Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 24:8 - ພຣະຄຳພີສັກສິ

8 ສ່ວນ​ດາວິດ​ກໍ​ຍ່າງ​ອອກ​ມາ​ຕາມຫລັງ​ແລະ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ” ກະສັດ​ໂຊນ​ຫລຽວຫລັງ​ເບິ່ງ​ໄປ​ອ້ອມໆ ແລະ​ດາວິດ​ກໍ​ຂາບລົງ​ດ້ວຍ​ຄວາມນັບຖື

Uka jalj uñjjattʼäta Copia luraña




1 ຊາມູເອນ 24:8
11 Jak'a apnaqawi uñst'ayäwi  

ອັບຣາມ​ກົ້ມ​ຂາບລົງ​ທີ່​ພື້ນດິນ ແລະ​ພຣະເຈົ້າ​ກ່າວ​ວ່າ,


ຣາຊິນີ​ບັດເຊບາ​ໄດ້​ກົ້ມຂາບ ແລະ​ເວົ້າ​ວ່າ, “ຂໍ​ໃຫ້​ກະສັດ​ຜູ້​ເປັນ​ເຈົ້າ​ເໜືອ​ຫົວ​ຂອງ​ຂ້ານ້ອຍ ຈົ່ງ​ໝັ້ນຍືນ​ຕະຫລອດໄປ.”


ຈົ່ງ​ໃຫ້ກຽດ​ພໍ່​ແມ່​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ.


ຈົ່ງ​ໃຫ້​ແກ່​ທຸກຄົນ ຕາມ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ ສ່ວຍສາ​ອາກອນ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ພາສີ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ຄວາມ​ຢຳເກງ​ຄວນ​ມີ​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ກຽດຕິຍົດ​ຄວນ​ໃຫ້​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.


ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.


ຫລັງຈາກ​ເດັກນ້ອຍ​ກັບ​ເມືອ​ແລ້ວ ດາວິດ​ໄດ້​ອອກ​ມາ​ຈາກ​ດ້ານຫລັງ​ຂອງ​ໂງ່ນຫີນ ກົ້ມ​ຂາບລົງ​ຕໍ່ໜ້າ​ໂຢນາທານ​ສາມ​ເທື່ອ. ດາວິດ​ກັບ​ໂຢນາທານ​ກອດ​ກັນ​ຮ້ອງໄຫ້. ດາວິດ​ໂສກເສົ້າ​ເສຍໃຈ​ຫລາຍກວ່າ​ໂຢນາທານ.


ດັ່ງນັ້ນ ດາວິດ​ຈຶ່ງ​ຊັກຊວນ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ບໍ່​ໃຫ້​ຕໍ່ສູ້​ກະສັດ​ໂຊນ. ກະສັດ​ໂຊນ​ລຸກ​ຂຶ້ນ ແລະ​ອອກ​ມາ​ຈາກ​ຖໍ້າ ແລ້ວ​ເພິ່ນ​ກໍ​ເດີນທາງ​ຕໍ່ໄປ.


ແລະ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຟັງຄວາມ​ຂອງ​ປະຊາຊົນ​ທີ່​ບອກ​ທ່ານ​ວ່າ ຂ້ານ້ອຍ​ກຳລັງ​ພະຍາຍາມ​ທຳຮ້າຍ​ທ່ານ,


ກະສັດ​ໂຊນ​ຈື່​ສຽງ​ຂອງ​ດາວິດ​ໄດ້ ຈຶ່ງ​ເອີ້ນ​ຖາມ​ວ່າ, “ດາວິດ ລູກ​ຂອງ​ພໍ່​ເອີຍ ແມ່ນ​ເຈົ້າ​ຊັ້ນບໍ?” ດາວິດ​ຕອບ​ວ່າ, “ແມ່ນແລ້ວ ພະຣາຊາ​ເຈົ້າ​ຂ້າ”


ກະສັດ​ໂຊນ​ຖາມ​ວ່າ, “ວິນຍານ​ດວງ​ນັ້ນ​ຄື​ຜູ້ໃດ?” ນາງ​ຕອບ​ວ່າ, “ເປັນ​ຄົນ​ເຖົ້າ​ຜູ້ໜຶ່ງ​ກຳລັງ​ຂຶ້ນ​ມາ ລາວ​ນຸ່ງ​ເສື້ອຄຸມ.” ເມື່ອ​ກະສັດ​ໂຊນ​ຮູ້​ວ່າ​ແມ່ນ​ຊາມູເອນ ເພິ່ນ​ຈຶ່ງ​ກົ້ມ​ຂາບລົງ​ດ້ວຍ​ຄວາມນັບຖື.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka