Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 24:11 - ພຣະຄຳພີສັກສິ

11 ພໍ່​ຂ້ານ້ອຍ​ເອີຍ ເບິ່ງ​ສົ້ນ​ເສື້ອລ່າມ​ຂອງທ່ານ​ທີ່​ຂ້ານ້ອຍ​ພວມ​ຖື​ຢູ່​ນີ້​ດູ ຂ້ານ້ອຍ​ຄວນ​ຂ້າ​ທ່ານ​ຖິ້ມ​ເສຍ​ແລ້ວ, ແຕ່​ຂ້ານ້ອຍ​ພຽງແຕ່​ໄດ້​ຕັດ​ເອົາ​ສົ້ນ​ເສື້ອ​ເທົ່ານັ້ນ. ອັນນີ້​ກໍ​ເຮັດ​ໃຫ້​ທ່ານ​ແນ່ໃຈ​ໄດ້​ແລ້ວ​ວ່າ ຂ້ານ້ອຍ​ບໍ່ໄດ້​ກະບົດ​ຫລື​ຄິດ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ. ແມ່ນ​ວ່າ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ທ່ານ​ກໍຕາມ ແຕ່​ທ່ານ​ກໍ​ຍັງ​ຕາມລ່າ​ຂ້ານ້ອຍ​ຢູ່.

Uka jalj uñjjattʼäta Copia luraña




1 ຊາມູເອນ 24:11
22 Jak'a apnaqawi uñst'ayäwi  

ດາວິດ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກ້າ​ຂ້າ​ກະສັດ ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ?”


ບັນດາ​ຄົນ​ຮັບໃຊ້​ຂອງ​ລາວ​ຈຶ່ງ​ມາ​ຫາ ແລະ​ເວົ້າ​ວ່າ, “ທ່ານເອີຍ ຖ້າ​ຜູ້ທຳນວາຍ​ບອກ​ທ່ານ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຍາກ ທ່ານ​ກໍ​ຄວນ​ເຮັດ. ດຽວນີ້​ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ໄປ​ອາບນໍ້າ​ຊຳລະ​ຕົວ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ນັ້ນ ແລະ​ທ່ານ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ?”


ພຣະອົງ​ບໍ່​ປ່ອຍ​ໃຫ້​ຂ້ານ້ອຍ​ສຳເລັດຜົນ​ໃດໆ ພໍ​ແຕ່​ໂປໂລ​ຫົວ​ຂຶ້ນ​ມາ ພຣະອົງ​ກໍ​ຂົ່ມ​ຫົວ​ລົງ​ໂລດ. ເພື່ອ​ໃຫ້​ເຈັບປວດ ຊົງ​ຕາມລ່າ​ຂ້ານ້ອຍ​ດັ່ງ​ສິງໂຕ ແລະ​ເຮັດ​ການ​ອັດສະຈັນ​ຕໍ່ສູ້​ຂ້ານ້ອຍ​ດ້ວຍ.


ຄົນ​ທີ່​ມີ​ອຳນາດ​ໂຈມຕີ​ຂ້ານ້ອຍ​ຢ່າງ​ບໍ່​ຍຸດຕິທຳ ແຕ່​ຂ້ານ້ອຍ​ເຄົາຣົບ​ນັບຖື​ຖ້ອຍຄຳ​ຂອງ​ພຣະອົງ.


ຂໍ​ໃຫ້​ຜູ້​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ​ຢ່າ​ໄດ້​ເຮັດ​ສຳເລັດຜົນ ຂໍ​ໃຫ້​ສິ່ງ​ຊົ່ວຮ້າຍ​ຕິດຕາມ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.


ພວກເຂົາ​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ​ຢ່າງ​ບໍ່ມີ​ເຫດຜົນ ແລະ​ຂຸດ​ຂຸມ​ເລິກ​ດັກຈັບ​ເພື່ອ​ໃຫ້​ຕົກລົງ​ໃນ​ຂຸມ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ເບິ່ງດູ! ພວກເຂົາ​ລໍ​ຖ້າ​ທີ່​ຈະ​ສັງຫານ​ຂ້ານ້ອຍ ຄົນ​ໂຫດຮ້າຍ​ໂຮມກັນ​ຕໍ່ສູ້​ຂ້ານ້ອຍ​ຢູ່. ແຕ່​ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ຂ້ານ້ອຍ ຫລື​ຍ້ອນ​ຄວາມຜິດ​ທີ່​ຂ້ານ້ອຍ​ໄດ້​ເຮັດ


ກໍ​ຂໍ​ໃຫ້​ເຫຼົ່າ​ສັດຕູ​ໄລ່​ຕິດຕາມ​ແລະ​ສັງຫານ​ຂ້ານ້ອຍ ໃຫ້​ຕາຍ​ເສຍ​ແລະ​ຖືກ​ຕັດ​ເປັນ​ຕ່ອນໆ.


ຄຳຕອບ​ອັນ​ອ່ອນຫວານ​ລະງັບ​ຄວາມໂກດ​ໄວ້, ແຕ່​ຄຳເວົ້າ​ຫຍາບຊ້າ​ຍົວະ​ໃຫ້​ໂມໂຫ.


ສັດຕູ​ກຳລັງ​ຈອບ​ເບິ່ງ​ບາດ​ຍ່າງ​ພວກເຮົາ, ພວກເຮົາ​ຍ່າງ​ໄປມາ​ແມ່ນແຕ່​ຕາມ​ຫົນທາງ​ກໍ​ບໍ່ໄດ້. ວັນ​ຂອງ​ພວກເຮົາ​ນັ້ນ​ມັນ​ກໍ​ສັ້ນ​ເຂົ້າ​ທຸກທີ, ວາລະ​ສຸດທ້າຍ​ຂອງ​ພວກເຮົາ​ມາເຖິງ​ສາ​ແລ້ວ.


ແລະ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຄາະກຳ​ເປັນ​ຂອງ​ພວກຜູ້ຍິງ​ສາ​ແລ້ວ ພວກເຈົ້າ​ໄດ້​ຫຍິບ​ຜ້າຍັນ​ມັດ​ແຂນ​ໃຫ້​ທຸກໆຄົນ ແລະ​ເຮັດ​ຜ້າຍັນ​ພັນ​ຄໍ​ເພື່ອ​ໃຊ້​ຄຽນ​ຫົວ​ໃຫ້​ທຸກໆຄົນ ທັງ​ນີ້​ກໍ​ເພື່ອ​ພວກເຂົາ​ຈະ​ມີ​ອຳນາດ​ເໜືອ​ຊີວິດ​ຂອງ​ຄົນອື່ນ. ພວກເຈົ້າ​ຢາກ​ຈະ​ມີ​ອຳນາດ​ແຫ່ງ​ຊີວິດ ແລະ​ຄວາມຕາຍ​ເໜືອ​ປະຊາຊົນ​ຂອງເຮົາ ແລະ​ຈະ​ໃຊ້​ສິ່ງນັ້ນ​ເພື່ອ​ຜົນປະໂຫຍດ​ຂອງ​ພວກ​ເຈົ້າເອງ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້ ໃນ​ກົດບັນຍັດ​ຂອງ​ພວກເຂົາ​ວ່າ, ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່ມີ​ເຫດ.”’


ຂ້າພະເຈົ້າ​ຢູ່​ທີ່ນີ້​ແລ້ວ ສະນັ້ນ ຖ້າ​ຂ້າພະເຈົ້າ​ເຮັດ​ຜິດ​ປະການໃດ​ປະການໜຶ່ງ ຈົ່ງ​ໃຫ້​ພວກເຈົ້າ​ຮ້ອງຟ້ອງ​ຂ້າພະເຈົ້າ​ດຽວ​ນີ້ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ທີ່​ພຣະອົງ​ໄດ້​ເລືອກ​ເອົາ. ຂ້າພະເຈົ້າ​ເຄີຍ​ໄດ້​ເອົາ​ງົວ​ແລະ​ລໍ​ຂອງ​ຜູ້ໃດ​ບໍ? ຂ້າພະເຈົ້າ​ໄດ້​ສໍ້ໂກງ​ແລະ​ກົດຂີ່​ຂົ່ມເຫັງ​ຜູ້ໃດ​ແດ່? ຂ້າພະເຈົ້າ​ໄດ້​ຮັບ​ສິນບົນ​ຈາກ​ຜູ້ໃດ​ບໍ? ຖ້າ​ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ຂ້າພະເຈົ້າ​ຍິນດີ​ຈ່າຍ​ຄືນ​ສິ່ງ​ທີ່​ຂ້າພະເຈົ້າ​ເອົາ​ໄປ​ນັ້ນ.”


ດາວິດ​ແລະ​ທະຫານ​ຂອງຕົນ​ໄດ້​ຂ້າ​ພວກ​ຟີລິດສະຕິນ​ສອງຮ້ອຍ​ຄົນ. ລາວ​ໄດ້​ເອົາ​ໜັງ​ຫຸ້ມປາຍ​ອະໄວຍະວະ​ລັບ​ຂອງ​ພວກເຂົາ​ມາ​ໃຫ້​ກະສັດ​ໂຊນ ໂດຍ​ເອົາ​ອອກ​ມາ​ນັບ​ໃຫ້​ເພິ່ນ​ເບິ່ງ​ທັງໝົດ ເພື່ອ​ລາວ​ຈະ​ໄດ້​ເປັນ​ລູກ​ເຂີຍ​ຂອງ​ເພິ່ນ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ມອບ​ນາງ​ມີການ ລູກສາວ​ຂອງຕົນ​ໃຫ້​ແຕ່ງງານ​ກັບ​ດາວິດ.


ດາວິດ​ໄດ້​ລີ້​ຢູ່​ທີ່​ແຖບ​ເນີນພູ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃກ້​ກັບ​ເມືອງ​ຊີເຟ. ຝ່າຍ​ກະສັດ​ໂຊນ​ນັ້ນ​ກໍ​ພະຍາຍາມ​ຊອກ​ຫາ​ດາວິດ​ຢູ່​ເລື້ອຍໆ; ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ມອບ​ລາວ​ໃຫ້​ກະສັດ​ໂຊນ.


ສະນັ້ນ ຈົ່ງ​ໄປ​ສືບ​ເບິ່ງ​ຢ່າງ​ຄັກແນ່​ວ່າ​ມັນ​ຢູ່​ບ່ອນໃດ​ແທ້ໆ ແລະ​ໃຫ້​ນຳ​ເອົາ​ລາຍລະອຽດ​ຕ່າງໆ​ມາ​ລາຍງານ​ເຮົາ​ທັນທີ ແລ້ວ​ເຮົາ​ຈະ​ໄປ​ກັບ​ພວກເຈົ້າ. ຖ້າ​ມັນ​ຍັງ​ຢູ່​ໃນ​ເຂດນັ້ນ ເຮົາ​ຈະ​ຕາມ​ໄປ​ຂ້າ​ມັນ. ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຕ້ອງ​ຊອກ​ຄົ້ນຫາ​ມັນ​ທົ່ວ​ທັງ​ດິນແດນ​ຢູດາຍ​ກໍຕາມ.”


ຂໍໂຜດ​ກະລຸນາ​ຍົກໂທດ​ໃນ​ສິ່ງໃດໆ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ຜິດ​ໄປ​ນັ້ນ​ສາ. ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ເປັນ​ກະສັດ​ຕະຫລອດ​ທັງ​ເຊື້ອສາຍ​ຂອງທ່ານ​ດ້ວຍ ເພາະ​ທ່ານ​ກຳລັງ​ສູ້ຮົບ​ເພື່ອ​ພຣະເຈົ້າຢາເວ. ທ່ານ​ຄົງ​ບໍ່​ເຮັດ​ການຊົ່ວ ຢ່າງ​ໃດ​ເລີຍ ຕາບໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່.


ແລະ​ກ່າວ​ຕໍ່ໄປ​ວ່າ, “ທ່ານເອີຍ ເຫດໃດ​ທ່ານ​ຈຶ່ງ​ຍັງ​ສືບຕໍ່​ຕາມລ່າ​ຂ້ານ້ອຍ ຜູ້ຮັບໃຊ້​ຂອງທ່ານ​ຢູ່? ຂ້ານ້ອຍ​ໄດ້​ເຮັດ​ຜິດ​ຫຍັງ? ຂ້ານ້ອຍ​ເຮັດ​ຜິດ​ກົດໝາຍ​ຫຍັງ​ແດ່?


ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຖືກ​ຂ້າ​ໃນ​ດິນແດນ​ຂອງ​ປະເທດ​ອື່ນ ທີ່​ຫ່າງໄກ​ຈາກ​ພຣະພັກ​ຂອງ​ພຣະເຈົ້າຢາເວ​ເລີຍ. ເຫດໃດໜໍ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ຈຶ່ງ​ຕາມ​ສັງຫານ​ຂ້ານ້ອຍ ຜູ້​ຕໍ່າຕ້ອຍ​ດັ່ງ​ໂຕ​ໝັດ? ເຫດໃດໜໍ ທ່ານ​ຈຶ່ງ​ຕາມລ່າ​ຂ້ານ້ອຍ​ດັ່ງ​ນົກ​ປ່າ?”


ພຣະເຈົ້າຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ຜູ້​ທີ່​ສັດຊື່​ແລະ​ທ່ຽງທຳ ມື້ນີ້ ພຣະອົງ​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ​ແລ້ວ, ແຕ່​ຂ້ານ້ອຍ​ບໍ່ໄດ້​ທຳຮ້າຍ​ທ່ານ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງເຈີມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka