Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 24:21 - ພຣະຄຳພີສັກສິ

21 ແຕ່​ເຈົ້າ​ຈົ່ງ​ສາບານ​ກັບ​ຂ້ອຍ​ໂດຍ​ພຣະເຈົ້າຢາເວ​ວ່າ ເຈົ້າ​ຈະ​ໄວ້​ຊີວິດ​ເຊື້ອສາຍ​ຂອງຂ້ອຍ ແລະ​ຊື່​ຄອບຄົວ​ຂອງຂ້ອຍ​ຈະ​ບໍ່​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 24:21
9 Jak'a apnaqawi uñst'ayäwi  

ສະນັ້ນ ຈົ່ງ​ປະຕິຍານ​ໃນ​ທີ່​ນີ້​ຊ້ອງໜ້າ​ພຣະເຈົ້າ​ວ່າ ເຈົ້າ​ຈະ​ບໍ່​ຫລອກລວງ​ເຮົາ, ລູກຫລານ ຫລື​ເຊື້ອສາຍ​ຂອງເຮົາ. ເຮົາ​ສັດຊື່​ຕໍ່​ເຈົ້າ. ດັ່ງນັ້ນ ຈົ່ງ​ສັນຍາ​ກັບ​ເຮົາ​ວ່າ ເຈົ້າ​ຈະ​ສັດຊື່​ຕໍ່​ເຮົາ​ເໝືອນກັນ​ແລະ​ຕໍ່​ດິນແດນ​ທີ່​ເຈົ້າ​ຢູ່​ນີ້.”


ລາບານ​ເວົ້າ​ວ່າ, “ກອງ​ຫີນ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ລະຫວ່າງ​ພວກເຮົາ​ທັງສອງ.” ດ້ວຍເຫດນີ້ ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ຄາລີເອັດ.


ພຣະເຈົ້າ​ຂອງ​ອັບຣາຮາມ ແລະ​ພຣະເຈົ້າ​ຂອງ​ນາໂຮ ຈະ​ເປັນ​ຜູ້ຕັດສິນ​ລະຫວ່າງ​ພວກເຮົາ​ທັງສອງ.” ແລ້ວ​ຢາໂຄບ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ ອົງ​ທີ່​ອີຊາກ​ພໍ່​ຂອງຕົນ​ນະມັດສະການ.


ດ້ວຍວ່າ, ຝ່າຍ​ມະນຸດ​ເຄີຍ​ສາບານ​ດ້ວຍ​ອອກ​ຊື່​ຜູ້​ໃຫຍ່​ກວ່າ​ຕົນ ແລະ​ເມື່ອ​ເກີດ​ການ​ຖົກຖຽງ​ກັນ​ຂຶ້ນ​ຄຳ​ສາບານ​ນັ້ນ ກໍ​ເປັນ​ຄຳ​ຢືນຢັນ​ອັນ​ເດັດຂາດ.


ໂດຍ​ເວົ້າ​ວ່າ, “ຢ່າ​ຢ້ານ​ເລີຍ ກະສັດ​ໂຊນ​ພໍ່​ຂອງຂ້ອຍ​ເຮັດ​ຫຍັງ​ໃຫ້​ເຈົ້າ​ບໍ່ໄດ້​ດອກ. ເພິ່ນ​ຮູ້ຈັກ​ດີ​ວ່າ​ເຈົ້າ​ຄົນ​ດຽວ​ເທົ່ານັ້ນ ທີ່​ຈະ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮອງ​ຂອງ​ເຈົ້າ.”


ຂໍໂຜດ​ກະລຸນາ​ຍົກໂທດ​ໃນ​ສິ່ງໃດໆ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ຜິດ​ໄປ​ນັ້ນ​ສາ. ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ເປັນ​ກະສັດ​ຕະຫລອດ​ທັງ​ເຊື້ອສາຍ​ຂອງທ່ານ​ດ້ວຍ ເພາະ​ທ່ານ​ກຳລັງ​ສູ້ຮົບ​ເພື່ອ​ພຣະເຈົ້າຢາເວ. ທ່ານ​ຄົງ​ບໍ່​ເຮັດ​ການຊົ່ວ ຢ່າງ​ໃດ​ເລີຍ ຕາບໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່.


ໃນ​ເມື່ອ​ພຣະເຈົ້າຢາເວ​ຈະ​ກະທຳ​ສິ່ງ​ທີ່​ດີ​ທຸກຢ່າງ​ແກ່​ທ່ານ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ແລະ​ທັງ​ຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka