Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 24:12 - ພຣະຄຳພີສັກສິ

12 ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ວ່າ ລະຫວ່າງ​ພວກເຮົາ​ແມ່ນ​ຜູ້ໃດ​ຜິດ​ແທ້ ຂໍ​ໃຫ້​ພຣະເຈົ້າຢາເວ ລົງໂທດ​ທ່ານ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ເພື່ອ​ຕໍ່ສູ້​ຂ້ານ້ອຍ​ນັ້ນ​ດ້ວຍ​ເຖີດ ເພາະ​ຂ້ານ້ອຍ​ບໍ່​ຄິດ​ແມ່ນແຕ່​ໜ້ອຍດຽວ​ທີ່​ຈະ​ທຳຮ້າຍ​ທ່ານ.

Uka jalj uñjjattʼäta Copia luraña




1 ຊາມູເອນ 24:12
17 Jak'a apnaqawi uñst'ayäwi  

ແລ້ວ​ຊາຣາຍ​ກໍ​ເວົ້າ​ຕໍ່​ອັບຣາມ​ວ່າ, “ເປັນ​ຄວາມຜິດ​ຂອງ​ເຈົ້າ ທີ່​ຮາກາ​ໝິ່ນປະໝາດ​ຂ້ອຍ. ຂ້ອຍ​ເອົາ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ, ແຕ່​ເມື່ອ​ນາງ​ມີ​ທ້ອງ​ແລ້ວ ກໍ​ໝິ່ນປະໝາດ​ຂ້ອຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ເອົາ​ເອງ​ເຖີດ​ວ່າ ໃນ​ລະຫວ່າງ​ຂ້ອຍ​ກັບ​ເຈົ້າ​ແມ່ນ​ໃຜ​ຖືກ ເຈົ້າ​ຫລື​ຂ້ອຍ?”


ພຣະເຈົ້າ​ຂອງ​ອັບຣາຮາມ ແລະ​ພຣະເຈົ້າ​ຂອງ​ນາໂຮ ຈະ​ເປັນ​ຜູ້ຕັດສິນ​ລະຫວ່າງ​ພວກເຮົາ​ທັງສອງ.” ແລ້ວ​ຢາໂຄບ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ ອົງ​ທີ່​ອີຊາກ​ພໍ່​ຂອງຕົນ​ນະມັດສະການ.


ພຣະອົງ​ໃຫ້​ມີໄຊ​ເໜືອ​ສັດຕູ​ທັງຫລາຍ. ພຣະອົງ​ປາບປາມ​ບັນດາ​ຊົນຊາດ ໃຫ້​ພວກເຂົາ​ຢູ່​ໃຕ້​ອຳນາດ​ຂອງ​ຂ້ານ້ອຍ ໂດຍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ. ພຣະອົງ​ໃຫ້​ມີ​ໄຊ​ເໜືອ​ສັດຕູ ແລະ​ປົກຄອງ​ຂ້ານ້ອຍ​ຈາກ​ພວກ​ຄົນ​ໂຫດຮ້າຍ.


ພຣະວິນຍານ​ໄດ້​ຄວບຄຸມ​ອາມາໄສ ຊຶ່ງ​ໃນ​ເວລາ​ຕໍ່ມາ​ໄດ້​ເປັນ​ຜູ້​ບັນຊາການ​ຂອງ “ທະຫານ​ເອກ​ສາມສິບ​ຄົນ.” ລາວ​ໄດ້​ຮ້ອງ​ຕອບ​ວ່າ, “ດາວິດ​ລູກຊາຍ​ຂອງ​ເຢຊີ​ເອີຍ ພວກເຮົາ​ຢູ່​ຝ່າຍ​ທ່ານ ຂໍ​ໃຫ້​ທ່ານ​ກັບ​ຜູ້​ຊ່ວຍ​ຂອງທ່ານ ຈົ່ງ​ມີ​ສັນຕິສຸກ, ສັນຕິສຸກ​ຢູ່​ກັບ​ທ່ານ ພຣະເຈົ້າ​ຢູ່​ຝ່າຍ​ທ່ານ​ແລ້ວ.” ແລ້ວ​ດາວິດ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ເພິ່ນ​ໄດ້​ໃຫ້​ພວກເຂົາ​ເປັນ​ນາຍ​ທະຫານ​ປະຈຳ​ກອງທັບ​ຂອງຕົນ.


ຖ້າ​ຂ້ອຍ​ເປັນ​ເຈົ້າ​ກໍ​ຈະ​ຂໍ​ໃຫ້​ພຣະເຈົ້າ​ເບິ່ງແຍງ ແລະ​ສະເໜີ​ເລື່ອງລາວ​ໃຫ້​ພຣະອົງ​ຮູ້.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕໍ່ຕ້ານ​ຜູ້​ທີ່​ຂັດຂວາງ​ຂ້ານ້ອຍ​ເຖີດ ໂຜດ​ຕໍ່ສູ້​ພວກ​ທີ່​ຕໍ່ສູ້​ຂ້ານ້ອຍ​ນັ້ນ


ຂ້າແດ່​ພຣະເຈົ້າ ໂຜດ​ປະກາດ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ ຂໍ​ຊົງ​ໂຜດ​ຊ່ວຍ​ແກ້​ຄະດີ​ໃຫ້​ຂ້ານ້ອຍ​ດ້ວຍ ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ໄດ້​ກ່າວ​ຕໍ່ສູ້​ຂ້ານ້ອຍ ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ຄົນ​ຂີ້ຕົວະ​ແລະ​ຊົ່ວຮ້າຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ແຫ່ງ​ການ​ຕອບແທນ ຂໍ​ໃຫ້​ຣັດສະໝີ​ຂອງ​ພຣະອົງ​ສ່ອງແຈ້ງ​ມາ.


ພວກ​ທີ່ຮັກ​ຂອງເຮົາ​ເອີຍ ຢ່າ​ແກ້ແຄ້ນ​ເລີຍ, ແຕ່​ຈົ່ງ​ມອບ​ການ​ນັ້ນ​ໃຫ້​ພຣະເຈົ້າ ເປັນ​ຜູ້​ພິພາກສາ​ລົງໂທດ​ແທນ, ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ”


ເມື່ອ​ເຂົາ​ກ່າວ​ຄຳ​ໝິ່ນປະໝາດ​ພຣະອົງ ພຣະອົງ​ກໍ​ບໍ່ໄດ້​ຕອບຄືນ ເມື່ອ​ພຣະອົງ​ທົນທຸກ​ທໍລະມານ​ພຣະອົງ​ກໍ​ບໍ່ໄດ້​ຂູ່ອາຄາດ ແຕ່​ພຣະອົງ​ໄດ້​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ຜູ້ຕັດສິນ​ຢ່າງ​ຍຸດຕິທຳ.


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


ບໍ່ແມ່ນ, ຂ້າພະເຈົ້າ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ທ່ານ ແຕ່​ແມ່ນ​ທ່ານ​ເອງ​ທີ່​ເຮັດ​ຜິດ​ຕໍ່​ຂ້າພະເຈົ້າ​ໂດຍ​ລົງມື​ເຮັດ​ເສິກ​ນີ້. ດັ່ງນັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ຜູ້​ພິພາກສາ ເປັນ​ຜູ້ຕັດສິນ​ລະຫວ່າງ​ຊາວ​ອິດສະຣາເອນ​ແລະ​ຊາວ​ອຳໂມນ.”


ຕໍ່ມາ ດາວິດ​ໄດ້​ໜີໄປ​ຈາກ​ບ້ານ​ນາໂຢດ​ໃນ​ເມືອງ​ຣາມາ ໄປ​ຫາ​ໂຢນາທານ​ແລະ​ຖາມ​ລາວ​ວ່າ, “ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ມີ​ຄວາມຜິດ​ຫຍັງ ຂ້ອຍ​ໄດ້​ເຮັດ​ຊົ່ວ​ອັນໃດ​ແດ່​ຕໍ່​ພໍ່​ຂອງ​ເຈົ້າ ເພິ່ນ​ຈຶ່ງ​ຢາກ​ຂ້າ​ຂ້ອຍ?”


ພຣະເຈົ້າຢາເວ​ຈະ​ຕັດສິນ​ດອກ​ວ່າ ໃນ​ເຮົາ​ທັງສອງ​ຄົນ​ນີ້​ແມ່ນ​ຜູ້ໃດ​ເປັນ​ຝ່າຍ​ຜິດ. ຂໍ​ໃຫ້​ພຣະອົງ​ພິຈາລະນາ​ເບິ່ງ​ໃນ​ເລື່ອງນີ້​ເພື່ອ​ປ້ອງກັນ​ຂ້ານ້ອຍ ແລະ​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ກຳມື​ຂອງທ່ານ​ດ້ວຍ​ເທີ້ນ.”


ພຣະເຈົ້າຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ຜູ້​ທີ່​ສັດຊື່​ແລະ​ທ່ຽງທຳ ມື້ນີ້ ພຣະອົງ​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ​ແລ້ວ, ແຕ່​ຂ້ານ້ອຍ​ບໍ່ໄດ້​ທຳຮ້າຍ​ທ່ານ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka