Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 24:5 - ພຣະຄຳພີສັກສິ

5 ແຕ່​ພໍ​ດາວິດ​ເຮັດ​ເຊັ່ນນັ້ນ ຫົວໃຈ​ຂອງ​ເພິ່ນ​ກໍ​ເຕັ້ນ​ສຸດແຮງ

Uka jalj uñjjattʼäta Copia luraña




1 ຊາມູເອນ 24:5
6 Jak'a apnaqawi uñst'ayäwi  

ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ເຮັດ​ສິ່ງ​ຊົ່ວຊ້າ​ຢ່າງ​ນີ້? ເຈົ້າ​ໄດ້​ໃຫ້​ອູຣິຢາ​ຖືກ​ຂ້າ​ໃນ​ສະໜາມຮົບ; ເຈົ້າ​ປ່ອຍ​ໃຫ້​ຊາວ​ອຳໂມນ​ຂ້າ​ລາວ ແລ້ວ​ເຈົ້າ​ກໍ​ເອົາ​ເມຍ​ຂອງ​ລາວ.


ແຕ່​ຫລັງຈາກ​ກະສັດ​ດາວິດ​ໄດ້​ສຳຫລວດ​ເບິ່ງ​ຈຳນວນ​ປະຊາຊົນ​ແລ້ວ ເພິ່ນ​ກໍ​ເປັນທຸກໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ທີ່​ໄດ້​ກະທຳ​ເຊັ່ນນີ້. ແຕ່​ບັດນີ້ ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ຍົກໂທດ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເທີ້ນ ເພາະ​ຂ້ານ້ອຍ​ໄດ້​ເຮັດ​ໄປ​ຢ່າງ​ໂງ່ຈ້າ​ທີ່ສຸດ.”


ເພາະ​ເຈົ້າ​ໄດ້​ຍອມ​ຟັງ​ແລະ​ເຈົ້າ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ເຈົ້າ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງໄຫ້ ເມື່ອ​ເຈົ້າ​ໄດ້ຍິນ​ເຖິງ​ການ​ຂູ່ເຂັນ ທີ່​ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ເມືອງ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເປັນ​ໜ້າຢ້ານກົວ ຄື​ເປັນ​ບ່ອນ​ທີ່​ຄົນ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳສາບແຊ່ງ. ແຕ່​ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ຂໍ​ຢ່າ​ສັງຫານ​ພວກເຂົາ​ເລີຍ​ເທາະ ເພາະ​ຢ້ານ​ປະຊາຊົນ​ຂອງ​ຂ້ານ້ອຍ​ລືມໄລ. ໂຜດ​ເຮັດ​ໃຫ້​ພວກເຂົາ​ແຕກ​ກະຈັກ​ກະຈາຍ ໂດຍ​ພະລັງ​ອຳນາດ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ພວກເຂົາ​ພ່າຍແພ້ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະຜູ້​ຄຸ້ມຄອງ​ຂອງ​ພວກ​ຂ້ານ້ອຍ.


ອາບີໄຊ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ, “ຄືນ​ມື້ນີ້ ພຣະເຈົ້າ​ໄດ້​ມອບ​ສັດຕູ​ຂອງທ່ານ​ໄວ້​ໃນ​ກຳມື​ຂອງທ່ານ​ແລ້ວ. ບັດນີ້​ຂໍ​ໃຫ້​ຂ້ານ້ອຍ​ເອົາ​ຫອກ​ຂອງ​ເພິ່ນ​ແທງ​ເພິ່ນ​ໃຫ້​ຊອດ​ຄາ​ພື້ນດິນ​ສາ ແທງ​ເທື່ອ​ດຽວ​ເທົ່ານັ້ນ​ແຫຼະ ບໍ່​ຈຳເປັນ​ແທງ​ຮອດ​ສອງ​ເທື່ອ​ດອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka