Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 24:9 - ພຣະຄຳພີສັກສິ

9 ແລະ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຟັງຄວາມ​ຂອງ​ປະຊາຊົນ​ທີ່​ບອກ​ທ່ານ​ວ່າ ຂ້ານ້ອຍ​ກຳລັງ​ພະຍາຍາມ​ທຳຮ້າຍ​ທ່ານ,

Uka jalj uñjjattʼäta Copia luraña




1 ຊາມູເອນ 24:9
19 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ກຳຈັດ​ທຸກຄົນ​ທີ່​ຊຸບຊິບ​ເລື່ອງ​ບໍ່​ດີ ແລະ​ຈະ​ບໍ່​ໂຍະຍານ​ໃຫ້​ແກ່​ຄົນ​ອວດຕົວ​ຈອງຫອງ​ດ້ວຍ.


ເມື່ອ​ເຈົ້ານາຍ​ຂອງ​ພວກເຂົາ​ຈະ​ຖືກ​ໂຍນ​ລົງ​ຈາກ​ໜ້າຜາ ປະຊາຊົນ​ຈະ​ຍອມ​ຮັບ​ຄຳເວົ້າ​ຂອງ​ຂ້ານ້ອຍ​ວ່າ​ເປັນຈິງ​ຕາມ​ທີ່​ກ່າວ​ນັ້ນ.


ຄົນ​ເລ້ຫລ່ຽມ​ກໍ່​ໃຫ້​ເກີດ​ການ​ຜິດຖຽງກັນ ຄົນ​ມັກ​ເວົ້າ​ຂວັນ​ນິນທາ​ທຳລາຍ​ມິດຕະພາບ.


ຄົນ​ຊົ່ວຊ້າ​ມັກ​ຟັງ​ຄວາມຄິດ​ທີ່​ຊົ່ວໆ ແລະ​ຄົນ​ຂີ້ຕົວະ​ກໍ​ມັກ​ຟັງ​ເລື່ອງ​ທີ່​ຕົວະຕົ້ມ.


ການ​ເວົ້າ​ຂວັນ​ນິນທາ​ຄົນ​ເໝືອນ​ອາຫານ​ທີ່​ມີ​ຣົດຊາດ​ແຊບ ແລະ​ມັນ​ຊຶມ​ເຂົ້າ​ໄປ​ເຖິງ​ສ່ວນເລິກ​ຂອງ​ຮ່າງກາຍ.


ລົມ​ທິດເໜືອ​ນຳ​ເອົາ​ຝົນ​ມາ​ສັນໃດ ຄົນ​ປາກ​ບອນ​ກໍ​ນຳ​ເອົາ​ຄວາມ​ໂກດຮ້າຍ​ມາ​ສັນນັ້ນ.


ລີ້ນ​ທີ່​ຂີ້ຕົວະ​ກຽດຊັງ​ຜູ້​ທີ່​ມັນ​ທຳລາຍ ແລະ​ປາກ​ທີ່​ປະຈົບ​ປະແຈງ​ກໍ​ນຳ​ໄປ​ສູ່​ການທຳລາຍ.


ຖ້າ​ຜູ້ປົກຄອງ​ເອົາໃຈໃສ່​ຕໍ່​ຄຳ​ລາຍງານ​ບໍ່ຈິງ, ຂ້າຣາຊການ​ຂອງເພິ່ນ​ທັງໝົດ​ຈະ​ເປັນ​ຄົນ​ຂີ້ຕົວະ.


ແລ້ວ​ຂ້າພະເຈົ້າ​ກໍ​ຖາມ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ຜິດ​ຫຍັງ​ແດ່​ຕໍ່​ທ່ານ ຫລື​ຕໍ່​ພວກ​ຂ້າຣາຊການ​ຂອງທ່ານ ຫລື​ຕໍ່​ປະຊາຊົນ​ໃນ​ເມືອງນີ້ ຈຶ່ງ​ຂັງ​ຂ້ານ້ອຍ​ໄວ້​ໃນ​ຄຸກ?


ຢ່າ​ທຽວໄປ​ທຽວມາ​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ ຢ່າ​ປອງຮ້າຍ​ຕໍ່​ຊີວິດ​ເພື່ອນບ້ານ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ລີ້ນ​ກໍ​ເປັນ​ດັ່ງ​ໄຟ ມັນ​ເປັນ​ຄື​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ ທີ່​ຄອບຄອງ​ຢູ່​ໃນ​ຮ່າງກາຍ​ຂອງ​ພວກເຮົາ ແລະ​ເຮັດ​ໃຫ້​ເປື້ອນເປິ​ໄປ​ທົ່ວ​ທັງ​ຮ່າງກາຍ, ມັນ​ເປັນ​ເຊື້ອໄຟ​ທີ່​ເຜົາ​ໄໝ້​ວົງ​ກະແສ​ແຫ່ງ​ຊີວິດ ແລະ​ມັນ​ເອງ​ກໍ​ເປັນ​ໄຟ​ມາ​ຈາກ​ນະຣົກ.


ຕໍ່ມາ ດາວິດ​ໄດ້​ໜີໄປ​ຈາກ​ບ້ານ​ນາໂຢດ​ໃນ​ເມືອງ​ຣາມາ ໄປ​ຫາ​ໂຢນາທານ​ແລະ​ຖາມ​ລາວ​ວ່າ, “ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ມີ​ຄວາມຜິດ​ຫຍັງ ຂ້ອຍ​ໄດ້​ເຮັດ​ຊົ່ວ​ອັນໃດ​ແດ່​ຕໍ່​ພໍ່​ຂອງ​ເຈົ້າ ເພິ່ນ​ຈຶ່ງ​ຢາກ​ຂ້າ​ຂ້ອຍ?”


ຫລັງຈາກ​ເດັກນ້ອຍ​ກັບ​ເມືອ​ແລ້ວ ດາວິດ​ໄດ້​ອອກ​ມາ​ຈາກ​ດ້ານຫລັງ​ຂອງ​ໂງ່ນຫີນ ກົ້ມ​ຂາບລົງ​ຕໍ່ໜ້າ​ໂຢນາທານ​ສາມ​ເທື່ອ. ດາວິດ​ກັບ​ໂຢນາທານ​ກອດ​ກັນ​ຮ້ອງໄຫ້. ດາວິດ​ໂສກເສົ້າ​ເສຍໃຈ​ຫລາຍກວ່າ​ໂຢນາທານ.


ທ່ານ​ຄົງ​ເຫັນ​ດ້ວຍ​ຕົນເອງ​ແລ້ວ​ວ່າ ເມື່ອ​ຫວ່າງກີ້​ນີ້ເອງ​ຢູ່​ໃນ​ຖໍ້າ​ນັ້ນ ພຣະເຈົ້າຢາເວ​ໄດ້​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ. ຄົນ​ຂອງ​ຂ້ານ້ອຍ​ບາງຄົນ​ບອກ​ໃຫ້​ຂ້ານ້ອຍ​ສັງຫານ​ທ່ານ​ເສຍ, ແຕ່​ຂ້ານ້ອຍ​ຮູ້ສຶກ​ອີດູ​ຕົນ​ທ່ານ​ຈຶ່ງ​ບອກ​ພວກເຂົາ​ວ່າ ຂ້ານ້ອຍ​ບໍ່ຄວນ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ ເພາະ​ທ່ານ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້.


ສ່ວນ​ດາວິດ​ກໍ​ຍ່າງ​ອອກ​ມາ​ຕາມຫລັງ​ແລະ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ” ກະສັດ​ໂຊນ​ຫລຽວຫລັງ​ເບິ່ງ​ໄປ​ອ້ອມໆ ແລະ​ດາວິດ​ກໍ​ຂາບລົງ​ດ້ວຍ​ຄວາມນັບຖື


ແລະ​ກ່າວ​ຕໍ່ໄປ​ວ່າ, “ທ່ານເອີຍ ເຫດໃດ​ທ່ານ​ຈຶ່ງ​ຍັງ​ສືບຕໍ່​ຕາມລ່າ​ຂ້ານ້ອຍ ຜູ້ຮັບໃຊ້​ຂອງທ່ານ​ຢູ່? ຂ້ານ້ອຍ​ໄດ້​ເຮັດ​ຜິດ​ຫຍັງ? ຂ້ານ້ອຍ​ເຮັດ​ຜິດ​ກົດໝາຍ​ຫຍັງ​ແດ່?


ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka