22 ດາວິດໄດ້ສັນຍາວ່າຕົນຈະປະຕິບັດຕາມຄຳສັນຍານັ້ນ. ແລ້ວກະສັດໂຊນກໍກັບຄືນເມືອວັງຂອງເພິ່ນ ສ່ວນດາວິດກັບຄົນທັງຫລາຍຂອງເພິ່ນກໍກັບຄືນສູ່ບ່ອນຫລົບລີ້ຂອງພວກຕົນ.
ໃນຄາວນັ້ນ ເຈົ້າອາບີເມເຫຼັກ ແລະຟິໂກນແມ່ທັບຂອງເພິ່ນໄດ້ມາຫາອັບຣາຮາມ ແລະເວົ້າວ່າ, “ພຣະເຈົ້າສະຖິດຢູ່ກັບເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ.
ສະນັ້ນ ຈົ່ງປະຕິຍານໃນທີ່ນີ້ຊ້ອງໜ້າພຣະເຈົ້າວ່າ ເຈົ້າຈະບໍ່ຫລອກລວງເຮົາ, ລູກຫລານ ຫລືເຊື້ອສາຍຂອງເຮົາ. ເຮົາສັດຊື່ຕໍ່ເຈົ້າ. ດັ່ງນັ້ນ ຈົ່ງສັນຍາກັບເຮົາວ່າ ເຈົ້າຈະສັດຊື່ຕໍ່ເຮົາເໝືອນກັນແລະຕໍ່ດິນແດນທີ່ເຈົ້າຢູ່ນີ້.”
ສະນັ້ນ ຈົ່ງມອບຊາຍເຈັດຄົນຈາກເຊື້ອສາຍຂອງເພິ່ນ ແລະພວກຂ້ານ້ອຍຈະແຂວນຄໍພວກເຂົາຊ້ອງໜ້າພຣະເຈົ້າຢາເວຢູ່ໃນເມືອງກີເບອາ ບ້ານເກີດເມືອງນອນຂອງໂຊນ ກະສັດທີ່ພຣະເຈົ້າຢາເວໄດ້ເລືອກເອົານັ້ນ.” ກະສັດຕອບວ່າ, “ເຮົາຈະມອບພວກເຂົາໃຫ້ພວກເຈົ້າ.”
ແຕ່ກະສັດໄດ້ໄວ້ຊີວິດເມຟີໂບເຊັດ ລູກຊາຍຂອງໂຢນາທານແລະຫລານຊາຍຂອງໂຊນ ກໍຍ້ອນຄຳສາບານແຫ່ງພຣະເຈົ້າຢາເວລະຫວ່າງດາວິດກັບໂຢນາທານລູກຊາຍຂອງໂຊນ.
ແຕ່ພຣະເຢຊູເຈົ້າບໍ່ໄດ້ໄວ້ວາງໃຈໃນຄົນເຫຼົ່ານັ້ນ ເພາະພຣະອົງຮູ້ຈັກມະນຸດທຸກຄົນ.
ດາວິດໄດ້ອອກໜີໄປສູ່ອານາເຂດເອນເກດີ ແລະໄດ້ຫລົບລີ້ຢູ່ໃນທີ່ນັ້ນ.
ກະສັດໂຊນກ່າວແກ່ດາວິດວ່າ, “ລູກຊາຍຂອງພໍ່ເອີຍ ຂໍໃຫ້ພຣະເຈົ້າອວຍພອນເຈົ້າເຖີດ ເຈົ້າຈະປະສົບຜົນສຳເລັດໃນທຸກສິ່ງທີ່ເຈົ້າກະທຳ.” ແລ້ວດາວິດກໍຈາກໄປຕາມທາງຂອງຕົນ ສ່ວນກະສັດໂຊນກໍກັບເມືອວັງຂອງຕົນ.