Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 23:7 - ພຣະຄຳພີສັກສິ

7 ຕໍ່ມາ ໄດ້​ມີ​ຄົນ​ມາ​ບອກ​ກະສັດ​ໂຊນ​ວ່າ​ດາວິດ​ຢູ່​ທີ່​ເມືອງ​ເກອີລາ ແລະ​ເພິ່ນ​ກໍ​ເວົ້າ​ວ່າ, “ພຣະເຈົ້າ​ມອບ​ດາວິດ​ໄວ້​ໃນ​ກຳມື​ຂອງເຮົາ​ແລ້ວ. ລາວ​ຫ້າງ​ແຮ້ວ​ໃສ່​ຕົນເອງ​ທີ່​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ທີ່​ມີ​ກຳແພງ​ອ້ອມ ແລະ​ທັງ​ມີ​ປະຕູ​ອັນ​ແໜ້ນໜາ​ອີກ​ດ້ວຍ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 23:7
12 Jak'a apnaqawi uñst'ayäwi  

ຄົນຊົ່ວຊ້າ​ນັ້ນ​ຈະ​ມີ​ໄຊຊະນະ​ຢູ່​ຊົ່ວຄາວ ພວກເຂົາ​ຈະ​ພົບ​ຄວາມສຸກ​ໃນ​ໄລຍະ​ສັ້ນໆ​ເທົ່ານັ້ນ.


ສັນລະເສີນ​ພຣະເຈົ້າຢາເວ​ທີ່​ໄດ້​ຊົງ​ສຳແດງ​ໃຫ້​ເຫັນ ເປັນ​ຄວາມຮັກ​ປະເສີດ​ສຸດ​ທີ່​ຊົງ​ມີ​ຕໍ່​ຂ້ານ້ອຍ​ນັ້ນ ຄື​ເມື່ອ​ຂ້ານ້ອຍ​ຖືກ​ປິດລ້ອມ​ໂດຍ​ເຫຼົ່າ​ສັດຕູ ແລະ​ເມື່ອ​ຂ້ານ້ອຍ​ຖືກ​ພວກເຂົາ​ໂຈມຕີ​ນັ້ນ


ແລ້ວ​ກະສັດ​ຟາໂຣ​ກໍ​ຈະ​ຄິດ​ວ່າ ຊາວ​ອິດສະຣາເອນ​ກຳລັງ​ເດີນທາງ​ວົນວຽນ​ໄປມາ​ຢູ່​ໃນ​ຂົງເຂດ​ນີ້ ໂດຍ​ມີ​ຖິ່ນ​ແຫ້ງແລ້ງ​ກັນດານ​ກີດກັ້ນ​ໄວ້.


ສັດຕູ​ເວົ້າ​ວ່າ, ‘ຂ້ອຍ​ຈະ​ຕາມລ່າ​ຈັບ​ກຸມ​ເອົາ​ພວກເຂົາ ຂ້ອຍ​ຈະ​ແບ່ງປັນ​ຊັບສິນ​ຂອງ​ພວກເຂົາ​ໃຫ້​ໄດ້; ແລະ​ຢຶດເອົາ​ສິ່ງ​ທີ່​ຂ້ອຍ​ຕ້ອງການ​ທັງໝົດ​ໄປ ຂ້ອຍ​ຈະ​ຊັກ​ດາບ​ແລະ​ຢຶດ​ສິ່ງ​ຂອງ​ທີ່​ພວກເຂົາ​ມີ​ນັ້ນ.’


ດາວິດ​ໄດ້​ລີ້​ຢູ່​ທີ່​ແຖບ​ເນີນພູ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃກ້​ກັບ​ເມືອງ​ຊີເຟ. ຝ່າຍ​ກະສັດ​ໂຊນ​ນັ້ນ​ກໍ​ພະຍາຍາມ​ຊອກ​ຫາ​ດາວິດ​ຢູ່​ເລື້ອຍໆ; ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ມອບ​ລາວ​ໃຫ້​ກະສັດ​ໂຊນ.


ເມື່ອ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ ໄດ້​ປົບໜີ​ໄປ​ອາໄສ​ຢູ່​ນຳ​ດາວິດ​ທີ່​ເມືອງ​ເກອີລາ​ນັ້ນ ລາວ​ໄດ້​ເອົາ​ເອໂຟດ​ໄປ​ນຳ.


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເອີ້ນ​ເອົາ​ທະຫານ​ຂອງຕົນ​ອອກ​ໄປ​ເຮັດ​ເສິກ ແລະ​ມຸ່ງໜ້າ​ໄປ​ທີ່​ເມືອງ​ເກອີລາ​ເພື່ອ​ອ້ອມ​ຈັບ​ດາວິດ​ກັບ​ຄົນ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka