1 ຊາມູເອນ 24:6 - ພຣະຄຳພີສັກສິ6 ສະນັ້ນ ເພິ່ນຈຶ່ງເວົ້າກັບຄົນທັງຫລາຍຂອງເພິ່ນວ່າ, “ຂໍພຣະເຈົ້າຢາເວຢ່າອະນຸຍາດໃຫ້ຂ້ອຍທຳຮ້າຍເຈົ້ານາຍຂອງຂ້ອຍ ຜູ້ທີ່ພຣະເຈົ້າຢາເວໄດ້ເຈີມຕັ້ງໄວ້; ຄືທີ່ຈະຢຽດມືຂອງຂ້ອຍໄປຕໍ່ສູ້ເພິ່ນ ເພາະເພິ່ນເປັນຜູ້ທີ່ພຣະເຈົ້າຢາເວໄດ້ເຈີມຕັ້ງໄວ້.” Uka jalj uñjjattʼäta |
ແຕ່ຫລັງຈາກກະສັດດາວິດໄດ້ສຳຫລວດເບິ່ງຈຳນວນປະຊາຊົນແລ້ວ ເພິ່ນກໍເປັນທຸກໃຈຫລາຍ. ສະນັ້ນ ເພິ່ນຈຶ່ງໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້ານ້ອຍເຮັດຜິດຢ່າງຮ້າຍແຮງທີ່ໄດ້ກະທຳເຊັ່ນນີ້. ແຕ່ບັດນີ້ ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງຍົກໂທດໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ ເພາະຂ້ານ້ອຍໄດ້ເຮັດໄປຢ່າງໂງ່ຈ້າທີ່ສຸດ.”
ຂ້າພະເຈົ້າຢູ່ທີ່ນີ້ແລ້ວ ສະນັ້ນ ຖ້າຂ້າພະເຈົ້າເຮັດຜິດປະການໃດປະການໜຶ່ງ ຈົ່ງໃຫ້ພວກເຈົ້າຮ້ອງຟ້ອງຂ້າພະເຈົ້າດຽວນີ້ ຢູ່ຊ້ອງໜ້າພຣະເຈົ້າຢາເວ ແລະກະສັດທີ່ພຣະອົງໄດ້ເລືອກເອົາ. ຂ້າພະເຈົ້າເຄີຍໄດ້ເອົາງົວແລະລໍຂອງຜູ້ໃດບໍ? ຂ້າພະເຈົ້າໄດ້ສໍ້ໂກງແລະກົດຂີ່ຂົ່ມເຫັງຜູ້ໃດແດ່? ຂ້າພະເຈົ້າໄດ້ຮັບສິນບົນຈາກຜູ້ໃດບໍ? ຖ້າຂ້າພະເຈົ້າໄດ້ເຮັດສິ່ງໃດສິ່ງໜຶ່ງດັ່ງທີ່ໄດ້ກ່າວມານີ້ ຂ້າພະເຈົ້າຍິນດີຈ່າຍຄືນສິ່ງທີ່ຂ້າພະເຈົ້າເອົາໄປນັ້ນ.”