Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:16 - ພຣະຄຳພີສັກສິ

16 ທີ່​ເຈົ້າ​ໄດ້​ລະເລີຍ​ຕໍ່​ໜ້າທີ່​ຂອງ​ເຈົ້າ​ເປັນ​ການ​ບໍ່ດີ ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ພວກເຈົ້າ​ທັງໝົດ​ສົມຄວນ​ຕ້ອງ​ຕາຍ ເພາະ​ເຈົ້າ​ບໍ່ໄດ້​ປ້ອງກັນ​ນາຍ​ເໜືອ​ຫົວ​ຂອງ​ເຈົ້າ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ. ເບິ່ງ​ນີ້​ແມ! ຫອກ​ຂອງ​ກະສັດ​ຢູ່​ໃສ ແລະ​ໄຫ​ນໍ້າ​ທີ່​ຕັ້ງ​ຢູ່​ໃກ້​ຫົວ​ຂອງ​ເພິ່ນ​ຢູ່​ໃສ​ແລ້ວ?”

Uka jalj uñjjattʼäta Copia luraña




1 ຊາມູເອນ 26:16
11 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໃຈຮ້າຍ​ຫຼາຍ​ໃຫ້​ຄົນ​ຮັ່ງມີ​ຜູ້ນັ້ນ ແລະ​ເວົ້າ​ຂຶ້ນ​ວ່າ, “ເຮົາ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ຈະ​ຕ້ອງ​ຕາຍ


ທຸກຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂ້ານ້ອຍ​ສົມຄວນ​ທີ່​ຈະ​ຖືກ​ທ່ານ​ຂ້າ​ຖິ້ມ​ໝົດ ແຕ່​ທ່ານ​ພັດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄດ້​ຮັບປະທານ​ອາຫານ​ຮ່ວມ​ໂຕະ​ກັບ​ທ່ານ ຂ້ານ້ອຍ​ບໍ່​ມີ​ສິດ ທີ່​ຈະ​ຂໍ​ຄວາມ​ເມດຕາ​ໃດໆ​ຈາກ​ທ່ານ​ຕື່ມ​ອີກ​ແລ້ວ.”


ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ກ່າວ​ຕໍ່​ປະໂຣຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ເມືອງ​ອານາທົດ​ບ້ານ​ເດີມ​ຂອງ​ເຈົ້າ. ເຈົ້າ​ສົມຄວນ​ຈະ​ຕາຍ ແຕ່​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ໃນ​ເວລາ​ນີ້ ເພາະ​ຄາວ​ທີ່​ເຈົ້າ​ຢູ່​ກັບ​ກະສັດ​ດາວິດ​ພໍ່​ເຮົາ​ນັ້ນ ເຈົ້າ​ໄດ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ໄດ້​ຮ່ວມສຸກ​ຮ່ວມທຸກ​ກັບ​ເພິ່ນ.”


ພຣະອົງ​ໄດ້ຍິນ​ພວກ​ນັກໂທດ​ຮ້ອງ​ຄວນຄາງ ແລະ​ໃຫ້​ຄົນ​ມີ​ໂທດ​ປະຫານ​ຖືກ​ປົດປ່ອຍ.


ຂໍ​ຊົງ​ໂຜດ​ຟັງ​ສຽງ​ເຈັບປວດ​ຄວນຄາງ​ຂອງ​ພວກ​ນັກໂທດ ແລະ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ໂຜດ​ໄວ້​ຊີວິດ​ຜູ້​ຖືກ​ໂທດ​ປະຫານ.


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


ເຈົ້າ​ຮູ້​ຫຼື​ບໍ່​ວ່າ​ຕາບໃດ​ທີ່​ດາວິດ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ຈະ​ບໍ່ໄດ້​ເປັນ​ກະສັດ​ຂອງ​ອານາຈັກ​ນີ້​ຈັກເທື່ອ. ຈົ່ງ​ໄປ​ນຳ​ຕົວ​ມັນ​ມາ​ດຽວ​ນີ້ ມັນ​ສົມຄວນ​ຈະ​ຕາຍ.”


ສະນັ້ນ ເພິ່ນ​ຈຶ່ງ​ເວົ້າ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ວ່າ, “ຂໍ​ພຣະເຈົ້າຢາເວ​ຢ່າ​ອະນຸຍາດ​ໃຫ້​ຂ້ອຍ​ທຳຮ້າຍ​ເຈົ້ານາຍ​ຂອງຂ້ອຍ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້; ຄື​ທີ່​ຈະ​ຢຽດມື​ຂອງຂ້ອຍ​ໄປ​ຕໍ່ສູ້​ເພິ່ນ ເພາະ​ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້.”


ພຣະເຈົ້າຢາເວ​ຫ້າມ​ຂ້ອຍ​ໄວ້​ວ່າ, ຂ້ອຍ​ບໍ່ຄວນ​ທຳຮ້າຍ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ​ໄວ້ ພວກເຮົາ​ເອົາ​ແຕ່​ຫອກ​ກັບ​ໄຫ​ນໍ້າ​ຂອງ​ເພິ່ນ​ໜີໄປ​ກໍ​ພໍ.”


ດາວິດ​ຮ້ອງ​ຕອບ​ວ່າ, “ອັບເນ ເຈົ້າ​ເປັນ​ຜູ້​ຍິ່ງໃຫຍ່​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ແມ່ນ​ບໍ? ດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ປ້ອງກັນ​ກະສັດ​ນາຍ​ເໜືອ​ຫົວ​ຂອງ​ເຈົ້າ? ເມື່ອກີ້ນີ້​ໄດ້​ມີ​ຄົນ​ເຂົ້າ​ໄປ​ໃນ​ຄ້າຍ​ເພື່ອ​ຂ້າ​ນາຍ​ຂອງ​ເຈົ້າ.


ແຕ່​ດາວິດ​ໄດ້ກ່າວ​ຕໍ່​ອາບີໄຊ​ວ່າ, “ເຈົ້າ​ບໍ່ຄວນ​ທຳຮ້າຍ​ເພິ່ນ​ເລີຍ ເພາະ​ຜູ້ໃດ​ທີ່​ຢຽດມື​ອອກ​ຕໍ່ສູ້​ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ​ໄວ້ ພຣະອົງ​ຈະ​ລົງ​ໂທດ​ຜູ້​ນັ້ນ​ຢ່າງ​ແນ່ນອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka