Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 24:7 - ພຣະຄຳພີສັກສິ

7 ດັ່ງນັ້ນ ດາວິດ​ຈຶ່ງ​ຊັກຊວນ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ບໍ່​ໃຫ້​ຕໍ່ສູ້​ກະສັດ​ໂຊນ. ກະສັດ​ໂຊນ​ລຸກ​ຂຶ້ນ ແລະ​ອອກ​ມາ​ຈາກ​ຖໍ້າ ແລ້ວ​ເພິ່ນ​ກໍ​ເດີນທາງ​ຕໍ່ໄປ.

Uka jalj uñjjattʼäta Copia luraña




1 ຊາມູເອນ 24:7
10 Jak'a apnaqawi uñst'ayäwi  

ດາວິດ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກ້າ​ຂ້າ​ກະສັດ ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ?”


ຖ້າ​ຂ້ານ້ອຍ​ໄດ້​ຄິດຄົດ​ຕໍ່​ຜູ້ໜຶ່ງ​ຜູ້ໃດ ຫລື​ໄດ້​ຫັກຫລັງ​ເພື່ອນ​ຄົນໃດ​ຄົນໜຶ່ງ ຫລື​ເຮັດ​ຮຸນແຮງ​ໂພດ​ຕໍ່​ສັດຕູ​ຢ່າງ​ບໍ່​ຍຸດຕິທຳ ຖ້າ​ຂ້ານ້ອຍ​ໄດ້​ເຮັດ​ໃນ​ສິ່ງ​ເຫຼົ່ານີ້


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ ແລະ​ພາວັນນາ​ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມເຫັງ​ເຈົ້າ,


ຂ້າພະເຈົ້າ​ຢູ່​ທີ່ນີ້​ແລ້ວ ສະນັ້ນ ຖ້າ​ຂ້າພະເຈົ້າ​ເຮັດ​ຜິດ​ປະການໃດ​ປະການໜຶ່ງ ຈົ່ງ​ໃຫ້​ພວກເຈົ້າ​ຮ້ອງຟ້ອງ​ຂ້າພະເຈົ້າ​ດຽວ​ນີ້ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ທີ່​ພຣະອົງ​ໄດ້​ເລືອກ​ເອົາ. ຂ້າພະເຈົ້າ​ເຄີຍ​ໄດ້​ເອົາ​ງົວ​ແລະ​ລໍ​ຂອງ​ຜູ້ໃດ​ບໍ? ຂ້າພະເຈົ້າ​ໄດ້​ສໍ້ໂກງ​ແລະ​ກົດຂີ່​ຂົ່ມເຫັງ​ຜູ້ໃດ​ແດ່? ຂ້າພະເຈົ້າ​ໄດ້​ຮັບ​ສິນບົນ​ຈາກ​ຜູ້ໃດ​ບໍ? ຖ້າ​ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ຂ້າພະເຈົ້າ​ຍິນດີ​ຈ່າຍ​ຄືນ​ສິ່ງ​ທີ່​ຂ້າພະເຈົ້າ​ເອົາ​ໄປ​ນັ້ນ.”


ສະນັ້ນ ເພິ່ນ​ຈຶ່ງ​ເວົ້າ​ກັບ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ວ່າ, “ຂໍ​ພຣະເຈົ້າຢາເວ​ຢ່າ​ອະນຸຍາດ​ໃຫ້​ຂ້ອຍ​ທຳຮ້າຍ​ເຈົ້ານາຍ​ຂອງຂ້ອຍ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້; ຄື​ທີ່​ຈະ​ຢຽດມື​ຂອງຂ້ອຍ​ໄປ​ຕໍ່ສູ້​ເພິ່ນ ເພາະ​ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້.”


ສ່ວນ​ດາວິດ​ກໍ​ຍ່າງ​ອອກ​ມາ​ຕາມຫລັງ​ແລະ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ” ກະສັດ​ໂຊນ​ຫລຽວຫລັງ​ເບິ່ງ​ໄປ​ອ້ອມໆ ແລະ​ດາວິດ​ກໍ​ຂາບລົງ​ດ້ວຍ​ຄວາມນັບຖື


ຂອບຄຸນ​ພຣະເຈົ້າ​ໃນ​ຄວາມ​ສະຫລາດ​ຂອງເຈົ້າ ແລະ​ຕໍ່​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ວັນນີ້ ຄື​ປ້ອງກັນ​ຂ້ອຍ​ຈາກ​ໂທດ​ຂ້າ​ຄົນ ແລະ​ຈາກ​ໂທດ​ທີ່​ລົງມື​ແກ້ແຄ້ນ​ໂດຍ​ຕົນເອງ.


ພຣະເຈົ້າຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ຜູ້​ທີ່​ສັດຊື່​ແລະ​ທ່ຽງທຳ ມື້ນີ້ ພຣະອົງ​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ​ແລ້ວ, ແຕ່​ຂ້ານ້ອຍ​ບໍ່ໄດ້​ທຳຮ້າຍ​ທ່ານ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ.


ແຕ່​ດາວິດ​ໄດ້ກ່າວ​ຕໍ່​ອາບີໄຊ​ວ່າ, “ເຈົ້າ​ບໍ່ຄວນ​ທຳຮ້າຍ​ເພິ່ນ​ເລີຍ ເພາະ​ຜູ້ໃດ​ທີ່​ຢຽດມື​ອອກ​ຕໍ່ສູ້​ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ​ໄວ້ ພຣະອົງ​ຈະ​ລົງ​ໂທດ​ຜູ້​ນັ້ນ​ຢ່າງ​ແນ່ນອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka