Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 23:9 - ພຣະຄຳພີສັກສິ

9 ເມື່ອ​ດາວິດ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ກຳລັງ​ວາງແຜນ​ໂຈມຕີ​ຕົນ ເພິ່ນ​ກໍ​ສັ່ງ​ປະໂຣຫິດ​ອາບີອາທາ​ວ່າ, “ເອົາ​ເອໂຟດ​ມາ​ພີ້.”

Uka jalj uñjjattʼäta Copia luraña




1 ຊາມູເອນ 23:9
15 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ກ່າວ​ຕໍ່​ປະໂຣຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ເມືອງ​ອານາທົດ​ບ້ານ​ເດີມ​ຂອງ​ເຈົ້າ. ເຈົ້າ​ສົມຄວນ​ຈະ​ຕາຍ ແຕ່​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ໃນ​ເວລາ​ນີ້ ເພາະ​ຄາວ​ທີ່​ເຈົ້າ​ຢູ່​ກັບ​ກະສັດ​ດາວິດ​ພໍ່​ເຮົາ​ນັ້ນ ເຈົ້າ​ໄດ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ໄດ້​ຮ່ວມສຸກ​ຮ່ວມທຸກ​ກັບ​ເພິ່ນ.”


‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’


ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ.


ລາວ​ຈະ​ເພິ່ງ​ປະໂຣຫິດ​ເອເລອາຊາ ຜູ້​ທີ່​ຈະ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ໂດຍ​ໃຊ້​ອຸຣິມ​ແລະ​ທຸມມິມ ຕໍ່ໜ້າ​ພຣະເຈົ້າຢາເວ ອັນ​ນີ້​ຈະ​ແມ່ນ​ວິທີ​ທີ່​ເອເລອາຊາ ນຳພາ​ໂຢຊວຍ ແລະ​ຊຸມຊົນ​ອິດສະຣາເອນ ໃນ​ວຽກ​ການ​ທັງໝົດ​ຂອງ​ພວກເຂົາ.”


ເມື່ອ​ທ່ານ​ທັງສອງ​ຮູ້​ເຖິງ​ເລື່ອງ​ນີ້ ຈຶ່ງ​ໜີໄປ​ທີ່​ເມືອງ​ລີສະຕຣາ ແລະ​ເດຣະເບ​ໃນ​ແຂວງ​ກີລີເກຍ ແລະ​ໃນ​ຂົງເຂດ​ໃກ້ຄຽງ​ນັ້ນ.


ແຕ່​ມີ​ຄົນ​ມາ​ບອກ​ເພິ່ນ ເຖິງ​ແຜນການ​ປອງຮ້າຍ​ຂອງ​ພວກເຂົາ ຄົນ​ເຫຼົ່ານີ້​ເຝົ້າຍາມ​ປະຕູ​ເມືອງ​ທັງເວັນ​ທັງຄືນ ເພື່ອ​ໝາຍ​ຈະ​ຂ້າ​ໂຊໂລ.


ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”


ເມື່ອ​ເປັນ​ເຊັ່ນນີ້ ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ປະໂຣຫິດ​ອາຮີຢາ​ວ່າ, “ຈົ່ງ​ເອົາ​ເອໂຟດ ມາ​ທີ່​ນີ້.” (ໃນ​ຄາວນັ້ນ​ແມ່ນ​ອາຮີຢາ​ທີ່​ເປັນ​ຜູ້​ຖື​ເອໂຟດ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.)


ແຕ່​ອາບີອາທາ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ອາຮີເມເຫຼັກ ປົບໜີໄປ​ຫາ​ດາວິດ​ໄດ້.


ແລ້ວ​ດາວິດ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ຂ້ານ້ອຍ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ກຳລັງ​ວາງແຜນ​ເດີນທາງ​ມາ​ທີ່​ເມືອງ​ເກອີລາ ເພື່ອ​ຈະ​ທຳລາຍ​ເມືອງນີ້. ເພາະ​ຂ້ານ້ອຍ​ເອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ຕົ້ນເຫດ.


ເມື່ອ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ ໄດ້​ປົບໜີ​ໄປ​ອາໄສ​ຢູ່​ນຳ​ດາວິດ​ທີ່​ເມືອງ​ເກອີລາ​ນັ້ນ ລາວ​ໄດ້​ເອົາ​ເອໂຟດ​ໄປ​ນຳ.


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເອີ້ນ​ເອົາ​ທະຫານ​ຂອງຕົນ​ອອກ​ໄປ​ເຮັດ​ເສິກ ແລະ​ມຸ່ງໜ້າ​ໄປ​ທີ່​ເມືອງ​ເກອີລາ​ເພື່ອ​ອ້ອມ​ຈັບ​ດາວິດ​ກັບ​ຄົນ​ຂອງ​ເພິ່ນ.


ດາວິດ​ເວົ້າ​ກັບ​ປະໂຣຫິດ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ​ວ່າ, “ຈົ່ງ​ເອົາ​ເອໂຟດ​ມາ​ໃຫ້​ຂ້ອຍ.” ອາບີອາທາ​ກໍ​ນຳ​ເອົາ​ມາ​ໃຫ້​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka