13 ແລ້ວດາວິດກໍໄດ້ຂ້າມຮ່ອມພູໄປເທິງເນີນພູໜ່ວຍອື່ນ ແລະຕັ້ງທ່າຢູ່ບ່ອນທີ່ຫ່າງໄກພໍສົມຄວນຈາກຄ້າຍຂອງກະສັດໂຊນ.
ເມື່ອໂຢທາມໄດ້ຍິນເລື່ອງນີ້ ລາວຈຶ່ງຂຶ້ນໄປທີ່ເທິງຈອມພູເກຣີຊິມ ແລະຢືນຮ້ອງໃສ່ພວກເຂົາວ່າ, “ຊາວຊີເຄມທັງຫລາຍເອີຍ ຈົ່ງຟັງຂ້ອຍເທີ້ນ ແລະພຣະເຈົ້າອາດຈະຟັງພວກເຈົ້າດ້ວຍ.
ສ່ວນດາວິດກໍຍ່າງອອກມາຕາມຫລັງແລະຮ້ອງໃສ່ເພິ່ນວ່າ, “ຂ້າແດ່ພະຣາຊາ” ກະສັດໂຊນຫລຽວຫລັງເບິ່ງໄປອ້ອມໆ ແລະດາວິດກໍຂາບລົງດ້ວຍຄວາມນັບຖື
ດັ່ງນັ້ນ ດາວິດຈຶ່ງຈັບເອົາຫອກແລະໄຫນໍ້າ ຊຶ່ງຢູ່ໃກ້ກັບຫົວຂອງກະສັດໂຊນນັ້ນແລະພາກັນໜີໄປ. ບໍ່ມີຜູ້ໃດຕື່ນຂຶ້ນແລະຮູ້ເຫັນເຫດການທີ່ເກີດຂຶ້ນນັ້ນເລີຍ, ພວກເຂົາທຸກຄົນພາກັນນອນຫລັບສະໜິດ ເພາະພຣະເຈົ້າຢາເວໄດ້ບັນດານໃຫ້ທຸກຄົນນອນຫລັບ.
ເພິ່ນຮ້ອງໃສ່ທະຫານຂອງກະສັດໂຊນແລະອັບເນລູກຊາຍຂອງເນຣະວ່າ, “ອັບເນ ເຈົ້າໄດ້ຍິນສຽງຂອງຂ້ອຍຫລືບໍ່?” ອັບເນຮ້ອງຖາມຄືນວ່າ, “ແມ່ນຜູ້ໃດຮ້ອງແລະກ້າປຸກກະສັດໃຫ້ຕື່ນ?”