຕົວ​ເອງ​ເສຍ.


ຢ່າ​ຟັງຄວາມ​ຜູ້ທຳນວາຍ​ຫລື​ຜູ້​ແກ້​ຄວາມຝັນ​ນັ້ນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ໃຊ້​ພວກເຂົາ​ມາ​ທົດລອງ​ເບິ່ງ​ພວກເຈົ້າ ເພື່ອ​ຢາກ​ຮູ້​ວ່າ​ພວກເຈົ້າ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ​ຫລື​ບໍ່.


ອາເລັກຊັນເດີ​ຊ່າງ​ທອງແດງ​ນັ້ນ ໄດ້​ເຮັດ​ຮ້າຍ​ຕໍ່​ເຮົາ​ຫລາຍ​ຢ່າງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ຕອບແທນ​ໃຫ້​ສົມກັບ​ການ​ທີ່​ລາວ​ເຮັດ​ນັ້ນ.


ວັນ​ຕໍ່ມາ ວິນຍານ​ຊົ່ວຮ້າຍ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສົ່ງ​ມາ ກໍ​ເຂົ້າ​ສິງ​ກະສັດ​ໂຊນ​ທັນທີ; ເພິ່ນ​ໄດ້​ເວົ້າ​ລະເມີ​ຢູ່​ໃນ​ເຮືອນ​ຂອງຕົນ​ດັ່ງ​ຄົນບ້າ. ສ່ວນ​ດາວິດ​ນັ້ນ​ດີດພິນ​ຢູ່​ດັ່ງ​ທີ່​ເຄີຍ​ເຮັດ​ມາ​ທຸກ​ວັນ ແລະ​ກະສັດ​ໂຊນ​ກໍ​ຖື​ຫອກ​ຢູ່​ໃນ​ມື.


ແລະ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຟັງຄວາມ​ຂອງ​ປະຊາຊົນ​ທີ່​ບອກ​ທ່ານ​ວ່າ ຂ້ານ້ອຍ​ກຳລັງ​ພະຍາຍາມ​ທຳຮ້າຍ​ທ່ານ,


ນາງ​ຂາບລົງ​ທີ່​ຕີນ​ຂອງ​ດາວິດ ແລະ​ເວົ້າ​ວ່າ, “ທ່ານເອີຍ ກະລຸນາ​ຟັງ​ຂ້ານ້ອຍ​ກ່ອນ​ທ້ອນ ໃຫ້​ຂ້ານ້ອຍ​ຮັບ​ເອົາ​ຄວາມຜິດ​ທັງໝົດ​ນັ້ນ​ສາ.


ດາວິດ​ຄິດ​ໃນໃຈ​ວ່າ, “ໃນ​ມື້ໜຶ່ງ​ຂ້າງ​ໜ້າ ກະສັດ​ໂຊນ​ຈະ​ຕ້ອງ​ຂ້າ​ເຮົາ​ແນ່ໆ. ດີທີ່ສຸດ​ແລ້ວ ເຮົາ​ຄວນ​ໜີໄປ​ຢູ່​ໃນ​ດິນແດນ​ຂອງ​ພວກ​ຟີລິດສະຕິນ ແລ້ວ​ກະສັດ​ໂຊນ​ກໍ​ຈະ​ບໍ່​ຕາມ​ຫາ​ຂ້າ​ເຮົາ​ໃນ​ອິດສະຣາເອນ​ນີ້​ອີກ​ຕໍ່ໄປ ແລະ​ເຮົາ​ກໍ​ຈະ​ປອດໄພ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka