Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 26:15 - ພຣະຄຳພີສັກສິ

15 ດາວິດ​ຮ້ອງ​ຕອບ​ວ່າ, “ອັບເນ ເຈົ້າ​ເປັນ​ຜູ້​ຍິ່ງໃຫຍ່​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ແມ່ນ​ບໍ? ດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ປ້ອງກັນ​ກະສັດ​ນາຍ​ເໜືອ​ຫົວ​ຂອງ​ເຈົ້າ? ເມື່ອກີ້ນີ້​ໄດ້​ມີ​ຄົນ​ເຂົ້າ​ໄປ​ໃນ​ຄ້າຍ​ເພື່ອ​ຂ້າ​ນາຍ​ຂອງ​ເຈົ້າ.

Uka jalj uñjjattʼäta Copia luraña




1 ຊາມູເອນ 26:15
5 Jak'a apnaqawi uñst'ayäwi  

ກະສັດ​ກ່າວ​ແກ່​ບັນດາ​ຂ້າຣາຊການ​ຂອງຕົນ​ວ່າ, “ພວກທ່ານ​ຮູ້​ບໍ​ວ່າ​ວັນ​ນີ້ ມີ​ຜູ້ນຳ​ຄົນ​ສຳຄັນ​ໃນ​ຊາດ​ອິດສະຣາເອນ​ໄດ້​ຕາຍໄປ.


ແລ້ວ​ດານີເອນ (ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ) ກໍ​ອຸກໃຈ​ຈົນ​ເວົ້າ​ຢ່າງໃດ​ບໍ່ໄດ້. ກະສັດ​ໄດ້​ກ່າວ​ຕໍ່​ລາວ​ວ່າ, “ເບັນເຕຊັດຊາເຣ​ເອີຍ ຢ່າ​ໃຫ້​ຄວາມຝັນ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນັ້ນ ເຮັດ​ໃຫ້​ເຈົ້າ​ຕົກໃຈ​ເລີຍ.” ເບັນເຕຊັດຊາເຣ​ໄດ້​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຢາກ​ໃຫ້​ຄວາມຝັນ ແລະ​ຄຳ​ແກ້​ຄວາມຝັນ​ນັ້ນ​ຕົກ​ຖືກ​ພວກ​ສັດຕູ​ຂອງທ່ານ ແທນ​ທີ່​ຈະ​ຕົກ​ຖືກ​ທ່ານເອງ.


ແລ້ວ​ພຣະອົງ​ກໍ​ກັບຄືນ​ມາ​ຫາ​ສາວົກ ແລະ​ເຫັນ​ພວກເພິ່ນ​ນອນ​ຫລັບ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ເປໂຕ​ວ່າ, “ເປັນ​ຈັ່ງ​ໃດ ພວກເຈົ້າ​ຈຶ່ງ​ບໍ່​ສາມາດ​ເຝົ້າ​ຄອຍ​ຢູ່​ກັບ​ເຮົາ​ໄດ້ ແມ່ນແຕ່​ຊົ່ວໂມງ​ດຽວ?


ເພິ່ນ​ຮ້ອງ​ໃສ່​ທະຫານ​ຂອງ​ກະສັດ​ໂຊນ​ແລະ​ອັບເນ​ລູກຊາຍ​ຂອງ​ເນຣະ​ວ່າ, “ອັບເນ ເຈົ້າ​ໄດ້ຍິນ​ສຽງ​ຂອງຂ້ອຍ​ຫລື​ບໍ່?” ອັບເນ​ຮ້ອງ​ຖາມ​ຄືນ​ວ່າ, “ແມ່ນ​ຜູ້ໃດ​ຮ້ອງ​ແລະ​ກ້າ​ປຸກ​ກະສັດ​ໃຫ້​ຕື່ນ?”


ທີ່​ເຈົ້າ​ໄດ້​ລະເລີຍ​ຕໍ່​ໜ້າທີ່​ຂອງ​ເຈົ້າ​ເປັນ​ການ​ບໍ່ດີ ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ພວກເຈົ້າ​ທັງໝົດ​ສົມຄວນ​ຕ້ອງ​ຕາຍ ເພາະ​ເຈົ້າ​ບໍ່ໄດ້​ປ້ອງກັນ​ນາຍ​ເໜືອ​ຫົວ​ຂອງ​ເຈົ້າ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ. ເບິ່ງ​ນີ້​ແມ! ຫອກ​ຂອງ​ກະສັດ​ຢູ່​ໃສ ແລະ​ໄຫ​ນໍ້າ​ທີ່​ຕັ້ງ​ຢູ່​ໃກ້​ຫົວ​ຂອງ​ເພິ່ນ​ຢູ່​ໃສ​ແລ້ວ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka