1 ຊາມູເອນ 24:15 - ພຣະຄຳພີສັກສິ15 ພຣະເຈົ້າຢາເວຈະຕັດສິນດອກວ່າ ໃນເຮົາທັງສອງຄົນນີ້ແມ່ນຜູ້ໃດເປັນຝ່າຍຜິດ. ຂໍໃຫ້ພຣະອົງພິຈາລະນາເບິ່ງໃນເລື່ອງນີ້ເພື່ອປ້ອງກັນຂ້ານ້ອຍ ແລະຊ່ວຍຊູຂ້ານ້ອຍໃຫ້ພົ້ນຈາກກຳມືຂອງທ່ານດ້ວຍເທີ້ນ.” Uka jalj uñjjattʼäta |
ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາຈຶ່ງຕ້ອງຍອມອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ພຣະອົງຈະປ້ອງກັນພວກເຮົາໄວ້ ແລະເຮັດໃຫ້ຜູ້ທີ່ກ່າວຜິດຕໍ່ພວກເຮົານັ້ນພ່າຍແພ້ຄະດີໄປ. ພຣະອົງຈະນຳພວກເຮົາມາສູ່ແສງສະຫວ່າງ ແລະພວກເຮົາກໍຈະມີຊີວິດຢູ່ ຈົນເຫັນພຣະອົງຊ່ວຍຊູພວກເຮົາໃຫ້ພົ້ນ.
ເມື່ອດາວິດຮັບຂ່າວວ່ານາບານໄດ້ຕາຍໄປແລ້ວ ເພິ່ນຈຶ່ງກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະອົງໄດ້ແກ້ແຄ້ນນາບານເພາະລາວໝິ່ນປະໝາດຂ້ານ້ອຍ ແລະພຣະອົງຮັກສາຂ້ານ້ອຍຜູ້ທີ່ເປັນຄົນຮັບໃຊ້ຂອງພຣະອົງບໍ່ໃຫ້ເຮັດຜິດ. ພຣະເຈົ້າຢາເວໄດ້ລົງໂທດນາບານຍ້ອນຄວາມຊົ່ວຊ້າທີ່ລາວໄດ້ເຮັດ.” ແລ້ວດາວິດກໍສົ່ງຄົນໄປສູ່ຂໍເອົານາງອາບີກາຍມາເປັນເມຍຂອງຕົນ.