ແລ້ວກະສັດໂຊໂລໂມນກໍໄດ້ກ່າວຕໍ່ປະໂຣຫິດອາບີອາທາວ່າ, “ຈົ່ງກັບຄືນເມືອສູ່ເມືອງອານາທົດບ້ານເດີມຂອງເຈົ້າ. ເຈົ້າສົມຄວນຈະຕາຍ ແຕ່ເຮົາຈະບໍ່ຂ້າເຈົ້າໃນເວລານີ້ ເພາະຄາວທີ່ເຈົ້າຢູ່ກັບກະສັດດາວິດພໍ່ເຮົານັ້ນ ເຈົ້າໄດ້ຮັບຜິດຊອບຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແລະໄດ້ຮ່ວມສຸກຮ່ວມທຸກກັບເພິ່ນ.”