Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:18 - ພຣະຄຳພີສັກສິ

18 ແລະ​ກ່າວ​ຕໍ່ໄປ​ວ່າ, “ທ່ານເອີຍ ເຫດໃດ​ທ່ານ​ຈຶ່ງ​ຍັງ​ສືບຕໍ່​ຕາມລ່າ​ຂ້ານ້ອຍ ຜູ້ຮັບໃຊ້​ຂອງທ່ານ​ຢູ່? ຂ້ານ້ອຍ​ໄດ້​ເຮັດ​ຜິດ​ຫຍັງ? ຂ້ານ້ອຍ​ເຮັດ​ຜິດ​ກົດໝາຍ​ຫຍັງ​ແດ່?

Uka jalj uñjjattʼäta Copia luraña




1 ຊາມູເອນ 26:18
12 Jak'a apnaqawi uñst'ayäwi  

ຄົນ​ທີ່​ມີ​ອຳນາດ​ໂຈມຕີ​ຂ້ານ້ອຍ​ຢ່າງ​ບໍ່​ຍຸດຕິທຳ ແຕ່​ຂ້ານ້ອຍ​ເຄົາຣົບ​ນັບຖື​ຖ້ອຍຄຳ​ຂອງ​ພຣະອົງ.


ພວກເຂົາ​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ​ຢ່າງ​ບໍ່ມີ​ເຫດຜົນ ແລະ​ຂຸດ​ຂຸມ​ເລິກ​ດັກຈັບ​ເພື່ອ​ໃຫ້​ຕົກລົງ​ໃນ​ຂຸມ​ນັ້ນ.


ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ ກໍ​ມີ​ຫລາຍກວ່າ​ເສັ້ນຜົມ​ທີ່​ຫົວ​ຂອງ​ຂ້ານ້ອຍ. ສັດຕູ​ຂອງ​ຂ້ານ້ອຍ​ຫາ​ເລື່ອງ​ໃສ່​ໂດຍ​ເວົ້າຕົວະ ພວກເຂົາ​ແຂງແຮງ​ຫລາຍ​ໝາຍ​ທີ່​ຈະ​ທຳລາຍ. ສິ່ງທີ່​ຂ້ານ້ອຍ​ບໍ່ໄດ້​ລັກ​ຫລື​ໂລບ​ເອົາ​ໄປ ຊໍ້າ​ຖືກ​ບັງຄັບ​ໃຫ້​ສົ່ງ​ຄືນ​ສິ່ງນັ້ນ.


ແລ້ວ​ຂ້າພະເຈົ້າ​ກໍ​ຖາມ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ຜິດ​ຫຍັງ​ແດ່​ຕໍ່​ທ່ານ ຫລື​ຕໍ່​ພວກ​ຂ້າຣາຊການ​ຂອງທ່ານ ຫລື​ຕໍ່​ປະຊາຊົນ​ໃນ​ເມືອງນີ້ ຈຶ່ງ​ຂັງ​ຂ້ານ້ອຍ​ໄວ້​ໃນ​ຄຸກ?


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເຫັນ​ການ​ດີ​ຫລາຍ​ຢ່າງ​ທີ່​ມາ​ຈາກ​ພຣະບິດາເຈົ້າ​ຂອງເຮົາ ພວກເຈົ້າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຮົາ​ຍ້ອນ​ເລື່ອງ​ຫຍັງ?”


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຖ້າ​ເຮົາ​ໄດ້​ເວົ້າ​ຜິດ ໃຫ້​ບອກ​ທຸກຄົນ​ໃນ​ທີ່​ນີ້​ວ່າ ເຮົາ​ເວົ້າ​ຜິດ​ອັນໃດ? ແຕ່​ຖ້າ​ເຮົາ​ເວົ້າ​ຖືກ ເປັນຫຍັງ​ເຈົ້າ​ຈຶ່ງ​ຕົບ​ໜ້າ​ເຮົາ?”


ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ພິສູດ​ໄດ້​ວ່າ ເຮົາ​ມີ​ຄວາມຜິດ? ຖ້າ​ເຮົາ​ເວົ້າ​ຄວາມຈິງ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ?


ດາວິດ​ຖາມ​ອ້າຍ​ຄືນ​ວ່າ, “ດຽວນີ້ ຂ້ອຍ​ໄດ້​ເຮັດ​ຫຍັງ? ຂ້ອຍ​ພຽງແຕ່​ຖາມ​ກໍ​ບໍ່ໄດ້​ຊັ້ນບໍ?”


ຕໍ່ມາ ດາວິດ​ໄດ້​ໜີໄປ​ຈາກ​ບ້ານ​ນາໂຢດ​ໃນ​ເມືອງ​ຣາມາ ໄປ​ຫາ​ໂຢນາທານ​ແລະ​ຖາມ​ລາວ​ວ່າ, “ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ມີ​ຄວາມຜິດ​ຫຍັງ ຂ້ອຍ​ໄດ້​ເຮັດ​ຊົ່ວ​ອັນໃດ​ແດ່​ຕໍ່​ພໍ່​ຂອງ​ເຈົ້າ ເພິ່ນ​ຈຶ່ງ​ຢາກ​ຂ້າ​ຂ້ອຍ?”


ແລະ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຟັງຄວາມ​ຂອງ​ປະຊາຊົນ​ທີ່​ບອກ​ທ່ານ​ວ່າ ຂ້ານ້ອຍ​ກຳລັງ​ພະຍາຍາມ​ທຳຮ້າຍ​ທ່ານ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka